ທະນາຄານໂລກລາຍງານ: ເສດຖະກິດລາວມີອັດຕາການເຕີບໃຫຍ່ຫຼຸດລົງ ແຕ່ໜີ້ສາທາລະນະຈະເພີ່ມສູງຂຶ້ນ - ອິດສະຫຼະ

ທະນາຄານໂລກລາຍງານ: ເສດຖະກິດລາວມີອັດຕາການເຕີບໃຫຍ່ຫຼຸດລົງ ແຕ່ໜີ້ສາທາລະນະຈະເພີ່ມສູງຂຶ້ນ



ທະນາຄານໂລກລາຍງານເມື່ອວັນທີ 11 ທັນວາ 2017 ທີ່ຜ່ານມາວ່າ: ອີງຕາມບົດລາຍງານດ້ານເສດຖະກິດຂອງ ສປປ.ລາວ ສະບັບຫຼ້າສຸດຂອງທະນາຄານໂລກ, ການເຕີບໃຫຍ່ຂອງເສດຖະກິດທີ່ຄາດວ່າຈະຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 6.7% ໃນປີ 2017 ຈະສືບຕໍ່ຊ່ວຍຫຼຸດຜ່ອນຄວາມທຸກຍາກໃນ ສປປ.ລາວ, ເຊິ່ງຄາດວ່າຈະຢູ່ໃນລະດັບ 13% ໃນປີ 2017.

ເຖິງແມ່ນວ່າເສດຖະກິດຈະມີອັດຕາການຂະຫຍາຍຕົວໃນຈັ່ງຫວະຊ້າລົງເມື່ອທຽບກັບອັດຕາການຂະຫຍາຍຕົວສະເລ່ຍທີ່ຢູ່ໃນລະດັບ 7-8% ໃນໄລຍະຜ່ານມາກໍ່ຕາມ ແຕ່ເສດຖະກິດກໍ່ຍັງໄດ້ຮັບແຮງຂັບເຄື່ອນຈາກການຂະຫຍາຍຕົວຂອງຂະແໜງພະລັງງານ, ຂະແໜງອຸດສາຫະກຳປຸງແຕ່ງ ແລະ ກະສິກຳ. ພ້ອມນັ້ນກໍ່ຄາດວ່າການສົ່ງອອກທີ່ເພີ່ມສູງຂຶ້ນນັ້ນຈະຊ່ວຍສ້າງວຽກເຮັດງານທຳຫຼາຍຂຶ້ນ ແລະ ຄວາມທຸກຍາກກໍ່ຄາດວ່າຈະສືບຕໍ່ຫຼຸດລົງ.

ບົດລາຍງານດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ອັດຕາເງິນເຟີ້ຫຼຸດລົງຍ້ອນລາຄາຂອງສະບຽບອາຫານ ແລະ ຄວາມຕ້ອງການພາຍໃນທີ່ຫຼຸດລົງ ໄດ້ຊ່ວຍດຸ່ນດ່ຽງລາຄານ້ຳມັນທີ່ຄ່ອຍໆເພີ່ມຂຶ້ນ. ການຄຸ້ມຄອງເສດຖະກິດໂດຍລວມມີການປັບປຸງດີຂຶ້ນ ໂດຍໄດ້ມີການດັດສົມລາຍຈ່າຍຂອງລັດຖະບານຍ້ອນລາຍຮັບບໍ່ໄດ້ຕາມຄາດໝາຍ ແລະ ຄຸ້ມຄອງອັດຕາແລກປ່ຽນໃຫ້ສາມາດເໜັງຕີງໄດ້ຫຼາຍຂຶ້ນພາຍໃນກອບນະໂຍບາຍອັດຕາແລກປ່ຽນ.

ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມສ່ຽງກໍ່ຍັງມີຢູ່ ຍ້ອນໜີ້ສິນສາທາລະນະຄາດວ່າຈະເພີ່ມຂຶ້ນ ຮອດລະດັບປະມານ 60% ຂອງ GDP ແລະ ຄັງສຳຮອງເງິນຕາຕ່າງປະເທດກໍ່ຽັງຢູ່ໃນລະດັບຕ່ຳທຽບກັບຫຼາຍຕົວຊີ້ວັດ ແລະ ໃນເວລາດຽວກັນທຶນສຳຮອງ ແລະ ຄຸນນະພາບຂອງສິນເຊື່ອບາງສ່ວນກໍ່ຍັງບໍ່ທັນສູງ. ສະນັ້ນ, ເພື່ອຫຼຸດຜ່ອນລະດັບໜີ້ສິນ ຕ້ອງໄດ້ເພີ່ມທະວີການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໜີ້ສິນສາທາລະນະ.

