ກຸ່ມຕາລີບັນໂຈມຕີຖານທັບອາຟະການິດສະຖານ, ຂະນະທີ່ກຸ່ມ IS ໂຈມຕີສຳນັກງານ NATO ເສຍຊີວິດຈຳນວນຫຼາຍ - ອິດສະຫຼະ

ກຸ່ມຕາລີບັນໂຈມຕີຖານທັບອາຟະການິດສະຖານ, ຂະນະທີ່ກຸ່ມ IS ໂຈມຕີສຳນັກງານ NATO ເສຍຊີວິດຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ 24 ກຸມພາ 2018 ວ່າ: ກະຊວງປ້ອງກັນປະເທດອາຟະການິດສະຖານ ອອກຖະແຫຼງການວ່າ ກຸ່ມຕາລີບັນບຸກໂຈມຕີຖານປະຈຳການແຫ່ງໜຶ່ງຂອງກອງທັບ ໃນແຂວງຟາຣາ ທາງພາກຕາເວັນຕົກຂອງປະເທດ ເມື່ອກາງເດິກຂອງວັນສຸກທີ່ຜ່ານມາ ສົ່ງຜົນໃຫ້ທະຫານເສຍຊີວິດຢ່າງໜ້ອຍ 18 ຄົນ ແລະ ໄດ້ຮັບບາດເຈັບອີກ 2 ຄົນ, ຂະນະທີ່ຫຼັງຈາກນັ້ນໄດ້ບໍ່ດົນ ກຸ່ມຕາລີບັນອອກມາຢືນຢັນວ່າເປັນຜູ້ລົງມືກໍ່ເຫດດັ່ງກ່າວ ແລະ ເປີດເຜີຍວ່າມີສະມາຊິກ 2 ຄົນຖືກຂ້າໂດຍເຈົ້າໜ້າທີ່.

ຕໍ່ມາເມື່ອຕອນເຊົ້າຂອງວັນເສົາ (24 ກຸມພາ) ຕາມເວລາທ້ອງຖິ່ນ ເກີດເຫດຄົນຮ້າຍລະເບີດຂ້າຕົວຕາຍແຄມເສັ້ນທາງສາຍໜຶ່ງ ໃກ້ກັບທາງເຂົ້າສຳນັກງານໃຫຍ່ຂອງກອງກຳລັງປະສົມອົງການສົນທິສັນຍາອາກລັງຕິກເໜືອ (NATO) ໃນນະຄອນຫຼວງກາບູນ ເປັນເຫດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບ 6 ຄົນ ຫຼັງເກີດເກີດກຸ່ມ IS ປະກາດຮັບວ່າເປັນຜູ້ລົງມື.


ເຊິ່ງຫຼາຍເຂດຂອງອາຟະການິດສະຖານ ໂດຍສະເພາະໃນນະຄອນຫຼວງກາບູນ ຕ້ອງປະເຊີນກັບເຫດການຄວາມບໍ່ສະຫງົບທີ່ທະວີຄວາມຮຸນແຮງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດເພີ່ມຄວາມຮຸນແຮງຂອງແຜນຍຸດທະສາດຕໍ່ຕ້ານກຸ່ມຕາລີບັນ ແລະ ເຄືອຂ່າຍ ໂດຍເຫດການຮຸນແຮງທີ່ສຸດນັບຕັ້ງແຕ່ປີນີ້ ເກີດຂຶ້ນເມື່ອວັນທີ 27 ມັງກອນ 2018 ເມື່ອກຸ່ມຕາລີບັນຈູດສະນວນລະເບີດທີ່ຊຸກເຊື່ອງຢູ່ໃນລົດໂຮງໝໍ ຢູ່ເສັ້ນທາງສາຍຫຼັກໃນນະຄອນຫຼວງກາບູນ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 103 ຄົນ ແລະ ໄດ້ຮັບບາດເຈັບອີກ 235 ຄົນ.


No comments

Powered by Blogger.