ທ່ານ ປູຕິນເດີນທາງຢ້ຽມຢາມຊີຣີ ແລະ ສັ່ງຖອນທະຫານບາງສ່ວນກັບປະເທດ - ອິດສະຫຼະ

ທ່ານ ປູຕິນເດີນທາງຢ້ຽມຢາມຊີຣີ ແລະ ສັ່ງຖອນທະຫານບາງສ່ວນກັບປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 12 ທັນວາ 2017 ວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍ ເດີນທາງຢ້ຽມຢາມປະເທດຊີຣີ ແລະ ຢ້ຽມຢາມຖານທັບອາກາດຮະໄມມິນ ທີ່ຕັ້ງຢູ່ໃນເມືອງລາຕາເຄຍ ແຄມຝັ່ງທາງຕາເວັນຕົກຂອງຊີຣີທີ່ຕິດກັບທະເລເມດີເຕີເຣນຽນ ເມື່ອວັນຈັນທີ່ຜ່ານມາ ໂດຍມີການພົບປະຫາລືກັບທ່ານ ບາຊາ ອັນ-ອັສຊາດ ປະທານປະເທດຊີຣີ, ໂດຍການປາກົດຂອງຂອງທ່ານ ປູຕິນ ໃນຊີຣີຄັ້ງນີ້ ໄດ້ສ້າງຄວາມປະຫຼາດໃຈໃຫ້ກັບຫຼາຍຝ່າຍ ແລະ ຍັງຖືເປັນການເດີນທາງຢ້ຽມຢາມຄັ້ງທຳອິດ ນັບຕັ້ງແຕ່ລັດເຊຍເຂົ້າມາປະຕິບັດການທາງທະຫານເມື່ອເດືອນກັນຍາ 2015 ໃນຊີຣີ ຕາມການຮ້ອງຂໍຂອງລັດຖະບານຊີຣີ ແລະ ເປັນການສ້າງຈຸດປ່ຽນຄັ້ງສຳຄັນໃຫ້ກັບສົງຄາມກາງເມືອງໃນຊີຣີ ທີ່ແກ່ຍາວເຂົ້າສູ່ປີທີ 7.

ຂະນະດຽວກັນທ່ານ ປູຕິນ ຍັງໃຊ້ໂອກາດນີ້ພົບປະກັບທະຫານຂອງລັດເຊຍ ເຊິ່ງປະຈຳການຢູ່ຖານທັບຮະໄມມິນອີກດ້ວຍ ໂດຍໄດ້ກ່າວວ່າ ຄວາມພະຍາຍາມຂອງກອງທັບລັດເຊຍທີ່ມີກອງທັບຊີຣີຮ່ວມສະໜັບສະໜູນ ໃນການຕໍ່ສູ້ກັບກຸ່ມກໍ່ການຮ້າຍຂ້າມຊາດ ຕະຫຼອດໄລຍະເວລາທີ່ແກ່ຍາວມາກວ່າ 2 ປີ ປະສົບຜົນສຳເລັດແລ້ວ ຕໍ່ຈາກນີ້ໄປລັດຖະບານລັດເຊຍຈະໃຫ້ຄວາມສຳຄັນຫຼາຍຂຶ້ນກັບການສ້າງສັນຕິພາບໃນຊີຣີ ຜ່ານຂະບວນການເຈລະຈາຢ່າງສັນຕິຕາມແຜນຍຸດທະສາດຂອງສະຫະປະຊາຊາດ ແລະ ໝາຍຄວາມວ່າໃນຕອນນີ້ ກຳລັງຫຼັກຂອງປະຕິບັດການທາງທະຫານ ສາມາດເດີນທາງກັບພູມລຳເນົາໄດ້, ເຖິງຢ່າງໃດກໍ່ຕາມ ທ່ານ ປູຕິນ ກ່າວຕື່ມອີກວ່າ ລັດຊັຍ ຈະຍັງຄົງໃຊ້ງານຖານທັບອາກາດຮະໄມມິນ ແລະ ຖານທັບເຮືອໃນເມືອງຕາຕຸສ ທີ່ຢູ່ໃກ້ຄຽງກັນເປັນການຖາວອນ ດ້ານທ່ານ ອັສຊາດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດເຊຍສຳລັບການຊ່ວຍເຫຼືອທີ່ຜ່ານມາທັງໝົດ.

ໃນດ້ານຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການສະແດງຄວາມສົງໄສຕໍ່ຄຳຖະແຫຼງດັ່ງກ່າວຂອງທ່ານ ປູຕິນ ວ່າ ບໍ່ແມ່ນຄັ້ງທຳອິດທີ່ທ່ານ ປູຕິນ ມີຄຳສັ່ງໃນລັກສະນະແບບນີ້ ແລະ ການຖອນທະຫານບາງສ່ວນກ່ອນໜ້ານັ້ນຜັດເປັນການເສີມກຳລັງສ່ວນອື່ນເຂົ້າມາແທນ ແຕ່ລັດຖະບານສະຫະລັດ ອາເມຣິກາຢືນຢັນວ່າ ທ່າທີຂອງລັດເຊຍໃນຄັ້ງນີ້ບໍ່ມີຜົນກະທົບຕໍ່ແຜນປະຕິບັດການທາງທະຫານຂອງສະຫະລັດ ອາເມຣິກາ ໃນການປາບປາມກຸ່ມ IS ໃນຊີຣີ.

ເຊິ່ງທ່ານ ປູຕິນ ໃຊ້ເວລາຢ້ຽມຢາມຊີຣີພຽງບໍ່ພໍເທົ່າໃດຊົ່ວໂມງ ກ່ອນເດີນທາງຕໍ່ໄປຍັງປະເທດເອຢິບ ແລະ ຕວັກກີ ເພື່ອພົບປະຫາລືກັບປະທານປະເທດ ແລະ ເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດ ພາຍໃນວັນຈັນທີ່ຜ່ານມາພຽງມື້ດຽວ ທ່າມກາງບັນຍາກາດທາງການເມືອງໃນຕາເວັນອອກາງທີ່ກຳລັງເຄັ່ງຕຶງຢ່າງທະວີຄູນ ຈາກກໍລະນີທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດຮັບຮອງເອົານະຄອນເຢຣູຊາເລມ ເປັນນະຄອນຫຼວງຂອງອິດສະຣາແອນ.


No comments

Powered by Blogger.