(ວິດີໂອ) ຝູງຍົນຮົບ Su-35 ບິນຄຸ້ມກັນທ່ານປູຕິນ ທີ່ເດີນທາງຢ້ຽມຢາມຊີຣີ - ອິດສະຫຼະ

(ວິດີໂອ) ຝູງຍົນຮົບ Su-35 ບິນຄຸ້ມກັນທ່ານປູຕິນ ທີ່ເດີນທາງຢ້ຽມຢາມຊີຣີ



ເມື່ອວັນທີ 11 ທັນວາ 2017 ທີ່ຜ່ານມາ,​ທ່ານ ປູຕິນ ປະທານປະເທດລັດເຊຍ ໄດ້ເດີນທາງຢ້ຽມຢາມປະເທດຊີຣີ ແລະ ຢ້ຽມຢາມຖານທັບອາກາດຮະໄມມິນ ທີ່ຕັ້ງຢູ່ໃນເມືອງລາຕາເຄຍ ແຄມຝັ່ງທາງຕາເວັນຕົກຂອງຊີຣີທີ່ຕິດກັບທະເລເມດີເຕີເຣນຽນ ດ້ວຍການຄຸ້ມກັນລະດັບສູງສຸດໃນການເດີນທາງ ໂດຍມີຝູງຍົນຮົບ Su-35 ບິນຂ້າງຄຽງຕະຫຼອດເວລາ, ເຊິ່ງການເດີນທາງຢ້ຽມຢາມຊີຣີໃນຄັ້ງນີ້ທ່ານ ປູຕິນ ຈະໄດ້ພົບປະຫາລືກັບທ່ານ ບາຊາ ອັນ-ອັສຊາດ ປະທານປະເທດຊີຣີ ແລະ ບັນດາທະຫານຂອງລັດເຊຍທີ່ປະຈຳການໃນຊີຣີ.














No comments

Powered by Blogger.