ປະທານຄະນະກຳມາທິການຕຸລາການ ສ.ອາເມຣິກາ ເຂົ້າພົບທ່ານ ຮອງນາຍົກລັດຖະມົນຕີ - ອິດສະຫຼະ

ປະທານຄະນະກຳມາທິການຕຸລາການ ສ.ອາເມຣິກາ ເຂົ້າພົບທ່ານ ຮອງນາຍົກລັດຖະມົນຕີ



ໃນຕອນເຊົ້າຂອງວັນທີ 24 ກຸມພາ 2018 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Bob Goodlatte ປະທານຄະນະກຳມາທິການຕຸລາການ, ລັດຖະສະພາສະຫະລັດ ອາເມຣິກາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ.ລາວ ໃນລະຫວ່າງວັນທີ 24-25 ກຸມພາ 2018.


ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ.ລາວ ຂອງຄະນະຜູ້ແທນລັດຖະສະພາສະຫະລັດ ອາເມຣິກາ ອັນເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືຂອງສອງປະເທດ ເຊິ່ງ ສປປ.ລາວ ປະຈຸບັນ ພວມສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ກໍ່ຄືເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ໜຶ່ງໃນເປົ້າໝາຍທີ່ສຳຄັນ ແມ່ນເປົ້າໝາຍການເກັບກູ້ລະເບີດບໍ່ທັນແຕກ ທີ່ຫຼົງເຫຼືອໃນປາງສົງຄາມ ຢູ່ໃນ ສປປ.ລາວ ໃຫ້ໝົດໄປ ເຊິ່ງປະເທດສະຫະລັດ ອາເມຣິກາ ກໍ່ແມ່ນອີກປະເທດໜຶ່ງ ທີ່ໃຫ້ການຊ່ວຍເຫຼືອແກ່ໂຄງການດັ່ງກ່າວ ໃນຕະຫຼອດຫຼາຍປີທີ່ຜ່ານມາ ແລະ ຫຼ້າສຸດກໍ່ໄດ້ອະນຸມັດທຶນຊ່ວຍເຫຼືອ 90 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອໃນໂຄງການເກັບກູ້ລະເບີດບໍ່ທັນແຕກຂອງ ສປປ.ລາວ ໃນໄລຍະທີ່ອະດີດປະທານາທິບໍດີ ບາຣັກ ໂອບາມາ ມາຢ້ຽມຢາມລາວຢ່າງເປັນທາງການ ໃນປີ 2016 ແລະ ໄດ້ເລີ່ມຈັດຕັ້ງປະຕິບັດໄປແລ້ວປະມານ 60 ລ້ານໂດລາສະຫະລັດ. ພ້ອມນີ້, ທັງສອງຝ່າຍ ຍັງຈະໄດ້ສືບຕໍ່ສຸມໃສ່ໃນພາກສະໜາມໃຫ້ຫຼາຍຂຶ້ນ ໄປພ້ອມໆກັບການພັດທະນາ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກລະເບີດບໍ່ທັນແຕກ ທີ່ຍັງຕົກຄ້າງໃນພື້ນທີ່ທຳການຜະລິດຂອງເຂົາເຈົ້າ ໃຫ້ນັບມື້ນັບດີຂຶ້ນ. ທັງຍັງເປັນການສ້າງຄວາມໝັ້ນໃຈ ແລະ ສາມາດດຶງດູດການລົງທຶນ ໃນພື້ນທີ່ດັ່ງກ່າວໃຫ້ຫຼາຍຂຶ້ນເລື້ອຍໆ.


ທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານປະທານຄະນະກຳມາທິການຕຸລາການ, ລັດຖະສະພາສະຫະລັດອາເມລິກາ ຍັງໄດ້ຕີລາຄາສູງ ຕໍ່ການຮ່ວມມືຊ່ວຍເຫຼືອໃຫ້ແກ່ ສປປ.ລາວ ໃນໄລຍະຜ່ານມາ ເປັນຕົ້ນ ໃນຂະແໜງການສຶກສາ, ສາທາລະນະສຸກ ແລະ ດ້ານສະຫວັດດີການສັງຄົມ; ດ້ານການຄ້າ ແລະ ການລົງທຶນ ກໍ່ນັບມື້ນັບມີການຂະຫຍາຍຕົວຂຶ້ນ ຊຶ່ງຕ່າງຝ່າຍຕ່າງກໍ່ຫວັງວ່າ ສິນຄ້າກະສິກຳຂອງລາວ ກໍ່ຄືສິນຄ້າອື່ນໆ ທີ່ໄດ້ມາດຕະຖານ ຈະໄດ້ຮັບການສົ່ງອອກໄປສະຫະລັດອາເມລິກາ ໃຫ້ຫຼາຍຂຶ້ນເຊັ່ນກັນ.

ໃນຕອນທ້າຍ, ທ່ານ Bob Goodlatte ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ແລະ ຂອບໃຈເປັນຢ່າງສູງ ຕໍ່ຄວາມເອົາໃຈໃສ່ຂອງລັດຖະບານລາວ ທີ່ໄດ້ຮ່ວມມືກັນສຸມໃສ່ໃນການຊອກຄົ້ນຫາກະດູກຂອງທະຫານສະຫະລັດ ອາເມຣິກາ ທີ່ໄດ້ສູນຫາຍໃນປາງສົງຄາມຢູ່ລາວ ໃຫ້ກັບຄືນສູ່ປະເທດ ກໍ່ຄືຄອບຄົວຂອງທະຫານເຫຼົ່ານັ້ນ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນການຮ່ວມມື ແລະ ການຊ່ວຍເຫຼືອ ລະຫວ່າງ ສປປ.ລາວ ແລະ ສະຫະລັດອາເມລິກາ ຈະໄດ້ຮັບການຍົກລະດັບ ແລະ ເສີມຂະຫຍາຍຂຶ້ນເປັນກ້າວໆ.

No comments

Powered by Blogger.