ໃນເດືອນມີນາ ລັດຖະບານຈະເລັງໃສການປິດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ ແລະ ຄຸ້ມຄອງລາຄາສິນຄ້າ-ລາຄານ້ຳມັນຢ່າງໃກ້ຊິດ - ອິດສະຫຼະ

ໃນເດືອນມີນາ ລັດຖະບານຈະເລັງໃສການປິດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ ແລະ ຄຸ້ມຄອງລາຄາສິນຄ້າ-ລາຄານ້ຳມັນຢ່າງໃກ້ຊິດ



ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກຸມພາ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ແລະ ປິດລົງໃນວັນທີ 21 ກຸມພາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

I. ກອງປະຊຸມ ໄດ້ພິຈາລະນາ ແລະ ໃຫ້ຄໍາເຫັນຊີ້ນໍາຕໍ່ 08 ເນື້ອໃນເອກະສານສໍາຄັນ ດັ່ງນີ້:
1. ບົດລາຍງານສະພາບພົ້ນເດັ່ນທາງດ້ານເສດຖະກິດມະຫາພາກ;
- ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ສືບຕໍ່ຄົ້ນຄວ້າ ແລະ ວິໄຈແຕ່ລະບັນຫາ ພ້ອມທັງສະເໜີວິທີແກ້ໄຂໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍໃຫ້ມີການລາຍງານລັດຖະບານຢ່າງເປັນປົກກະຕິ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບໝາຍໃຫ້ສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ຄົ້ນຄົວ້າ 5 ບັນຫາຄື: 1. ການນໍາໃຊ້ພະລັງງານໄຟຟ້າ ແລະ ບໍ່ແຮ່ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ເກີດປະໂຫຍດສູງສຸດ; 2. ປະເມີນຄືນການສ້າງຕັ້ງເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ ແມ່ນມີດ້ານດີ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງ, ແກ້ໄຂຄືແນວໃດ ແລະ ໃນຕໍ່ໜ້າຈະຫຍາຍເຂດເສດຖະກິດຢູ່ໃສ; 3. ປະເມີນຄືນດ້ານດີ ແລະ ຂໍ້ຄົງຄ້າງໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາ ຕາມທິດແບບຍືນຍົງ; 4. ນະໂຍບາຍພັດທະນາວິສາຫະກິດ ແລະ ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຂອງປະຊາຊົນ ຕາມຮູບແບບສະຫະກອນແບບໃໝ່; ແລະ 5. ຄົ້ນຄວ້າຄືນການຈັດຕັ້ງປະຕິບັດນະໂຍບາຍ ຢຸດຕິການຕັດໄມ້ທໍາລາຍປ່າ, ການຖາງປ່າເຮັດໄຮ່.

2. ບົດລາຍງານ ກ່ຽວກັບແຜນພັດທະນາແບບກວມລວມ ທົ່ວເຂດພູພຽງບໍລະເວນ;
- ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ວິໄຈ ແລະ ຄົ້ນຄວ້າຕື່ມ ກ່ຽວກັບທີ່ຕັ້ງ ແລະ ຈຸດພິເສດໃນແຕ່ລະເຂດ ຂອງພູພຽງບໍລະເວນ ເພື່ອກຳນົດ ແລະ ຈັດສັນເຂດພັດທະນາຕາມທ່າແຮງຂອງພູພຽງບໍລະເວນ ເປັນຕົ້ນແມ່ນ ການກໍານົດເຂດປ່າຍອດນໍ້າ, ເຂດຜະລິດກະສິກໍາ, ເຂດປຸກສ້າງ ແລະ ເຂດທີ່ຈະສ້າງໃຫ້ກາຍເປັນແຫຼ່ງທ່ອງທ່ຽວ. ພາຍຫຼັງທີ່ປັບປຸງສໍາເລັດແລ້ວ ໃຫ້ນໍາໄປຜ່ານສະພາທ້ອງຖິ່ນຂອງແຂວງ ແລະ ສະເໜີຂໍທິດຊີ້ນໍາຕໍ່ກອງປະຊຸມກົມການເມືອງ. ພ້ອມດຽວກັນນັ້ນ, ໃຫ້ແຕ່ງຕັ້ງຄະນະຮັບ ຜິດຊອບເພື່ອຄຸ້ມຄອງ ແລະ ພັດທະນາເຂດພູພຽງບໍລະເວນ ໂດຍມອບໃຫ້ ອໍານາດການປົກຄອງທ້ອງຖິ່ນເປັນເຈົ້າການຮັບຜິດຊອບ.

