UN ອອກຄຳສັ່ງໃຫ້ຢຸດຍິງ 30 ວັນ ໃນເຂດກູຕາ ຕາເວັນອອກ ຂອງຊີຣີ ເພື່ອມະນຸດສະທຳ - ອິດສະຫຼະ

UN ອອກຄຳສັ່ງໃຫ້ຢຸດຍິງ 30 ວັນ ໃນເຂດກູຕາ ຕາເວັນອອກ ຂອງຊີຣີ ເພື່ອມະນຸດສະທຳ



ສຳນັກຂ່າວຕ່າງປະເທດລາຍງານ 25 ກຸມພາ 2018 ວ່າ: ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດທັງ 15 ປະເທດ ມີມະຕິເປັນເອກະພາບໃນກອງປະຊຸມເມື່ອວັນເສົາທີ່ຜ່ານມາ (24 ກຸມພາ) ໃຫ້ມີການຢຸດຍິງທັນທີ ຄວບຄຸມທົ່ວທຸກພື້ນທີ່ຂອງເຂດກູຕາ ຕາເວັນອອກ ທີ່ຕັ້ງຢູ່ເຂດຮອບນອກຂອງນະຄອນຫຼວງດາມັດສະກັດ ເປັນເວລາ 30 ວັນ ແລະ ນັບຈາກນີ້ທຸກຝ່າຍຕ້ອງຍົກເລີກການປິດລ້ອມພື້ນທີ່ດັ່ງກ່າວເພື່ອໃຫ້ໜ່ວຍງານຫຼຸດຜ່ອນຄວາມທຸກຍາກຂອງສະຫະປະຊາຊາດ ແລະ ພັນທະມິດເຂົ້າສູ່ພື້ນທີ່ດັ່ງກ່າວ ເພື່ອອົບພະຍົບຜູ້ໄດ້ຮັບບາດເຈັບ, ຜູ້ປ່ວຍໜັກ ແລະ ສົ່ງມອບການຊ່ວຍເຫຼືອຂັ້ນພື້ນຖານໃຫ້ແກ່ປະຊາຊົນ ແຕ່ຄຳສັ່ງຢຸດຍິງຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດໃນຄັ້ງນີ້ບໍ່ມີຜົນກັບກຸ່ມກໍ່ການຮ້າຍ ທີ່ລວມເຖິງກຸ່ມອັນ-ກໍອິດະ (Al Qaeda) ແລະ ກຸ່ມຮາຢັດ ຕາຣີ ອັນ-ຊາມ (Hayat Tahrir Al Sham) ຫຼື ອະດີດກຸ່ມອັນ-ນຸສະຣາ (Al-Nusra).



ເຖິງຢ່າງໃດກໍ່ຕາມ, ມະຕິດັ່ງກ່າວຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ທີ່ສະເໜີໂດຍປະເທດກູເວດ ແລະ ຊູແອດ ຜ່ານການອະນຸມັດຊັກຊ້າກວ່າກຳນົດເຖິງ 2 ວັນ ຈາກການທີ່ລັດເຊຍເຊິ່ງເປັນໜຶ່ງໃນສະມາຊິກຖາວອນ ແລະ ມີອຳນາດຢຸດຢັ້ງສາມາດເຮັດໃຫ້ຮ່າງດັ່ງກ່າວບໍ່ຖືກຍອມຮັບໄດ້ ຄັດຄ້ານເນື້ອໃນເດີມໃນບັນຫາທີ່ໃຫ້ເລີ່ມຢຸດຍິງພາຍໃນ 72 ຊົ່ວໂມງ ໂດຍລັດເຊຍຕ້ອງການໃຫ້ຢຸດຍິງທັນທີ ແລະ ຂໍໃຫ້ມີການເພີ່ມເນື້ອໃນສະແດງຄວາມບໍ່ພໍໃຈຕໍ່ການທີ່ກຸ່ມຕິດອາວຸດຍິງປືນໃຫຍ່ ແລະ ຈະຫຼວດໂຈມຕີຕຶກອາຄານສະຖານທູດຂອງລັດເຊຍ ໃນນະຄອນຫຼວງດາມັດສະກັດ, ເຖິງແມ່ນວ່າກູເວດ ແລະ ຊູແອດຈະຍິນດີກັບຄວາມເຫັນຂອງລັດເຊຍ ແຕ່ສະຫະລັດ ອາເມຣິກາ ວິຈານວ່າລັດຖະບານລັດເຊຍວ່າ ຕ້ອງການຖ່ວງເວລາ ເພື່ອໃຫ້ກອງທັບລັດເຊຍເດີນໜ້າໂຈມຕີປະຊາຊົນຕໍ່ໄປ.


ຂະນະທີ່ອົງກອນສັງເກດການດ້ານສິດທິມະນຸດຊີຣີ ລາຍງານຈຳນວນຜູ້ເສຍຊີວິດຈາກການສູ້ຮົບໃນເຂດກູຕາ ຕາເວັນອອກຕະຫຼອດອາທິດທີ່ຜ່ານມາວ່າ ມີຈຳນວນຫຼາຍກວ່າ 500 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍກວ່າ 2,000 ຄົນ ນອກຈາກນີ້ຍັງມີປະຊາຊົນຕິດຄ້າງຢູ່ໃນພື້ນທີ່ອີກເກືອບ 400,000 ຄົນ.




No comments

Powered by Blogger.