ຈີນຈະແກ້ໄຂລັດຖະທຳມະນູນ ເພື່ອເປີດທາງໃຫ້ທ່ານ ສີ ຈິ້ນຜິງ ຢູ່ໃນຕຳແໜ່ງໄດ້ຫຼາຍກວ່າ 2​ ສະໄໝ - ອິດສະຫຼະ

ຈີນຈະແກ້ໄຂລັດຖະທຳມະນູນ ເພື່ອເປີດທາງໃຫ້ທ່ານ ສີ ຈິ້ນຜິງ ຢູ່ໃນຕຳແໜ່ງໄດ້ຫຼາຍກວ່າ 2​ ສະໄໝ



ສຳນັກຂ່າວຕ່າງປະເທດລາຍງານ 26 ກຸມພາ 2018 ວ່າ: ຄະນະກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ສະເໜີຮ່າງແຜນການແກ້ໄຂລັດຖະທຳມະນູນ ໃຫ້ຜູ້ດຳລົງຕຳແໜ່ງປະທານປະເທດ ແລະ ຮອງປະທານປະເທດ “ຄວນຢູ່ໃນຕຳແໜ່ງໄດ້ຫຼາຍກວ່າສອງສະໄໝ” ໂດຍບໍ່ມີການເປີດເຜີຍລາຍລະອຽດເພີ່ມເຕີມເທື່ອ.
ເຊິ່ງຕາມລັດຖະທຳມະນູນສະບັບປັດຈຸບັນຖືວ່າ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນຄົນປັດຈຸບັນ ຈະໝົດວາລະການດຳລົງຕຳແໜ່ງປະທານປະເທດສະໄໝທຳອິດໃນເດືອນໜ້າ ແລະ ຈະເຂົ້າສູ່ວາລະສະໄໝທີ 2 ຕາມລັດຖະທຳມະນູນ ຈາກການລົງມະຕິຂອງສະພາປະຊາຊົນແຫ່ງຊາດຈີນ ທີ່ຈະເປີດການປະຊຸມໃນວັນທີ 5 ມີນາ 2018 ນີ້ ເຊິ່ງໝາຍຄວາມວ່າ ວາລະສະໄໝທີ 2 ຂອງທ່ານ ສີ ຈິ້ນຜິງ ຈະສິ້ນສຸດໃນປີ 2023 ໂດຍທຳນຽມປະຕິບັດການຢູ່ໃນຕຳແໜງຂອງຜູ້ນຳປະເທດ 2 ສະໄໝຂອງຈີນເປັນໄປຕາມແນວທາງການປະຕິຮູບທາງການເມືອງຂອງທ່ານ ເຕິ້ງ ສ່ຽວຜິງ ເພື່ອຫຼີກລ້ຽງຄວາມວຸ້ນວາຍທາງການເມືອງ ທີ່ເຄີຍເກີດຂຶ້ນໃນໄລຍະຫຼັງການເສຍຊີວິດຢ່າງກະທັນຫັນຂອງທ່ານ ເໝົາ ເຈີຕົງ.

ໜັງສືພິມ The Glotal Times ເຊິ່ງເປັນໜຶ່ງໃນກະບອກສຽງຂອງທາງການຈີນລາຍງານວ່າ ການປ່ຽນແປງທີ່ຈະເກີດຂຶ້ນ ບໍ່ໄດ້ໝາຍຄວາມວ່າຜູ້ດຳລົງຕຳແໜ່ງປະທານປະເທດ ແລະ ຮອງປະທານປະເທດຈະຢູ່ໃນວາລະຕະຫຼອດຊີວິດສະເໝີໄປ ແລະ ລາຍງານຂອງ The Glotal Times ຍັງມີການອ້າງຄຳກ່າວຂອງທ່ານ ຊູ່ ເຫວິຍ ນັກວິຊາການ ແລະ ສະມາຊິກພັກຄອມມູນິດວ່າ ຈີນຕ້ອງການສະພາວະຄວາມສະຖຽນຂອງຜູ້ນຳໃນລະຫວ່າງປີ 2020-2025.


ອີກຢ່າງໜຶ່ງ ໃນກອງປະຊຸມໃຫຍ່ຂອງພັກຄອມມູນິດຈີນ ຄັ້ງທີ 19 ເມື່ອເດືອນຕຸລາ 2017 ມີມະຕິໃຫ້ບັນຈຸ ຫຼັກການສີ ຈິ້ນຜິງ ເພີ່ມໃນລັດຖະທຳມະນູນ ວ່າດ້ວຍອຸດົມການສັງຄົມນິຍົມສະໄໝໃໝ່ ຕາມແນວຄິດຂອງທ່ານ ສີ ຈິ້ນຜິງ ນັ້ນເປັນການບົ່ງບອກເຖິງຄວາມສຳຄັນໃນລະດັບດຽວກັບແນວຄິດເໝົາ ຂອງທ່ານ ປະທານ ເໝົາ ເຈີຕົງ ຜູ້ສ້າງຕັ້ງພັກຄອມມູນິດຈີນ ແລະ ທິດສະດີປະຕິຮູບເສດຖະກິດຂອງທ່ານ ເຕິ້ງ ສ່ຽວຜິງ.


No comments

Powered by Blogger.