3. ບົດລາຍງານກ່ຽວກັບ ຜົນຂອງກອງປະຊຸມສອງກົມການເມືອງ, ຜົນກອງປະຊຸມ ຄັ້ງທີ 40 ຂອງສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ;
- ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວ ຂ້ອງນໍາເອົາເນື້ອໃນຈິດໃຈ ແລະ ຜົນຂອງກອງປະຊຸມພົບປະສອງກົມການເມືອງ ແລະ ຜົນກອງປະຊຸມ ຄັ້ງທີ 40 ຂອງສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງຕົນ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ເກີດປະໂຫຍດສູງສຸດ. ສຳຄັນແມ່ນ ໃນຕໍ່ໜ້າໃຫ້ຄົ້ນຄວ້າບັນດາໂຄງການຊ່ວຍຂອງ ສສ.ຫວຽດນາມ ແມ່ນໃຫ້ເນັ້ນໃສ່ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະແມ່ນປະຊາຊົນ ທີ່ຢູ່ເຂດຮ່າງໄກສອກຫຼີກ.

4. ບົດລາຍງານ ກ່ຽວກັບຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ;
- ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍສະເພາະແມ່ນ ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສືບຕໍ່ປະສານສົມທົບກັບຝ່າຍ ສປ.ຈີນ ໃນການດຳເນີນການກໍ່ສ້າງໂຄງການດັ່ງກ່າວ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້. ພ້ອມດຽວກັນນັ້ນ, ໃຫ້ສືບຕໍ່ປະ ສານສົມທົບກັບບັນດາແຂວງ, ສະພາທ້ອງຖິ່ນຂອງແຂວງ ເພື່ອກໍານົດ ແລະ ເບີກຈ່າຍຄ່າຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງດັ່ງກ່າວ ໃຫ້ສໍາເລັດໂດຍໄວ. ສຳລັບທຶນສົມທົບກໍ່ສ້າງໂຄງການດັ່ງກ່າວ ຂອງລັດຖະບານ ແມ່ນໃຫ້ກໍານົດເຂົ້າໃນແຜນງົບປະມານໃນແຕ່ລະປີ.

5. ຮ່າງດໍາລັດ ວ່າດ້ວຍການພົວພັນປະສານງານ ລະຫວ່າງ ບັນດາກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ກັບ ສໍານັກງານນາຍົກລັດຖະມົນຕີ;
- ກອງປະຊຸມ ເຫັນດີຮັບຮອງດ້ານຫຼັກການ ແຕ່ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕື່ມ ຕາມການປະກອບ ຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ຮຽບຮຽງຄືນບັນດາຄໍາສັບ, ຊື່, ເນື້ອໃນ ຂອງບາງໝວດ, ບາງມາດຕາ ເພື່ອເຮັດໃຫ້ດໍາລັດສະບັບດັ່ງມີຄວາມຄົບຖ້ວນ, ຊັດເຈນ ແລະ ຮັດກຸມ, ເມື່ອປະກາດໃຊ້ແລ້ວ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ສໍາຄັນແມ່ນໃຫ້ກໍານົດຂອດການປະສານງານ ລະຫວ່າງ ສູນກາງກັບສູນກາງ, ສູນກາງກັບທ້ອງຖິ່ນ, ແລະ ທ້ອງຖິ່ນກັບທ້ອງຖິ່ນ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ.

