ລັດອອກຂໍ້ຕົກລົງເລື່ອງການນຳໃຊ້ໂດຣນ ເພື່ອຄວາມເປັນລະບຽບ ແລະ ຄວາມໝັ້ນຄົງ-ປອດໄພຂອງຊາດ - ອິດສະຫຼະ

ລັດອອກຂໍ້ຕົກລົງເລື່ອງການນຳໃຊ້ໂດຣນ ເພື່ອຄວາມເປັນລະບຽບ ແລະ ຄວາມໝັ້ນຄົງ-ປອດໄພຂອງຊາດ



ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກຂໍ້ຕົກລົງວ່າດ້ວຍ ການນຳໃຊ້ເຄື່ອງບິນບໍ່ມີຄົນຂັບ ເລກທີ 3374/ປທສ ລົງວັນທີ 11 ພະຈິກ 2017 ເພື່ອເປັນການກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງການນຳໃຊ້ເຄື່ອງບິນບໍ່ມີຄົນຂັບ ເພື່ອໃຫ້ມີຄວາມເປັເອກະພາບກັນໃນທົ່ວປະເທດ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ແນ່ໃສ່ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ເຄື່ອງບິນບໍ່ມີຄົນຂັບ ແມ່ນອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ທີ່ບິນເທິງອາກາດ ແລະ ບໍ່ມີຄົນຂັບ ໂດຍມີຜູ້ຄວບຄຸມດ້ວຍລະບົບຄວບຄຸມການບິນຢູ່ພາຍນອກເຄື່ອງບິນ ເຊິ່ງສະຫະພາບໂທລະຄົມມະນາຄົມສາກົນ (ITU) ເອີ້ນວ່າ Unmanned Aircraft System (USA) ຫຼື ທົ່ວໄປເອີ້ນວ່າ ໂດຣນ (Drone).







No comments

Powered by Blogger.