ທ່ານ ປູຕິນເດີນທາງຢ້ຽມຢາມເອຢິບ ທ່າມກາງຄວາມເຄັ່ງຕຶງໃນຕາເວັນອອກກາງ ບັນຫາເຢຣູຊາເລມ - ອິດສະຫຼະ

ທ່ານ ປູຕິນເດີນທາງຢ້ຽມຢາມເອຢິບ ທ່າມກາງຄວາມເຄັ່ງຕຶງໃນຕາເວັນອອກກາງ ບັນຫາເຢຣູຊາເລມ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11​ທັນວາ 2017 ທີ່ຜ່ານມາວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍໄດ້ເດີນທາງຢ້ຽມຢາມນະຄອນຫຼວງໄຄໂຣ ປະເທດເອຢິບ ແລະ ໄດ້ເຂົ້າພົບປະຫາລືກັບທ່ານ ອັບເດວ ຟັດຕາ ອັນ-ຊີຊີ ປະທານປະເທດເອຢິບ.

ລາຍງານຂ່າວລະບຸອີກວ່າ ການປຶກສາຫາລືລະຫວ່າງຜູ້ນຳລັດເຊຍ ແລະ ເອຢິບນັ້ນມີຫົວຂໍ້ປຶກສາຫາລືເຖິງການຮ່ວມມືລະຫວ່າງສອງປະເທດ ແລະ ສະຖານະການຄວາມເຄັ່ງຕຶງຢູ່ພູມມິພາກຕາເວັນອອກກາງ ອັນເນື່ອງມາຈາກລັດຖະບານສະຫະລັດ ອາເມຣິກາ ທີ່ນຳໂດຍທ່ານ ໂດໂນ ທຣຳ ໄດ້ປະກາດຮັບຮອງເອົານະຄອນເຢຣູຊາເລມເປັນນະຄອນຫຼວງຂອງອິດສະຣາແອນ.

ການເດີນທາງຢ້ຽມຢາມເອຢິບຂອງທ່ານ ປູຕິນ ໃນຄັ້ງນີ້ສະທ້ອນໃຫ້ເຫັນເຖິງສາຍພົວພັນທີ່ແໜ້ນແຟ້ນຂອງສອງປະເທດ ເຖິງແມ່ນວ່າເອຢິບ ຈະເປັນປະເທດທີ່ໄດ້ຮັບການຊ່ວຍເຫຼືອດ້ານການທະຫານຫຼາຍເປັນອັນດັບສອງຂອງສະຫະລັດ ອາເມຣິກາ ແລະ ຍັງເປັນປະເທດພັນທະມິດດ້ານຍຸດທະສາດສຳຄັນຂອງສະຫະລັດ ອາເມຣິກາໃນຕາເວັນອອກກາງ ເພາະເອຢິບເປັນຜູ້ຄຸມຄອງຄອງສູເອດ.

ທ່ານ ປູຕິນ ໄດ້ເດີນທາງໄປຢ້ຽມຢາມເອຢິບຄັ້ງຫຼ້າສຸດເມື່ອເດືອນກຸມພາ 2015 ເຊິ່ງທ່ານ ແລະ ຜູ້ນຳເອຢິບໄດ້ລົງນາມໃນຂໍ້ຕົກລົງສ້າງໂຮງງານໄຟຟ້າພະລັງງານນິວເຄຼຍແຫ່ງທຳອິດຂອງເອຢິບ ທີ່ເມືອງດາບາອາ ແຄມຝັ່ງທະເລເມດີເຕີເຣນຽນ ເຊິ່ງສື່ມວນຊົນຂອງເອຢິບລາຍງານວ່າ ການລົງນາມໃນຂໍ້ຕົກລົງດັ່ງກ່າວນັ້ນເປັນການລົງນາມຂັ້ນສຸດທ້າຍຂອງໂຄງການ.

ແຕ່ອີກບັນຫາໜຶ່ງນັ້ນກໍ່ຄືຈະມີການປະກາດຫຼືບໍ່ວ່າ ລັດເຊຍຈະຟື້ນຟູເສັ້ນທາງການບິນຈາກລັດເຊຍໄປຍັງເອຢິບ ເຊິ່ງຖືກປະກາດຍຸດຕິເສັ້ນທາງການບິນໄປຕັ້ງແຕ່ປີ 2015 ເນື່ອງຈາກກຸ່ມຫົວຮຸນແຮງ IS ໄດ້ວາງລະເບີດຍົນໂດຍສານຂອງລັດເຊຍ ເຊິ່ງເຮັດໃຫ້ນັກທ່ອງທ່ຽວຈາກສະຖານຕາກອາກາດແຄມຝັ່ງທະເລແດງ ເດີນທາງມາຍັງເອຢິບ ລວມທັງພະນັກງານເທິງຍົນຊີວິດທັງໝົດ 224 ຄົນ.


No comments

Powered by Blogger.