6. ຮ່າງດໍາລັດ ວ່າດ້ວຍຄະນະແມ່ນໍ້າຂອງແຫ່ງຊາດ;
- ກອງປະຊຸມ ໄດ້ຮັບຮອງ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ດຳລັດດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຊັດເຈນ ເມື່ອປະ ກາດໃຊ້ແລ້ວສາມາດຈັດຕັ້ງປະຕິບັດໄດ້.

7. ບົດລາຍງານ ກ່ຽວໂຄງການກໍ່ສ້າງ, ປັບປຸງ ແລະ ຂະຫຍາຍເທດສະບານເມືອງໃໝ່ ເມືອງພູຄູນ, ແຂວງຫຼວງພະບາງ;
- ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ແລະ ສຶກສາອອກແບບຄືນໃໝ່, ການກໍ່ສ້າງແມ່ນຕ້ອງຢູ່ບົນຈິດໃຈປະຢັດມັດທະຍັດ ແລ້ວຈຶ່ງສືບຕໍ່ພິຈາລະນາໃນຂັ້ນຕໍ່ໄປ.

8. ແຜນແມ່ບົດການພັດທະນາໂຄງລ່າງພື້ນຖານຂອງວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ.
- ກອງປະຊຸມ ໄດ້ພິຈາລະນາ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປຄົ້ນຄວ້າ ແລະ ປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນໃຫ້ຄົ້ນຄວ້າແກ້ໄຂບັນຫາທີ່ດິນໃຫ້ຖືກຕ້ອງແທດຕົວຈິງ ບໍ່ໃຫ້ມີຜົນກະທົບດ້ານລົບຕາມມາ.

II. ນອກຈາກເນື້ອໃນສໍາຄັນດັ່ງກ່າວ, ກອງປະຊຸມ ຍັງໄດ້ສະຫຼຸບຕີລາຄາສະພາບພົ້ນເດັ່ນ ໃນເດືອນ ກຸມພາ 2018 ທີຜ່ານມາ ຄື:
1. ໄດ້ກະກຽມ ແລະ ເຂົ້າຮ່ວມກອງປະຊຸມພົບປະສອງກົມການເມືອງ ລາວ-ຫວຽດນາມ ແລະ ເປັນເຈົ້າພາບຈັດກອງປະຊຸມ ຂອງຄະນະກໍາມາທິການຮ່ວມມືທະວີພາຄີ ລະຫວ່າງລັດຖະບານລາວ ແລະ ຫວຽດນາມ, ຄັ້ງທີ 40 ການພົບປະດັ່ງກ່າວໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ໃນມື້ວານນີ້ກອງປະຊຸມຂອງພວກເຮົາກໍ່ໄດ້ຮັບຟັງການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງແລ້ວ.

2. ໄດ້ດຳເນີນກອງປະຊຸມລັດຖະບານ ສະໄໝວິສາມັນ ເພື່ອພິຈາລະນາຮ່າງກົດໝາຍທັງໝົດ 08 ສະບັບ ທີ່ຈະສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 5. ມາເຖິງປະຈຸບັນນີ້, ຂະແໜງການທີ່ກ່ຽວຂ້ອງກໍາລັງປັບປຸງຄັ້ງສຸດທ້າຍ ເຊິ່ງລວມທັງໝົດມີ 15 ຮ່າງກົດໝາຍ ແລະ ຈະສົ່ງໃຫ້ສະພາແຫ່ງຊາດພາຍໃນເດືອນນີ້.

