ຢືນຢັນການຄົ້ນພົບລະບົບສຸລິຍະໃໝ່ ຫ່າງໄກໂລກກວ່າ 2,500 ປີແສງ - ອິດສະຫຼະ

ຢືນຢັນການຄົ້ນພົບລະບົບສຸລິຍະໃໝ່ ຫ່າງໄກໂລກກວ່າ 2,500 ປີແສງ



ສຳນັກຂ່າວຕ່າງປະເທດລາຍງານ 15 ທັນວາ 2017 ວ່າ: ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ອາເມຣິກາ (NASA) ຮ່ວມກັບ Google ເປີດເຜີຍຜົນການຄົ້ນພົບລະບົບສຸລິຍະທີ່ມີລັກສະນະຄ້າຍຄືກັບລະບົບສຸລິຍະຂອງພວກເຮົາ ເປັນຮູບແບບຂອງດາວເຄາະ 8 ດວງ ໂຄຈອນອ້ອມຮອບດາວເລີກ (ດາວຫຼັກ).

ດາວເລີກ ຫຼື ດາວທີ່ມີບົດບາດເຊັ່ນດຽວກັນກັບດວງຕາເວັນຂອງພວກເຮົາ ຖືກຮຽກວ່າ Kepler-90 ຢູ່ຫ່າງອອກໄປປະມານ 2,545 ປີແສງ ຖືເປັນລະບົບດາວເຄາະທີ່ມີລັກສະນະແບບນີ້ແຫ່ງທຳອິດທີ່ເຄີຍຄົ້ນພົບ, ໂດຍດາວເຄາະລຳດັບທີ 3 Kepler-90i ເປັນດາວຫິນທີ່ຄ້າຍຄືກັນກັບໂລກຂອງພວກເຮົາ ແຕ່ຢູ່ໃກ້ດາວເລີກຫຼາຍຈຶ່ງມີອຸນຫະພູມພື້ນຜິວສູງເຖິງ 427 ອົງສາເຊ ແລະ ມີຮອບວົງໂຄຈອນພຽງ 14.4 ວັນ ເທົ່າກັບວ່າ 1 ປີຂອງດາວເຄາະດວງນັ້ນມີໄລຍະເວລາພຽງສອງອາທິດ.

ການຄົ້ນພົບໃນຄັ້ງນີ້ອາໄສການປະມວນຜົນຈາກຂໍ້ມູນທີ່ເກັບມາໄດ້ຈາກນັກລ່າດາວເຄາະຂອງ NASA ທີ່ໃຊ້ກ້ອງໂທລະທັດອະວະກາດ Kepler Space Telescope ໂດຍອາໄສການວິເຄາະຫາການຫຼີ່ແສງ ເຊິ່ງເປັນສັນຍານບົ່ງບອກເຖິງການທີ່ດາວເຄາະໂຄຈອນຜ່ານໜ້າດາວເລີກ.

ກ້ອງອະວະກາດ Kepler Space Telescope ໄດ້ບັນທຶກຮວບຮວມຂໍ້ມູນດາວເຄາະຜ່ານໜ້າດາວຫຼັກໄວ້ກວ່າ 35,000 ຂໍ້ມູນ, ຖືວ່າຫຼາຍເກີນກວ່າມະນຸດຈະປະມວນຜົນໄດ້ລະອຽດ ຈຶ່ງໄດ້ອາໄສປັນຍາປະດິດ ຫຼື AI ຂອງ Google ເຂົ້າຊ່ວຍໃນການປະມວນຜົນ.

ຄາດວ່າຈະພົບດາວເຄາະນອກລະບົບສຸລິຍະຂອງພວກເຮົາເພີ່ມຂຶ້ນອີກເປັນຈຳນວນຫຼາຍ ເນື່ອງຈາກກ້ອງ Kepler Space Telescope ໄດ້ບັນທຶກຂໍ້ມູນຈາກດາວເລີກໄວ້ກວ່າ 150,000 ດວງ ຈົນເຖິງປັດຈຸບັນນີ້ ນັກດາລາສາດຢືນຢັນການຄົ້ນພົບໂລກທີ່ຢູ່ຫ່າງໄກແລ້ວປະມານ 2,500 ດວງ.



No comments

Powered by Blogger.