ເກີດເຫດລະເບີດຮຸນແຮງ ທີ່ເມືອງເລສເຕີ ປະເທດອັງກິດ (ວິດີໂອ) - ອິດສະຫຼະ

ເກີດເຫດລະເບີດຮຸນແຮງ ທີ່ເມືອງເລສເຕີ ປະເທດອັງກິດ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 26 ກຸມພາ 2018 ວ່າ: ເຈົ້າໜ້າທີ່ຕຳຫຼວດຂອງອັງກິດເປີດເຜີຍວ່າ ເກີດເຫດລະເບີດຮຸນແຮງເມື່ອຄືນວັນອາທິດ (25 ກຸມພາ) ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ໄດ້ສ້າງຄວາມເສຍຫາຍໃຫ້ກັບຮ້ານສະດວກຊື້ ແລະ ເຮືອນປະຊາຊົນອີກ 1 ຫຼັງ ໃນເມືອງເລສເຕີ ຂອງອັງກິດ ຈົນເປັນເຫດໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 4 ຄົນ.

ຖະແຫຼງການຂອງຕຳຫຼວດຍັງລະບຸອີກວ່າ ໜ່ວຍກູ້ໄພ ແລະ ໜ່ວຍສຸກເສີນກຳລັງຮັບມືກັບສະຖານະການທີ່ເກີດຂຶ້ນ ຂໍໃຫ້ປະຊາຊົນຫຼີກລ້ຽງມາຍັງບໍລິເວນດັ່ງກ່າວ, ຕຳຫຼວດທ້ອງຖິ່ນລາຍງານວ່າ ເຫດລະເບີດທີ່ເກີດຂຶ້ນຈະຕ້ອງມີການສືບສວນສອບສວນຮ່ວມກັບໜ່ວຍດັບເພີງ ແຕ່ຈົນເຖິງຂະນະນີ້ຍັງບໍ່ພົບຫຼັກຖານວ່າ ເຫດລະເບີດຄັ້ງນີ້ກ່ຽວຂ້ອງກັບການກໍ່ການຮ້າຍ.


No comments

Powered by Blogger.