ລັດແຈ້ງການ ບໍ່ໃຫ້ອວຍພອນປີໃໝ່ສາກົນໃນນາມລັດ ເພື່ອປະຢັດ ແລະ ຕ້ານການຟຸມເຟືອຍ - ອິດສະຫຼະ

ລັດແຈ້ງການ ບໍ່ໃຫ້ອວຍພອນປີໃໝ່ສາກົນໃນນາມລັດ ເພື່ອປະຢັດ ແລະ ຕ້ານການຟຸມເຟືອຍ



ອີງຕາມແຈ້ງການ ເລກທີ 1965/ຫສນຍ.ກລຂ ລົງວັນທີ 11 ທັນວາ 2017: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຂໍຖືເປັນກຽດແຈ້ງມາຍັງທ່ານຊາບດັ່ງນີ້: ເພື່ອເປັນການປະຕິບັດໃຫ້ສອດຄ່ອງກັບນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍຂອງພັກ-ລັດ, ສະນັ້ນ ການເຮັດບັດອວຍພອນໃນໂອກາດປີໃໝ່ສາກົນ ໃນນາມການນຳຂັ້ນກຳມະການສູນກາງ ກໍ່ຄືການນຳຂັ້ນກະຊວງ, ອົງການ ແລະ ທ້ອງຖິ່ນ, ຖ້າມີຈຸດປະສົງຈະເຮັດບັດອວຍພອນ ແມ່ນໃຫ້ເຮັດສົ່ງສະເພາະແຕ່ເປົ້າໝາຍເພື່ອນມິດຕ່າງປະເທດ, ສ່ວນບັນດາການນຳພາຍໃນ ແມ່ນບໍ່ຈຳເປັນສົ່ງບັດອວຍພອນໃຫ້ກັນອີກ.

No comments

Powered by Blogger.