ທ່ານ ຊອນ-ຄຼິສຕົບ ກາເຣັດ, ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ.ລາວ ໄດ້ກ່າວວ່າ: "ສປປ.ລາວ ສາມາດຮັກສາການເຕີບໃຫຍ່ຂອງເສດຖະກິດໄດ້ໃນລະດັບສູງໃນໄລຍະທົດສະວັດທີ່ຜ່ານມາ, ເຊິ່ງເຮັດໃຫ້ຫຼາຍພັນຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ. ການຄຸ້ມຄອງເສດຖະກິດມະຫາພາກທີ່ເຂັ້ມແຂງກວ່າເກົ່າ ແລະ ການປະຕິຮູບແວດລ້ອມການດຳເນີນທຸລະກິດ ລະ ຊຸກຍູ້ພາກເອກະຊົນ ໃຫ້ມີການຂະຫຍາຍຕົວ ຈະສາມາດຊ່ວຍເຮັດໃຫ້ລາວສາມາດຮັກສາການເຕີບໃຫຍ່ ແລະ ສືບຕໍ່ຫຼຸດຜ່ອນຄວາມທຸກຍາກ".

ທ່າອ່ຽງໃນໄລຍະກາງເຫັນວ່າໂດຍລວມທີ່ທ່າອ່ຽງບວກ ແຕ່ການເຕີບໃຫຍ່ຂອງເສດຖະກິດຄາດວ່າຈະສືບຕໍ່ຊ້າລົງເລັກໜ້ອຍໃນປີໜ້າ ກ່ອນຈະກັບມາຂະຫຍາຍຕົວໄວຂຶ້ນໃນສົກປີ 2019-2020 ເນື່ອງຈາກວ່າບັນດາໂຄງການໄຟຟ້າຂະໜາດໃຫຍ່ຈະເລີ່ມການຜະລິດ. ການຫຼຸດຜ່ອນຄວາມອ່ອນແອທາງເສດຖະກິດມະຫາພາກ, ການປັບປຸງແວດລ້ອມທາງດ້ານການດຳເນີນທຸລະກິດ ແລະ ການຄຸ້ມຄອງຂະແໜງພະລັງງານໄຟຟ້າທີ່ເຂັ້ມແຂງຂຶ້ນ ເຊິ່ງເປັນຫົວຂໍ້ໃນພາກທີ່ສອງຂອງບົດລາຍງານສະບັບດັ່ງກ່າວ ແມ່ນມີຄວາມສຳຄັນຫຼາຍຕໍ່ການຮັກສາສະພາບເສດຖະກິດທີ່ໜັ້ນທ່ຽງໃນຕໍ່ໜ້າ.

ໃນໄລຍະສອງທົດສະວັດທີ່ຜ່ານມາ, ຂະແໜງພະລັງງານໄດ້ມີບົດບາດສຳຄັນໃນການຊຸກຍູ້ການພັດທະນາແຫ່ງຊາດ ໂດຍສະເພາະປະກອບສ່ວນສ້າງເສດຖະກິດໃຫ້ມີການຂະຫຍາຍຕົວ ໂດຍຜ່ານການລົງທຶນ, ການສະໜອງໄຟຟ້າໃຫ້ສັງຄົມ ແລະ ເພີ່ມລາຍຮັບຈາກການສົ່ງອອກໃຫ້ສູງຂຶ້ນກວ່າເກົ່າ. ເຖິງຢ່າງໃດກໍ່ຕາມຂະແໜງດັ່ງກ່າວກໍ່ຍັງມີຄວາມສ່ຽງໂດຍສະເພາະ ແມ່ນຕິດພັນກັບຄວາມຍືນຍົງທາງດ້ານການເງິນໃນຂະແໜງການ ເຊິ່ງອາດຈະສາມາດຫຼຸດຜ່ອນລົງໄດ້ ໂດຍການປັບປຸງການວາງແຜນພັດທະນາໂຄງການ ແລະ ຂັ້ນຕອນການຄັດເລືອກໂຄງການ, ຊອກຫາຕະຫຼາດທີ່ສາມາດຮອງຮັບການສົ່ງອອກໄຟຟ້າທີ່ໃຫ້ລາຄາດີ ແລະ ປັບປຸງການດຳເນີນທຸລະກິດ ແລະ ການຈັດຕັ້ງຂອງຫົວໜ່າຍທຸລະກິດໃນຂະແໜງສາທາລະນູປະໂພກໃຫ້ດີຂຶ້ນກວ່າເກົ່າ.

ບົດລາຍງານດ້ານເສດຖະກິດຂອງ ສປປ.ລາວ ແມ່ນໄດ້ຮັບການຈັດພິມເປັນໄລຍະໆໂດຍ ຫ້ອງການທະນາຄານໂລກ ປະຈຳ ສປປ.ລາວ.



No comments

Powered by Blogger.