ລາຍຊື່ຈອມພູສູງໃນ ສປປ.ລາວ - ອິດສະຫຼະ

ລາຍຊື່ຈອມພູສູງໃນ ສປປ.ລາວ



ພູ ແລະ ສາຍພູຂອງປະເທດລາວສ່ວນຫຼາຍໄດ້ເຕົ້າໂຮມກັນຢູ່ທາງພາກເໜືອ ນັບທັງພາກຕາເວັນຕົກສ່ຽງເໜືອ ແລະ ພາກຕາເວັນອອກສ່ຽງເໜືອ, ຕັ້ງແຕ່ເນັ້ນຂະໜາດທີ 18 ອົງສາເໜືອຂຶ້ນໄປ, ໃນນັ້ນສູງກວ່າໝູ່ແມ່ນຢູ່ພາກຕາເວັນອອກສ່ຽງເໜືອ ຈອມພູທີ່ສູງກວ່າໝູ່ແມ່ນພູເບ້ຍ

1. ພູເບ້ຍ ແຂວງໄຊສົມບູນ ສູງ 2820 ແມັດ
2. ພູຊາຍໄຫຼແລ້ງ ແຂວງຊຽງຂວາງ ສູງ 2717 ແມັດ
3. ພູສາມສຸ່ມ ແຂວງຊຽງຂວາງ ສູງ 2620 ແມັດ
4. ພູຊາວ ແຂວງຊຽງຂວາງ ສູງ 2590 ແມັດ
5. ພູອາທວດ ແຂວງເຊກອງ ສູງ 2500 ແມັດ
6. ພູໝ້ຽງ ແຂວງວຽງຈັນ ສູງ 2455 ແມັດ
7. ພູຫວດ ແຂວງຫົວພັນ ສູງ 2452 ແມັດ
8. ພູຊ້າງ ແຂວງໄຊຍະບູລີ ສູງ 2330 ແມັດ
9. ພູງອກໄນ ແຂວງອັດຕະປື ສູງ 2259 ແມັດ
10. ພູເລີຍ ແຂວງຫົວພັນ ສູງ 2257 ແມັດ
11. ພູຮາວກໍ່ ແຂວງຄຳມ່ວນ ສູງ 2256 ແມັດ
12. ພູງອກປ່ານ ແຂວງອັດຕະປື ສູງ 2251 ແມັດ
13. ພູຜາວີ ແຂວງຊຽງຂວາງ ສູງ 2221 ແມັດ
14. ພູສັນ ແຂວງຊຽງຂວາງ ສູງ 2218 ແມັດ
15. ພູສານສາດ ແຂວງວຽງຈັນ ສູງ 2128 ແມັດ
16. ພູໄດເຈ້ຍກຸ້ງ ແຂວງຫຼວງນ້ຳທາ ສູງ 2099 ແມັດ
17. ພູລາວປີ ແຂວງຫຼວງພະບາງ ສູງ 2079 ແມັດ
18. ພູປານໃຫຍ່ ແຂວງຫົວພັນ ສູງ 2079 ແມັດ
19. ພູຫອມຈັນ ແຂວງຊຽງຂວາງ ສູງ 2038 ແມັດ
20. ພູເຂົ້າໝ້ຽງ ແຂວງໄຊຍະບູລີ ສູງ 2007 ແມັດ
21. ພູປາຄ້າວ ແຂວງອຸດົມໄຊ ສູງ 1870 ແມັດ
22. ພູດອຍຈິ ແຂວງຜົ້ງສາລີ ສູງ 1812 ແມັດ
23. ພູແລ ແຂວງບໍລິຄຳໄຂ ສູງ 1761 ແມັດ
24. ພູຈາປູຕາ ແຂວງຫຼວງນ້ຳທາ ສູງ 1588 ແມັດ
25. ພູກະແຕ ແຂວງສາລະວັນ ສູງ 1583 ແມັດ
26. ພູປາສັກ ແຂວງຈຳປາສັກ ສູງ 1430 ແມັດ

ສາຍພູແຕ່ລະສາຍມີພູສູງຫຼາຍໜ່ວຍ ແລະ ບາງສາຍພູກໍ່ມີລວງຍາວເຖິງຫຼາຍສິບກິໂລແມັດ ແລະ ກວ້າງຫຼາຍກິໂລແມັດເຊັ່ນ: ສາຍພູຫຼວງ ເຊິ່ງແກ່ຍາວເປັນຊາຍແດນລາວ-ຫວຽດນາມ ຕັ້ງແຕ່ແຂວງຫົວພັນໄປຈົນຮອດພາກໃຕ້ຂອງພູພຽງນາກາຍ ແລະ ສາຍພູແດນດິນເຊິ່ງເນັ່ງໄປຕາມຊາຍແດນລາວ-ຫວຽດນາມຫຼາຍສິບກິໂລແມັດໃນເຂດແຂວງຜົ້ງສາລີ.

No comments

Powered by Blogger.