ສ.ອາເມຣິກາ ອະນຸມັດແຜນສົ່ງມະນຸດໄປດວງຈັນອີກຄັ້ງ ແລະ ເດີນໜ້າສົ່ງມະນຸດໄປດາວອັງຄານ - ອິດສະຫຼະ

ສ.ອາເມຣິກາ ອະນຸມັດແຜນສົ່ງມະນຸດໄປດວງຈັນອີກຄັ້ງ ແລະ ເດີນໜ້າສົ່ງມະນຸດໄປດາວອັງຄານ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11 ທັນວາ 2017 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງນາມໃນເອກະສານ "Space Policy Directive - 1" ຫຼື "ຄຳສັ່ງນະໂຍບາຍອະວະກາດສະບັບທີ 1" ເມື່ອວັນຈັນທີ່ຜ່ານມາ ວ່າດ້ວຍການໃຫ້ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ (NASA) ຈັດຕັ້ງໜ່ວຍງານສະເພາະດ້ານເພື່ອເດີນໜ້າພາລະກິດສົ່ງຊາວອາເມຣິກາເດີນທາງໄປຍັງດວງຈັນອີກຄັ້ງ ນັບຕັ້ງແຕ່ພາລະກິດຂອງຍານ  Apollo 17 ເມື່ອປີ 1972 ແລະ ເດີນໜ້າແຜນການສົ່ງມະນຸດເດີນທາງໄປຍັງດາວອັງຄານໃຫ້ສຳເລັດອີກດ້ວຍ.


ເຊິ່ງຜູ້ນຳສະຫະລັດ ອາເມຣິກາກ່າວວ່າ ແຜນການດັ່ງກ່າວຈະ "ເປັນຫຼາຍກວ່າການປັກທຸງຊາດສະຫະລັດ ອາເມຣິກາ ແລະ ປະຮອຍຕີນໄວ້" ເນື່ອງຈາກອາດເປັນການຕໍ່ຍອດສູ່ການສົ່ງມະນຸດເດີນທາງໄປຍັງສະຖານທີ່ໆໄກກວ່ານັ້ນ ແຕ່ບໍ່ໄດ້ລົງເລິກໃນລາຍລະອຽດ ໂດຍການເຄື່ອນໄຫວຂອງທ່ານ ທຣຳ ໃນເລື່ອງນີ້ເກີດຂຶ້ນພາຍຫຼັງທີ່ລັດຖະບານຈີນປະກາດເມື່ອເດືອນມິຖຸນາ 2017 ທີ່ຜ່ານມາວ່າ ໄດ້ເລີ່ມໂຄງການກຽມສົ່ງນັກບິນອະວະກາດຊາວຈີນເດີນທາງໄປຍັງດວງຈັນເປັນຄັ້ງທຳອິດໃນປະຫວັດສາດຂອງປະເທດ.

ເຖິງຢ່າງໃດກໍ່ຕາມ ນັກວິເຄາະປະເມີນວ່າ ໂຄງການສົ່ງມະນຸດເດີນທາງໄປຍັງດາວອັງຄານ ທີ່ຢູ່ຫ່າງຈາກໂລກປະມານ 225 ລ້ານກິໂລແມັດ ເປັນໂຄງການທີ່ຕ້ອງໃຊ້ງົບປະມານມະຫາສານ ເມື່ອຫວນຄືນກັບໄປລະຫວ່າງປີ 2005-2009 ທ່ານ ຈອດ ດັບເບີຢູ ບູສ ປະທານປະເທດສະຫະລັດ ອາເມຣິກາ ໃນສະໄໝນັ້ນ ເຄີຍຈັດຕັ້ງໂຄງການໃນລັກສະນະນີ້ມາແລ້ວໃນຊື່ "Constellation" ດ້ວຍງົບປະມານສູງເຖິງ 100,000 ລ້ານໂດລາສະຫະລັດ ແຕ່ຜູ້ນຳສະຫະລັດ ອາເມຣິກາຄົນຕໍ່ມາຄືທ່ານ ບາຣັກ ໂອບາມາ ໄດ້ຍົກເລີກໂຄງການດັ່ງກ່າວເນື່ອງຈາກຄິດໄລ່ແລ້ວມີມູນຄ່າສູງເກີນໄປ ແລະ ມອບໝາຍໃຫ້ NASA ເພີ່ມການໃຫ້ຄວາມສຳຄັນກັບການສົ່ງມະນຸດເດີນທາງໄປຍັງດາວອັງຄານໃຫ້ໄດ້ພາຍໃນປີ 2030 ແຕ່ຍັງບໍ່ມີຄວາມຄືບໜ້າຫຼາຍປານໃດ.

ອີກຢ່າງໜຶ່ງ NASA ໄດ້ດຳເນີນໂຄງການ Apollo ໃນລະຫວ່າງປີ 1961-1972 ດ້ວຍຈຸດປະສົງຄື ການສົ່ງມະນຸດເດີນທາງໄປຍັງດວງຈັນໃຫ້ສຳເລັດ ເຊິ່ງຍານ Apollo ລຳທຳອິດທີ່ປະສົບຄວາມສຳເລັດໃນການລົງຈອດຢູ່ດວງຈັນຄື Apollo 11 ແລະ ນິວ ອາມສະຕຼອງ ໄດ້ສ້າງປະຫວັດສາດເປັນມະນຸດຄົນທຳອິດທີ່ໄດ້ຢຽບດວງຈັນ ເມື່ອວັນທີ 20 ກໍລະກົດ 1969.



No comments

Powered by Blogger.