ຄົນໄທກ່າວວ່າ ຖືກເຈົ້າໜ້າທີ່ລາວຍັດຂໍ້ກ່າວຫາຄ້າມະນຸດ ຕິດຄຸກຟຣີ 54 ມື້ຢູ່ລາວ - ອິດສະຫຼະ

ຄົນໄທກ່າວວ່າ ຖືກເຈົ້າໜ້າທີ່ລາວຍັດຂໍ້ກ່າວຫາຄ້າມະນຸດ ຕິດຄຸກຟຣີ 54 ມື້ຢູ່ລາວ



ສື່ໃນໄທລາຍງານ 12 ທັນວາ 2017 ວ່າ: ທ່ານ ນາງ ຈັນເພັນ ສິດທິສົມບັດ ອາຍຸ 65 ປີ ພະນັກລັດຖະກອນບຳນານຂອງໄທ ໄດ້ໄປຍື່ນໜັງສືຂໍຄວາມເປັນທຳກັບທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ຮ້ອງທຸກຂໍຄວາມເປັນທຳວ່າ ຖືກຍັດຂໍ້ກ່າວຫາຈາກເຈົ້າໜ້າທີ່ລາວວ່າເປັັນຜູ້ຄ້າມະນຸດ ແລະ ຕ້ອງຕິດຄຸກໃນລາວເປັນເວລາ 54 ວັນ.

ທ່ານ ນາງ ຈັນເພັນ ກ່າວວ່າ ເມື່ອວັນທີ 18 ກັນຍາ 2017 ທີ່ຜ່ານມາ ໄດ້ເດີນທາງໄປສົ່ງແຮງງານທີ່ມີອາຍຸ 17 ປີ ກັບບ້ານເກີດທີ່ແຂວງບໍ່ແກ້ວ ຕາມໃບເດີນທາງທີ່ໃຊ້ແທນໜັງສືຜ່ານແດນ ທີ່ສະຖານທູດ ສປປ.ລາວ ປະຈຳປະເທດໄທອອກໃຫ້ ເຊິ່ງຕົນໄດ້ປະຕິບັດຕາມຂັ້ນຕອນຂອງກະຊວງແຮງງານທຸກຢ່າງ ແຕ່ສຸດທ້າຍຖືກຈັບທັງນາຍຈ້າງ ແລະ ລູກຈ້າງ ໂດຍຕັ້ງຂໍ້ຫາໃຊ້ແຮງງານເດັກ ທັງໆທີ່ໃນ MOU ລະຫວ່າງປະເທດໄທ, ມຽນມາ, ກຳປູເຈຍ ແລະ ສປປ.ລາວ ໄດ້ກຳນົດອາຍຸແຮງງານທີ່ເປັນເດັກຮັບໃຊ້ໃນເຮືອນຕ້ອງມີອາຍຸ 15 ປີຂຶ້ນໄປ ແຕ່ເຈົ້າໜ້າທີ່ ສປປ.ລາວ ແຂວງບໍ່ແກ້ວ ອ້າງວ່າຈະຕ້ອງປະຕິບັດຕາມກົດໝາຍຂອງ ສປປ.ລາວ ທີ່ແຮງງານຈະຕ້ອງມີອາຍຸ 18 ປີຂຶ້ນໄປ ຈຶ່ງຈັບໃສ່ຄຸກ ແລະ ຕັ້ງຂໍ້ຫາໃໝ່ຈາກການໃຊ້ແຮງງານເດັກເປັນຂໍ້ຫາຄ້າມະນຸດ ເຊິ່ງທ່ານ ນາງ ຍັງໄດ້ກ່າວຕື່ມອີກວ່າ ເຈົ້າໜ້າທີ່ລາວໄດ້ອ້າງວ່າຈັບໃຫ້ເປັນຄະດີຕົວຢ່າງລາຍທຳອິດຂອງແຂວງບໍ່ແກ້ວ.


ທ່ານ ນາງ ຈັນເພັນ ກ່າວຕໍ່ໄປວ່າ ເຖິງແມ່ນວ່າໃນຂະນະນັ້ນໄດ້ຢືນຢັນວ່າບໍ່ໄດ້ເປັນຜູ້ກະທຳຜິດ ລວມທັງມີອາຍຸຫຼາຍແລ້ວ ແລະ ມີໂລກປະຈຳຕົວ ທັງໂລກເບົາຫວານ, ໂລກຕັງຊົງ, ໂລກໄຂມັນໃນເລືອດສູງ ແລະ ຍັງເປັນນິ້ວໃນຖົງບີທີ່ລໍຖ້າການຜ່າຕັດ ເຊິ່ງມີຄວາມສ່ຽງຕໍ່ຊີວິດສູງຕ້ອງຢູ່ໃນການເບິ່ງແຍງຂອງແພດໝໍຢ່າງໃກ້ຊິດ ແຕ່ບໍ່ໄດ້ຮັບຄວາມເຫັນໃຈຈາກທາງເຈົ້າໜ້າທີ່ແຕ່ຢ່າງໃດ, ເຖິງຢ່າງໃດກໍ່ຕາມແມ່ນໄດ້ຮັບການປ່ອຍຕົວເມື່ອວັນທີ 10 ພະຈິກ 2017 ທີ່ຜ່ານມາ ໂດຍຫົວໜ້າໄອຍະການແຂວງບໍ່ແກ້ວໄດ້ພິຈາລະນາສຳນວນຄະດີຢ່າງຖີ່ຖ້ວນແລ້ວ ເຫັນວ່າຄວາມຜິດຕາມຂໍ້ກ່າວຫາຂາດອົງປະກອບຂອງການກະທຳຄວາມຜິດທາງອາຍາດ້ານມະນຸດ ມາດຕາ 134 ຈຶ່ງໄດ້ອອກຄຳສັ່ງປ່ອຍຕົວ ກ່ອນຖືກປ່ອຍຕົວຕ້ອງສູນເສຍເງິນເປັນຈຳນວນຫຼາຍ ແລະ ຍັງຕ້ອງໃຊ້ຊີວິດທຸກທໍລະມານໃນຄຸກ ຖືກໃສ່ໂຊ້ ທັງໆທີ່ບໍ່ໄດ້ເຮັດຫຍັງຜິດ, ມື້ນີ້ຈຶ່ງໄດ້ມາຮ້ອງຂໍຄວາມເປັນທຳຕໍ່ທ່ານນາຍົກ (ໄທ) ແລະ ຈະມີການຍື່ນເລື່ອງດັ່ງກ່າວໄປຍັງກະຊວງການຕ່າງປະເທດ (ໄທ) ແລະ ກະຊວງແຮງງານ (ໄທ) ເພາະທີ່ຜ່ານມາໄດ້ຮັບຄວາມເສຍຫາຍ ແລະ ສ້າງຄວາມອັບອາຍໃຫ້ຫຼາຍ ຢາກໃຫ້ເປັນຕົວຢ່າງກັບສັງຄົມເພື່ອບໍ່ໃຫ້ເກີດເຫດການແບບນີ້ຂຶ້ນອີກ.

ຈາກ: New18

No comments

Powered by Blogger.