ນາຍພົນຮອງປະທານພັກແຮງງານເກົາຫຼີເໜືອ ຢ້ຽມຢາມເກົາຫຼີໃຕ້ ເພື່ອຮ່ວມປິດງານປຽງຊາງເກມ - ອິດສະຫຼະ

ນາຍພົນຮອງປະທານພັກແຮງງານເກົາຫຼີເໜືອ ຢ້ຽມຢາມເກົາຫຼີໃຕ້ ເພື່ອຮ່ວມປິດງານປຽງຊາງເກມ



ສຳນັກຂ່າວຕ່າງປະເທດລາຍງານ 25 ກຸມພາ 2018 ວ່າ: ຄະນະເຈົ້າໜ້າທີ່ລະດັບສູງ 8 ທ່ານ ຂອງລັດຖະບານເກົາຫຼີເໜືອທີ່ຈະເຂົ້າຮ່ວມພິທີປິດການແຂ່ງການກີລາໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ໃນຄືນວັນອາທິດ 25 ກຸມພານີ້ ເດີນທາງຂ້າມຊາຍແດນບໍລິເວນບ້ານປັນມຸນຈອມ ເຂດປອດທະຫານ ເມື່ອຕອນເຊົ້າຂອງວັນອາທິດນີ້ ຕາມເວລາທ້ອງຖິ່ນ ນຳໂດຍທ່ານ ນາຍພົນ ຄິມ ຢອງ-ຊອນ ຮອງປະທານພັກແຮງງານເກົາຫຼີເໜືອ ແລະ ຜູ້ອຳນວຍການສຳນັກງານຂ່າວກອງແຫ່ງຊາດຂອງເກົາຫຼີເໜືອ.




ເຖິງຢ່າງໃດກໍ່ຕາມ ການຢ້ຽມຢາມເກົາຫຼີໃຕ້ຂອງທ່ານ ນາຍພົນ ຄິມ ຢອງ-ຊອນ ແລະ ຄະນະສ້າງບັນຍາກາດທີ່ແຕກຕ່າງ ເມື່ອທຽບກັບຄະນະຂອງທ່ານ ຄິມ ຢອງ-ນຳ ປະທານສະພາປະຊາຊົນສູງສຸດແຫ່ງຊາດເກົາຫຼີ ແລະ ທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ຢ້ຽມຢາມເມືອງປຽງຊາງ ແລະ ນະຄອນຫຼວງໂຊ ໃນພິທີເປີດການແຂ່ງຂັນປຽງຊາງເກມ ເມື່ອຕົ້ນເດືອນນີ້ ໂດຍມີພັກຝ່າຍຄ້ານຮ່ວມກັບປະຊາຊົນຫຼາຍຮ້ອຍຄົນໂຮມຊຸມນຸມປະທ້ວງຄັດຄ້ານ ທີ່ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ອະນຸຍາດໃຫ້ທ່ານ ນາຍພົນ ຄິມ ຢອງ-ຊອນ ເດີນທາງເຂົ້າປະເທດ ທັງໆທີ່ລັດຖະບານເກົາຫຼີໃຕ້ເຊື່ອໝັ້ນມາຕະຫຼອດວ່າ ທະຫານລະດັບສູງຂອງເກົາຫຼີເໜືອ ອາຍຸ 72 ປີ ທ່ານນີ້ ເປັນຜູ້ຢູ່ເບື້ອງຫຼັງການສັ່ງໂຈມຕີເຮືອຮົບໂຊນັນ ຂອງກອງທັບເຮືອເກົາຫຼີໃຕ້ ເມື່ອປີ 2010 ສົ່ງຜົນໃຫ້ທະຫານປະຈຳເຮືອເສຍຊີວິດຊີວິດ 46 ຄົນ ແລະ ໄດ້ຮັບບາດເຈັບອີກ 56 ຄົນ.


ຂະນະທີ່ຫຼາຍຝ່າຍໃນເກົາຫຼີໃຕ້ ຍັງຕິດຕາມຜູ້ຮ່ວມຄະນະຂອງທ່ານ ນາຍພົນ ຄິມ ຢອງ-ຊອນ ລວມເຖິງທ່ານ ໂຊ ຄັງ-ອິວ ນັກການທູດອາວຸໂສຂອງລັດຖະບານເກົາຫຼີເໜືອ ເຊິ່ງມີຄວາມຊຳນານດ້ານນະໂຍບາຍກັບສະຫະລັດ ອາເມຣິກາ ເນື່ອງຈາກອີກໜຶ່ງພາລະກິດສຳຄັນຂອງຄະນະຜູ້ແທນລະດັບສູງຈາກເກົາຫຼີເໜືອຊຸດນີ້ ຄືການພົບປະຫາລືກັບທ່ານ ມູນ ແຈ-ອິນ ທີ່ຈະມີການປຶກສາຫາລືເຖິງເລື່ອງການກຽມຄວາມພ້ອມການຢ້ຽມຢາມນະຄອນຫຼວງປຽງຢາງ ຂອງຜູ້ນຳເກົາຫຼີໃຕ້ ແຕ່ທຸກຝ່າຍເຊື່ອວ່າເຈົ້າໜ້າທີ່ຂອງເກົາຫຼີເໜືອບໍ່ໜ້າຈະມີການພົບປະ ຫຼື ທັກທາຍກັບ ທ່ານ ນາງ ອິວັງກາ ທຣຳ ລູກສາວຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ເຮັດໜ້າທີ່ຜູ້ແທນຂອງລັດຖະບານສະຫະລັດ ອາເມຣິກາ ໃນພິທີປິດປຽງຊາງເກມຄັ້ງນີ້.



No comments

Powered by Blogger.