ປ.ທຣຳ ກ່າວມາດຕະການຂວໍ້າບາດເກົາຫຼີເໜືອຮອບໃໝ່ນີ້ ຖືເປັນຄັ້ງຍິ່ງໃຫຍ່ ແລະ ຮຸນແຮງທີ່ສຸດ - ອິດສະຫຼະ

ປ.ທຣຳ ກ່າວມາດຕະການຂວໍ້າບາດເກົາຫຼີເໜືອຮອບໃໝ່ນີ້ ຖືເປັນຄັ້ງຍິ່ງໃຫຍ່ ແລະ ຮຸນແຮງທີ່ສຸດ



ສຳນັກຂ່າວຕ່າງປະເທດລາຍງານ 24 ກຸມພາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວຕໍ່ກອງປະຊຸມສະຫະພາບອະນຸລັກນິຍົມອາເມຣິກາ (CPAC) ໃນລັດແມຣີແລນ ເມື່ອວັນສຸກ (23 ກຸມພາ) ທີ່ຜ່ານມາວ່າ: ສະຫະລັດ ອາເມຣິກາໄດ້ອອກມາດຕະການຂວໍ້າບາດເກົາຫຼີເໜືອຮອບໃໝ່ ເພື່ອເພີ່ມແຮງກົດດັນໃຫ້ລັດຖະບານເກົາຫຼີເໜືອຍອມຢຸດຕິໂຄງການນິວເຄຼຍ ໂດຍຍັງກ່າວອີກວ່າ ມາດຕະການຄັ້ງນີ້ ຍິ່ງໃຫຍ່ ແລະ ຮຸນແຮງທີ່ສຸດ ພ້ອມທັງກ່າວວ່າ ຫາກມາດຕະການຂວໍ້າບາດຍັງບໍ່ໄດ້ຜົນ ລັດຖະບານສະຫະລັດ ອາເມຣິກາ ຈະດຳເນີນການຂັ້ນຕໍ່ໄປແຕ່ບໍ່ໄດ້ລົງເລິກລາຍລະອຽດວ່າແມ່ນຫຍັງ.

ຄຳຖະແຫຼງດັ່ງກ່າວຂອງທ່ານ ໂດໂນ ທຣຳ ເກີດຂຶ້ນໃນເວລາດຽວກັນກັບກະຊວງການເງິນຂອງສະຫະລັດ ອາເມຣິກາ ປະກາດຂຶ້ນບັນຊີດຳທ່ານ ຈາງ ຫຍົງ ຫຍວນ ສັນຊາດໄຕ້ຫວັນ ແລະ ບໍລິສັດສອງແຫ່ງຂອງທ່ານ ຈາງ ເຊິ່ງເຮັດໜ້າທີ່ປະສານງານເລື່ອງການສົ່ງອອກຖ່ານຫິນຂອງເກົາຫຼີເໜືອ ກັບນາຍໜ້າຊາວເກົາຫຼີເໜືອລາຍໜຶ່ງທີ່ພັກອາໄສຢູ່ລັດເຊຍ ທີ່ມີໄດ້ພະຍາຍາມສ້າງຂໍ້ຕົກລົງຊື້ຂາຍນ້ຳມັນມູນຄ່າ 1 ລ້ານໂດລາສະຫະລັດ ລະຫວ່າງບໍລິສັດລັດເຊຍທີ່ຢູ່ໃນບັນຊີດຳຂອງລັດຖະບານສະຫະລັດ ອາເມຣິກາ ກັບຜູ້ປະກອບການໃນເກົາຫຼີເໜືອ.


ຂະນະດຽວກັນ,​ ຖະແຫຼງການຂອງກະຊວງການເງິນ ໃນນະຄອນຫຼວງວໍຊິງຕັນ ຍັງໄດ້ຫ້າມພົນລະເມືອງຂອງສະຫະລັດ ອາເມຣິກາ ເຮັດທຸລະກິດຮ່ວມກັບບໍລິສັດຂົນສົ່ງ 19 ແຫ່ງຈາກຈີນ, ຮົງກົງ, ສິງກະໂປ ແລະ ປານາມາ, ບໍລິສັດຂົນສົ່ງສັນຊາດເກົາຫຼີເໜືອອີກ 16 ແຫ່ງ ແລະ ການຫ້າມເຮືອບັນທຸກສິນຄ້າ 28 ລຳເຂົ້າທຽບທ່າ ໃນຈຳນວນນີ້ 19 ລຳເປັນເຮືອຕິດທຸງຊາດເກົາຫຼີເໜືອ ເຊິ່ງທ່ານ ສະຕີບ ມະນູຊິນ ລັດຖະມົນຕີກະຊວງການເງິນສະຫະລັດ ອາເມຣິກາ ກ່າວວ່າມາດຕະການຄັ້ງຫຼ້າສຸດຈະຄວບຄຸມເຮືອບັນທຸກສິນຄ້າທັງໝົດທີ່ເກົາຫຼີເໜືອໃຊ້ຢູ່ນຕອນນີ້.

ນອກຈາກນີ້, ສຳນັກງານຄະນະຜູ້ແທນຖາວອນຂອງສະຫະປະຊາຊາດ ໄດ້ຍື່ນໜັງສືຕໍ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໃຫ້ມີການຂຶ້ນບັນຊີດຳໜ່ວຍງານທັງພາກລັດ ແລະ ເອກະຊົນຂອງເກົາຫຼີເໜືອ ທີ່ພົວພັນກັບກິດຈະກຳການເດີນເຮືອທີ່ຜິດກົດໝາຍ ໂດຍຍັງບໍ່ມີການເປີດເຜີຍລາຍລະອຽດ, ເຖິງຢ່າງໃດກໍ່ຕາມ ມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດວ່າດ້ວຍການຂວໍ້າບາດລັດຖະບານເກົາຫຼີເໜືອ ຈຳເປັນຕ້ອງໄດ້ຮັບຄວາມເຫັນດີຈາກສະມາຊິກທັງ 15 ປະເທດ ທີ່ລວມທັງຈີນ ແລະ ລັດເຊຍ.


No comments

Powered by Blogger.