ເກີດເຫດລະເບີດໃຈກາງນະຄອນນິວຢອກ ສ.ອາເມຣິກາ - ອິດສະຫຼະ

ເກີດເຫດລະເບີດໃຈກາງນະຄອນນິວຢອກ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 1​1 ທັນວາ 2017 ວ່າ: ກົມຕຳຫຼວດນະຄອນນິວຢອກເປີດເຜີຍວ່າ: ໄດ້ຮັບລາຍງານເຫດລະເບີດຈາກລະເບີດບໍ່ຮູ້ຊະນິດທີ່ບໍລິເວນຖະໜົນສາຍ 72 ຕັດກັບຖະໜົນສາຍ 8 ເຂດແມນຮັດຕັນ ນະຄອນນິວຢອກ ໃກ້ກັບສະຖານນີລົດໂດຍສານຂອງທ່າເຮືອ ແລະ ຍັງຢູ່ໃກ້ກັບເຂດທາມສະແຄອີກດ້ວຍ ຕຳຫຼວດນະຄອນນິວຢອກ ໄດ້ເຂົ້າໄປສືບສວນເລື່ອງນີ້ແລ້ວ ແລະ ສັ່ງອົບພະຍົບປະຊາຊົນອອກຈາກເຂດດັ່ງກ່າວແລ້ວ ເພື່ອຄວາມປອດໄພ.

ສື່ລາຍງານໃນເບື້ອງຕົ້ນວ່າ ມີຜູ້ໄດ້ຮັບບາດເຈັບຫຼາຍຄົນ ແຕ່ເຈົ້າໜ້າທີ່ໄດ້ຈັບກຸມຕົວຜູ້ຕ້ອງສົງໄສໄດ້ 1 ຄົນແລ້ວ, ໃນດ້ານໂຄສົກຂອງທຳນຽບຂາວຖະແຫຼງວ່າ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໄດ້ຮັບລາຍງານເລື່ອງດັ່ງກ່າວແລ້ວ.


No comments

Powered by Blogger.