3. ໄດ້ດຳເນີນກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ 2 ຄັ້ງ ແລະ ໄດ້ພິຈາລະນາຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ: ຜົນການປະເມີນຮອບດ້ານໃນການຈັດຕັ້ງປະຕິບັດໂຄງການຜະລິດ ແລະ ສົ່ງເສີມການປູກເຂົ້າເປັນສິນຄ້າ; ການສະເໜີດັດແກ້ສັນຍາການຄ້າ ໂຄງການຍົກຍ້າຍເທດ ສະ ບານເມືອງບຸນເໜືອ; ຄວາມຄືບໜ້າການໄກ່ເກ່ຍບັນຫາຕ່າງໆ ທີ່ຕິດພັນກັບພັນທະບັດບ້ວງ 90 ຕື້ກີບ; ການຂໍຂະຫຍາຍເຂດ ແລະ ຂໍສ້າງຕັ້ງເຂດເສດ ຖະກິດພິເສດ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ; ການໂອນວຽກງານປະກັນສຸຂະພາບໄປໃຫ້ກະຊວງສາທາລະນະສຸກ; ການສະເໜີອອກຂໍ້ຕົກລົງ ວ່າດ້ວຍລະບຽບການໃນການນໍາໃຊ້ຄັງສະສົມແຫ່ງຊາດ ແລະ ບັນຫາອື່ນໆ.

4. ໄດ້ພິຈາລະນາ ອອກນິຕິກໍາລຸ່ມກົດໝາຍຈໍານວນໜື່ງ ລວມມີ ຄໍາສັ່ງ 03 ສະບັບ (ໃນນີ້ລວມມີ ຄຳສັ່ງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ຄຳສັ່ງວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່), ດໍາລັດ 32 ສະບັບ ແລະ ຂໍ້ຕົກລົງ 03 ສະບັບ. ພ້ອມກັນນີ້, ກໍ່ໄດ້ພິຈາລະນາການສະເໜີຂອງຂະແໜງການ ແລະ ທ້ອງຖິ່ນ ເຊິ່ງໄດ້ອອກເປັນແຈ້ງການທັງໝົດ 163 ສະບັບ.

ນອກຈາກນີ້, ນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນ ຕີ ແລະ ບັນດາສະມາຊິກລັດຖະບານຫຼາຍສະຫາຍ ກໍໄດ້ເຄື່ອນໄຫວປະຕິບັດໜ້າທີ່ວຽກງານທັງພາຍໃນ ແລະ ຕ່າງປະເທດ ຕາມແຜນວຽກຈຸດສຸມຂອງຕົນໄດ້ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນດີ.
ຄຽງຄູ່ກັບວຽກທີ່ເຮັດສຳເລັດນັ້ນ, ລັດຖະບານ ເຫັນວ່າຍັງມີວຽກຄົງຄ້າງ ແລະ ຊັກຊ້າ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ ເປັນຕົ້ນແມ່ນ ການຊຸກຍູ້ການເກັບລາຍຮັບງົບປະມານ ໃຫ້ໄດ້ຕາມຄາດໝາຍ, ການແກ້ໄຂໜີ້ໂຄງການລົງທຶນຂອງລັດ, ການຄຸ້ມຄອງລາຄາສິນຄ້າ ແລະ ອັດຕາແລກປ່ຽນ, ການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເຊິ່ງຈະຕ້ອງໄດ້ສືບຕໍ່ແກ້ໄຂຢ່າງເອົາຈິງເອົາຈັງ ແລະ ໃຫ້ເປັນຮູບປະທໍາຕື່ມ.

III. ກ່ຽວກັບວຽກງານຈຸດສຸມ ໃນເດືອນມີນາ 2018 ລັດຖະບານ ໄດ້ຊີ້ນໍາໃຫ້ທຸກຂະແໜງການ, ອົງການ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງປະຕິບັດ 08 ວຽກ ດັ່ງນີ້:

1. ສຸມໃສ່ການເກັບລາຍຮັບງົບປະມານ ໃຫ້ໄດ້ຕາມຄາດໝາຍ ແຕ່ຫົວທີ ໂດຍພະຍາຍາມປິດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບງົບປະມານຜ່ານມາ ພວກເຮົາຍັງບໍ່ທັນເຂັ້ມງວດແທ້ ຕໍ່ການເກັບລາຍຮັບເຂົ້າງົບປະມານ ແລະ ຍັງມີຊ່ອງຫວ່າງໃຫ້ພະນັກງານ ແລະ ຜູ້ປະກອບການສວຍໂອກາດ ຫຼື ລົບຫຼີກການຈ່າຍພາສີອາກອນ ຫຼື ມອບພັນທະງົບປະມານ. ດັ່ງນັ້ນ, ຕ້ອງໄດ້ຫັນເຂົ້າສູ່ການເກັບລາຍຮັບ ດ້ວຍລະບົບທັນສະໄໝໃຫ້ໄວ ແລະ ຮັດກຸມ.

2. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ, ຄຸ້ມຄອງອັດຕາເງິນເພີ້ ແລະ ອັດຕາແລກປ່ຽນໃຫ້ຢູ່ໃນເກນປົກກະຕິ; ຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວ ຂອງທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຮີບຮ້ອນຄົ້ນຄວ້ານະໂຍບາຍອັດ ຕາດອກເບ້ຍເງິນກູ້ ແລະ ກົນໄກການສະໜອງທຶນ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະ ໃນສະພາບເງື່ອນໄຂທີ່ພາກທຸລະກິດພາຍໃນ ມີຄວາມຫຍຸ້ງຍາກທາງດ້ານການເຂົ້າເຖິງແຫຼ່ງທຶນ; ພ້ອມນີ້, ກໍ່ສືບຕໍ່ປັບປຸງລະບຽບການ ແລະ ກົນໄກ ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນຂອງຕ່າງປະເທດ ເພື່ອເປັນມາດຕະການໜຶ່ງໃນການກະຕຸ້ນເສດຖະກິດ.

3. ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຕິດຕາມສະພາບການເໜັງຕິງຂອງລາຄານໍ້າມັນ ຢ່າງໃກ້ສິດ. ພ້ອມກັນນີ້ກໍ່ແຈ້ງໃຫ້ທົ່ວສັງຄົມຮັບຊາບ ຕໍ່ກັບການປັບຂຶ້ນ-ລົງລາຄານໍ້າມັນແຕ່ລະໄລຍະ ເພື່ອຫຼີ້ກລ້ຽງການເຂົ້າໃຈຜິດ ຫຼື ຕຳນິວິຈານ ຢ່າງບໍ່ສົມເຫດສົມຜົນ. ໃຫ້ສືບຕໍ່ຕິດຕາມລາຄາສິນຄ້າຕາມທ້ອງຕະຫຼາດຕື່ມ ເນື່ອງຈາກເຫັນວ່າ ລາຄາສິນຄ້າແພງຂຶ້ນຫລາຍ ແລະ ໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ.

4. ເອົາໃຈໃສ່ຕິດຕາມ, ກວດກາ ແລະ ສະກັດກັ້ນການດຳເນີນທຸລະກິດ, ຄ້າຂາຍ, ນຳເຂົ້າ-ສົ່ງອອກ ທີ່ບໍ່ຖືກກົດໝາຍ ແລະ ລະບຽບການ ເປັນຕົ້ນແມ່ນການຫຼັກລອບ ນຳເຂົ້າ-ສົ່ງອອກສິນຄ້າ ທີ່ຜິດກົດໝາຍ, ການລົບຫຼີກພາສີ-ອາກອນ ຕະຫຼອດຮອດການລັກລອບ ຊື້-ຂາຍ ຫຼື ສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງ ທີ່ຂັດກັບຄຳສັ່ງເລກທີ 15 ແລະ ນິຕິກຳກ່ຽວຂ້ອງ.

