ຈີນສະແດງຄວາມບໍ່ພໍໃຈ ທີ່ ສ.ອາເມຣິກາ ຂວໍ້າບາດເກົາຫຼີເໜືອພຽງຝ່າຍດຽວຕາມລຳພັງ - ອິດສະຫຼະ

ຈີນສະແດງຄວາມບໍ່ພໍໃຈ ທີ່ ສ.ອາເມຣິກາ ຂວໍ້າບາດເກົາຫຼີເໜືອພຽງຝ່າຍດຽວຕາມລຳພັງ



ສຳນັກຂ່າວຕ່າງປະເທດລາຍງານ 25 ກຸມພາ 2018 ວ່າ: ກະຊວງການຕ່າງປະເທດຂອງຈີນອອກຖະແຫຼງການເມື່ອວັນເສົາ (24​ ກຸມພາ) ທີ່ຜ່ານມາວ່າ ມາດຕະການກົດດັນທາງເສດຖະກິດ ແລະ ການເມືອງຕໍ່ເກົາຫຼີເໜືອຕ້ອງເປັນໄປຕາມມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດເທົ່ານັ້ນ ມາດຕະການຂວໍ້າບາດຂອງສະຫະລັດ ອາເມຣິກາ ເປັນການກະທຳພຽງຝ່າຍດຽວຈຶ່ງເປັນສິ່ງທີ່ຈີນບໍ່ເຫັນດີນຳເປັນຢ່າງຍິ່ງ,​ ເຊັ່ນດຽວກັນກັບການໃຊ້ອຳນາດພຽງຝ່າຍດຽວຕາມກົດໝາຍຂອງຕົນ ໃນການກົດດັນພົນລະເມືອງ ແລະ ໜ່ວຍງານຂອງຈີນ ເຊິ່ງຢູ່ນອກເໜືອຂອບເຂດອຳນາດທາງກົດໝາຍຂອງລັດຖະບານສະຫະລັດ ອາເມຣິກາ.

ເຊິ່ງຖະແຫຼງການຍັງລະບຸວ່າ: ລັດຖະບານຈີນໄດ້ດຳເນີນການຕາມຂັ້ນຕອນຮຽກຮ້ອງຕໍ່ສະຫະລັດ ອາເມຣິກາ ກ່ຽວກັບກໍລະນີທີ່ເກີດຂຶ້ນແລ້ວ ແລະ ຫວັງເປັນຢ່າງຍິ່ງວ່າຈະບໍ່ມີເລື່ອງແບບນີ້ເກີດຂຶ້ນອີກໃນອະນາຄົດ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຄວາມສຳພັນສອງຝ່າຍ ແຕ່ບໍ່ໄດ້ລົງເລິກລາຍລະອຽດ, ເຖິງຈະຮູ້ຈັກນຳກັນດີວ່າຈີນເປັນປະເທດຜູ້ສະໜັບສະໜູນສຳຄັນທີ່ສຸດຂອງເກົາຫຼີເໜືອ ແຕ່ມູນຄ່າການຄ້າຂອງຈີນ-ເກົາຫຼີເໜືອ ເມື່ອເດືອນມັງກອນ 2018 ທີ່ຜ່ານມາ ມີພຽງ 215.97 ລ້ານໂດລາສະຫະລັດ ຫຼຸດລົງ 52% ເມື່ອທຽບກັບໄລຍະເວລາດຽວກັນຂອງປີທີ່ຜ່ານມາ ແລະ ຫຼຸດລົງ 31% ຈາກສະຖິຕິຂອງເດືອນທັນວາ 2017 ຖືເປັນລະດັບຕ່ຳສຸດ ນັບຕັ້ງແຕ່ເດືອນມິຖຸນາ 2014.

ທ່າທີດັ່ງກ່າວຂອງລັດຖະບານຈີນ ເກີດຂຶ້ນພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວວ່າທ່ານໄດ້ສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງອອກມາດຕະການຂວໍ້າບາດຄັ້ງຍິ່ງໃຫຍ່ ແລະ ຮຸນແຮງທີ່ສຸດຕໍ່ລັດຖະບານເກົາຫຼີເໜືອ ໂດຍກະຊວງການເງິນສະຫະລັດ ອາເມຣິກາ ໄດ້ຂຶ້ນບັນຊີດຳບໍລິສັດຂົນສົ່ງ 19 ແຫ່ງ ຈາກຈີນ, ຮົງກົງ, ສິງກະໂປ ແລະ ປານາມາ, ບໍລິສັດຂົນສົ່ງສັນຊາດເກົາຫຼີເໜືອອີກ 16 ແຫ່ງ ແລະ ການຫ້າມເຮືອບັນທຸກສິນຄ້າ 28 ລຳຈອດທຽບທ່າ ໃນນັ້ນຈຳນວນ 19 ລຳເປັນເຮືອທີ່ຕິດທຸງຊາດເກົາຫຼີເໜືອ ເຊິ່ງອາດຈະຄວບຄຸມເຮືອບັນທຸກສິນຄ້າທັງໝົດທີ່ເກົາຫຼີເໜືອມີຢູ່ໃນຕອນນີ້ ນອກຈາກນັ້ນຍັງປະກາດຂຶ້ນບັນຊີດຳທ່ານ ຈາງ ຫຍົງ ຫຍວນ ສັນຊາດໄຕຫວັນ ແລະ ບໍລິສັດສອງແຫ່ງຂອງທ່ານ ຈາງ ທີ່ເຊື່ອມໂຍງກັບທຸລະກິດຖ່ານຫິນ ແລະ ນ້ຳມັນຂອງເກົາຫຼີເໜືອ.


No comments

Powered by Blogger.