ທ່ານ ປູຕິນກ່າວ ສ.ອາເມຣິກາໄດ້ທຳລາຍສັນຕິພາບໃນຕາເວັນອອກກາງ ເລື່ອງເຢຣູຊາເລມ - ອິດສະຫຼະ

ທ່ານ ປູຕິນກ່າວ ສ.ອາເມຣິກາໄດ້ທຳລາຍສັນຕິພາບໃນຕາເວັນອອກກາງ ເລື່ອງເຢຣູຊາເລມ



ສຳນັກຂ່າວຕ່າງປະເທດລາຍງານ 12 ທັນວາ 2017 ວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍກ່າວລະຫວ່າງເດີນທາງຢ້ຽມຢາມນະຄອນຫຼວງອັງກາຣາ ຂອງຕວັກກີ ເມື່ອວັນຈັນທີ່ຜ່ານມາວ່າ: ການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຮັບຮອງເອົານະຄອນເຢຣູຊາເລມໃຫ້ເປັນນະຄອນຫຼວງຂອງອິດສະຣາແອນ ເປັນການທຳລາຍຂະບວນການສ້າງສັນຕິພາບໃນຕາເວັນອອກກາງ ເຊິ່ງເປັນພູມມິພາກທີ່ມີບົດບາດທາງການເມືອງທີ່ຫຍຸ້ງຍາກ ແລະ ຊັບຊ້ອນຫຼາຍພໍສົມຄວນຢູ່ແລ້ວ, ເຊິ່ງລັດເຊຍຍັງມີຄວາມເຊື່ອໝັ້ນວ່າສະຖານະຂອງນະຄອນເຢຣູຊາເລມຄວນເປັນໄປຕາມການຕົກລົງກັນລະຫວ່າງອິດສະຣາແອນ ກັບ ປາເລສໄຕເທົ່ານັ້ນ ຜ່ານການເຈລະຈາບົນພື້ນຖານຂອງມະຕິສະຫະປະຊາຊາດ.

ຂະນະທີ່ພຽງບໍ່ພໍເທົ່າໃດຊົ່ວໂມງກ່ອນການຢ້ຽມຢາມນະຄອນຫຼວງອັງກາຣາ ທ່ານ ປະຕູນ ກ່າວລະຫວ່າງການຢ້ຽມຢາມນະຄອນຫຼວງໄຄໂຣ ຂອງເອຢິບກັບທ່ານ ອັບເດວ ຟັດຕາ ອັນ-ຊີຊີ ປະທານປະເທດເອຢິບວ່າ ອິດສະຣາແອນ ແລະ ປາເລສໄຕ ຄວນກັບມາເຈລະຈາກັນໃຫ້ໄວທີ່ສຸດ ເພື່ອປັບຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ເພື່ອຜ່ອນຄາຍຄວາມຂັດແຍ່ງໃນທຸກບັນຫາ ເຊິ່ງລວມທັງສະຖານະຂອງນະຄອນເຢຣູຊາເລມ, ຫຼັງຈາກນັ້ນທ່ານ ມາໝູດ ອັບບາສ ຜູ້ນຳປາເລສໄຕ ໄດ້ເດີນທາງເຖິງນະຄອນອິດສະຕັນບູ ເພື່ອຮ່ວມການປະຊຸມອົງການການຮ່ວມມືອິດສະລາມ (OIC) ແລະ ໄດ້ພົບປະຫາລືນອກຮອບກັບທ່ານ ຊີຊີ ອີກດ້ວຍ ເຊິ່ງໂຄສົກທຳນຽບປະທານປະເທດເອຢິບກ່າວໃນເວລາຕໍ່ມາວ່າ: ລັດຖະບານເອຢິບມີຈຸດຢືນໜັກແໜ້ນ ໃນການສະໜັບສະໜູນຫຼັກການ 2 ລັດ ທີ່ລວມເຖິງການໃຫ້ຝັ່ງຕາເວັນອອກຂອງນະຄອນເຢຣູຊາເລມເປັນນະຄອນຫຼວງຂອງປາເລສໄຕໃນອະນາຄົດ.

ໃນດ້ານຂອງພົນເອກ ມູຮຳເໝັດ ບາເກຣີ ປະທານຄະນະເສນາທິການທະຫານຮ່ວມຂອງອີຣານ ກ່າວເຖິງເລື່ອງນີ້ຢ່າງກົງໄປກົງມາຄັ້ງທຳອິດວ່າ ເປັນການຕັດສິນໃຈທີ່ "ໂງ່ຈ້າ" ຂອງຜູ້ນຳສະຫະລັດ ອາເມຣິກາ ສ່ວນສຳນັກຂ່າວເຊປາຂອງກອງກຳລັງປະຕິວັດອີຣານ (IRGC) ລາຍງານວ່າ ພົນເອກ ກັສເຊັມ ສຸໄລມານ ຜູ້ບັນຊາການໜ່ວຍຮົບພິເສດຂອງ IRGC ກ່າວເຖິງການເພີ່ມການສະໜັບສະໜູນທາງທະຫານໃຫ້ແກ່ກອງກຳລັງຕໍ່ຕ້ານອິດສະຣາແອນ.

ໃນເວລາດຽວກັນທ່ານ ເບນຈາມິນ ເນທັນຢາຣູ ນາຍົກລັດຖະມົນຕີຂອງອິດສະຣາແອນ ເຊິ່ງຢູ່ລະຫວ່າງການເດີນທາງຢ້ຽມຢາມສຳນັກງານສະຫະພາບເອີຣົບ (EU) ກ່າວຮຽກຮ້ອງໃຫ້ສະມາຊິກສະຫະພາບເອີຣົບເດີນຕາມແນວທາງຂອງສະຫະລັດ ອາເມຣິກາ ໃນການຮັບຮອງສະຖານະນະຄອນເຢຣູຊາເລມເປັນນະຄອນຫຼວງຂອງອິດສະຣາແອນ ແຕ່ທ່ານ ນາງ ເຟເດຣິກາ ໂມເກຣິນີ ຫົວໜ້າຝ່າຍນະໂຍບາຍການຕ່າງປະເທດຂອງສະຫະພາບເອີຣົບ ກ່າວວ່າສະຫະພາບເອີຣົບບໍ່ມີແຜນທີ່ຈະປະຕິບັດເຊັ່ນນັ້ນ ເນື່ອງຈາກສະຫະພາບເອີຣົບມີຄວາມເຊື່ອໝັ້ນຢ່າງຍິ່ງຕໍ່ແນວທາງ 2 ລັດ ຕາມຂະບວນການເຈລະຈາສັນຕິພາບຂອງສະຫະປະຊາຊາດ.



No comments

Powered by Blogger.