5. ສຸມໃສ່ການກະກຽມ ກອງປະຊຸມລັດຖະບານເປີດກວ້າງ ເຊິ່ງຈະດຳ ເນີນໃນລະຫວ່າງວັນທີ 22-23 ມີນາ (ພໍດີຖືກກັບວັນສ້າງຕັ້ງພັກ ຄົບຮອບ 63 ປີ). ໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງນີ້, ພວກເຮົາຈະສຸມໃສ່ການເຜີຍແຜ່, ແນະນຳ ແລະ ຊຸກຍູ້ແຕ່ຫົວທີການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ສົກປີ 2018. ກອງປະຊຸມຄັ້ງນີ້ ຍັງຖືເປັນການກະກຽມ ໃຫ້ແກ່ການລາຍງານຕໍ່ກອງປະຊຸມ ຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ແລະ ກອງປະຊຸມສະພາແຫ່ງຊາດ ທີ່ຈະໄຂຂຶ້ນໃນເດືອນເມສານີ້. ດັ່ງນັ້ນ, ຈຶ່ງມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນເຈົ້າການ ປະສານກັບຂະແໜງການ ແລະ ທ້ອງຖິ່ນ ໃຫ້ລະອຽດ ເພື່ອກະກຽມດຳເນີນກອງປະຊຸມເປີດກວ້າງຄັ້ງນີ້ ໄດ້ຮັບໝາກຮັບຜົນເປັນຢ່າງດີ. ພ້ອມນີ້ ກໍ່ອາດຈະກະກຽມກິດຈະກຳໃດໜຶ່ງ ເພື່ອລະ ນຶກເຖິງວັນສ້າງຕັ້ງພັກ ຄົບຮອບ 63 ປີ ໄປນຳເລີຍ.

6. ຮີບຮ້ອນປັບປຸງ ແລະ ຈັດສົ່ງບັນດາຮ່າງກົດໝາຍ ທີ່ຈະສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 5 ໃຫ້ທັນຕາມກຳນົດເວລາ. ພ້ອມກັນນີ້, ກໍ່ໃຫ້ກະກຽມການລາຍງານ ແລະ ຊີ້ແຈງກ່ຽວກັບບັນ ຫາຕ່າງໆ, ທີ່ສະມາຊິກສະພາອາດຈະຍົກຂຶ້ນໃນກອງປະຊຸມ ຖ້າບັນຫາໃດຍັງບໍ່ເຫັນເປັນເອກະພາບພາຍໃນສະມາຊິກລັດຖະບານ ກໍ່ໃຫ້ຮີບຮ້ອນປຶກສາຫາລື ແລະ ໃຫ້ມີຂໍ້ສະຫຼຸບ ເພື່ອຫຼີກລ້ຽງຄຳເຫັນທີ່ຂັດແຍ່ງກັນເອງຢູ່ສະພາ.

7. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈຢ່າງລະອຽດ, ເລີກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບ ທາງດ້ານການ ເມືອງ, ເສດຖະກິດ ແລະ ສັງຄົມ ທີ່ອາດມີຕໍ່ປະເທດເຮົາ. ພ້ອມນີ້, ກໍ່ສືບຕໍ່ການເຄື່ອນ ໄຫວວຽກງານຕ່າງປະເທດ ຢ່າງເປັນເຈົ້າການ. ໃຫ້ເອົາໃຈໃສ່ກະກຽມແຜນການເຄື່ອນ ໄຫວວຽກງານຕ່າງປະເທດຂອງການນໍາພັກ-ລັດ ໂດຍສະເພາະ ການກະກຽມໃຫ້ແກ່ຄະນະຜູ້ແທນຂອງລັດຖະບານ ໄປເຄື່ອນໄຫວຢ້ຽມຢາມຢູ່ປະເທດນິວຊີແລນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ໃຫ້ມີເນື້ອໃນ ແລະ ໄດ້ຮັບຜົນສໍາເລັດດີ.

8. ໃຫ້ບັນດາສະມາຊິກລັດຖະບານ ເອົາໃຈໃສ່ຊີ້ນຳ, ຕິດຕາມ, ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນສູງ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ ແລະ ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນຍົກສູງນ້ຳໃຈເປັນເຈົ້າປະເທດ, ຕັ້ງໜ້າເຂົ້າຮ່ວມຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມຂອງລັດຖະບານ, ປະຕິບັດກົດໝາຍໃຫ້ເປັນຈິງ.

No comments

Powered by Blogger.