ຄາດວ່າພັກສົມເດັດ ຮຸນ ເຊນ ຈະຊະນະຂາດລອຍ ໃນການເລືອກຕັ້ງສະມາຊິກສະພາສູງ ໃນວັນທີ 25 ກຸມພາ 2018 ນີ້ - ອິດສະຫຼະ

ຄາດວ່າພັກສົມເດັດ ຮຸນ ເຊນ ຈະຊະນະຂາດລອຍ ໃນການເລືອກຕັ້ງສະມາຊິກສະພາສູງ ໃນວັນທີ 25 ກຸມພາ 2018 ນີ້



ສຳນັກຂ່າວຕ່າງປະເທດລາຍງານ 25 ກຸມພາ 2018 ວ່າ: ການເລືອກຕັ້ງສະມາຊິກສະພາສູງ ຂອງກຳປູເຈຍທີ່ຈັດຂຶ້ນໃນວັນອາທິດທີ 25 ກຸມພານີ້ ໂດຍການທີ່ສະມາຊິກສະພາຜູ້ແທນປະຊາຊົນ 123 ຄົນ ແລະ ສະມາຊິກສະພາທ້ອງຖິ່ນ 11,572 ຄົນ ຈະເຮັດໜ້າທີ່ເປັນຕົວແທນຂອງປະຊາຊົນໃນການລົງຄະແນນເລືອກຕັ້ງ ຈາກໜ່ວຍເລືອກຕັ້ງທັງໝົດ 33 ແຫ່ງໃນທົ່ວປະເທດ ເພື່ອຄັດເລືອກເອົາສະມາຊິກສະພາສູງ 57 ສຽງ ສ່ວນອີກ 4 ສຽງ ມາຈາກການຄັດເລືອກຂອງເຈົ້າມະຫາຊີວິດ ບໍຣົມມະນາດ ນະໂຣດົມ ສີຫະມຸນີ 2 ສຽງ ແລະ ອີກ 2 ສຽງມາຈາກການລົງມະຕິຂອງສະພາແຫ່ງຊາດ.


ເຖິງຢ່າງໃດກໍ່ຕາມ, ການເລືອກຕັ້ງໃນຄັ້ງນີ້ໄດ້ຮັບສຽງວິພາກວິຈານຈາກຫຼາຍຝ່ານທັງໃນ ແລະ ຕ່າງປະເທດ ກ່ຽວກັບຄວາມເປັນທຳ ໂດຍສະມາຊິກສະພາສິດທິມະນຸດແຫ່ງອາຊີຕາເວັນອອກສຽງໃຕ້ (APHR) ອອກຖະແຫຼງການວ່າ ການເລືອກຕັ້ງສະມາຊິກສະພາສູງຂອງກຳປູເຈຍໃນຄັ້ງນີ້ ບໍ່ຖືເປັນການລົງຄະແນນຕາມຂະບວນການປະຊາທິປະໄຕ ຈາກການທີ່ສະມາຊິກສະພາທ້ອງຖິ່ນເກືອບເຄິ່ງໜຶ່ງ ຫຼື 5,062 ຄົນ ບໍ່ສາມາດໃຊ້ສິດໄດ້ ເນື່ອງຈາກເປັນສະມາຊິກຂອງພັກກູ້ຊາດກຳປູເຈຍ ທີ່ຖືກສານສັ່ງໃຫ້ຍຸບພັກໄປເມື່ອເດືອນພະຈິກ 2017 ໝາຍຄວາມວ່າການລົງຄະແນນສຽງເລືອກຕັ້ງຄັ້ງນີ້ມາຈາກຕົວແທນຂອງພັກປະຊາຊົນກຳປູເຈຍ ຂອງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍຄົນປັດຈຸບັນ ແຕ່ພຽງພັກດຽວ.

ເຖິງແມ່ນວ່າສະມາຊິກສະພາສູງຂອງກຳປູເຈຍ ຈະມີວາລະການດຳລົງຕຳແໜ່ງ 6 ປີ ແຕ່ກໍ່ບໍ່ມີບົດບາດຫຍັງຫຼາຍເມື່ອທຽບກັບສະພາຜູ້ແທນປະຊາຊົນ ແຕ່ຜູ້ດຳລົງຕຳແໜ່ງປະທານສະພາສູງມີອຳນາດໃນການລົງນາມປະກາດບັງຄັບໃຊ້ກົດໝາຍ ໃນກໍລະນີທີ່ເຈົ້າມະຫາຊີວິດຫາກຢູ່ຕ່າງແດນ ໃນຂະນະທີ່ອອກກົດໝາຍ, ນອກຈາກນີ້ການເລືອກຕັ້ງສະມາຊິກສະພາຜູ້ແທນປະຊາຊົນທົ່ວໄປຂອງກຳປູເຈຍຈະຈັດຂຶ້ນໃນວັນທີ 29 ກໍລະກົດ 2018 ນີ້.

No comments

Powered by Blogger.