ພັກສົມເດັດ ຮຸນ ເຊນ ຊະນະຂາດລອຍ ຄອງທຸກສຽງໃນການເລືອກຕັ້ງສະມາຊິກສະພາສູງ ກຳປູເຈຍ - ອິດສະຫຼະ

ພັກສົມເດັດ ຮຸນ ເຊນ ຊະນະຂາດລອຍ ຄອງທຸກສຽງໃນການເລືອກຕັ້ງສະມາຊິກສະພາສູງ ກຳປູເຈຍ



ສຳນັກຂ່າວຕ່າງປະເທດລາຍງານ 26 ກຸມພາ 2018 ວ່າ: ພັກປະຊາຊົນກຳປູເຈຍ ເຊິ່ງເປັນພັກລັດຖະບານພາຍໃຕ້ການນຳຂອງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍຄົນປັດຈຸບັນ ອອກຖະແຫຼງການລະບຸເຖິງຄວາມສຳເລັດອັນຍິ່ງໃຫຍ່ ໃນການກວາດທຸກໄຊຊະນະຂອງການເລືອກຕັ້ງສະມາຊິກສະພາສູງ ທີ່ຈັດຂຶ້ນເມື່ອວັນອາທິດ (25 ກຸມພາ) ທີ່ຜ່ານມາ ວ່າຜູ້ສະໝັກຂອງພັກປະຊາຊົນກຳປູເຈຍ ໄດ້ຮັບເລືອກຕັ້ງທັງໝົດ 58 ສຽງ (ທັງໝົດ) ເຊິ່ງເລືອກຕັ້ງໂດຍການລົງຄະແນນຂອງສະມາຊິກສະພາທ້ອງຖິ່ນ 11,570 ຄົນ ໃນຖານະຜູ້ແທນຂອງປະຊາຊົນ ໃນການລົງຄະແນນຢູ່ໜ່ວຍເລືອກຕັ້ງ 33 ແຫ່ງທົ່ວປະເທດ.

ເຖິງຢ່າງໃດກໍ່ຕາມ, ຫຼາຍຝ່າຍທັງໃນ ແລະ ຕ່າງປະເທດຕ່າງກໍ່ວິພາກວິຈານການເລືອກຕັ້ງຄັ້ງນີ້ເປັນວົງກວ້າງວ່າ ບໍ່ມີຄວາມເປັນທຳຢ່າງຊັດເຈນ ເນື່ອງຈາກເປັນຄັ້ງທຳອິດໃນປະຫວັດສາດທີ່ບໍ່ມີຜູ້ສະໝັກ ແລະ ຕົວແທນຜູ້ເລືອກຕັ້ງຈາກພັກຝ່າຍຄ້ານ ໂດຍສະມາຊິກສະພາທ້ອງຖິ່ນທີ່ເປັນຕົວຂອງພັກກູ້ຊາດກຳປູເຈຍ 5,007 ຄົນ ແລະ ພັກການເມືອງຂະໜາດນ້ອຍ ລວມເຖິງຜູ້ສະໝັກອິດສະຫຼະທີ່ເປັນພັນທະມິດອີກ 55 ຄົນ ບໍ່ສາມາດໃຊ້ສິດເລືອກຕັ້ງໄດ້ ເນື່ອງຈາກສານໄດ້ສັ່ງໃຫ້ຍຸບພັກແກນນຳຝ່າຍຄ້ານຂອງກຳປູເຈຍ ເມື່ອເດືອນພະຈິກ 2017 ທີ່ຜ່ານມາ ໃນຂໍ້ກ່າວຫາວ່າສະໜັບສະໜູນຜູ້ກໍ່ກະບົດ ທີ່ໝາຍເຖິງທ່ານ ເຂັມ ສຸຂາ ຫົວໜ້າພັກກູ້ຊາດກຳປູເຈຍ.

ເຊິ່ງສະພາສູງຂອງກຳປູເຈຍ ທີ່ມີຊື່ຮຽກໃນພາສາທ້ອງຖິ່ນວ່າ “ພຼຶດທະສະພາ” ເປີດປະຊຸມສະໄໝທຳອິດເມື່ອປີ 1998 ແລະ ມີການເລືອກຕັ້ງຄັ້ງທຳອິດເມື່ອປີ 2006 ແລະ ຄັ້ງທີ 2 ເມື່ອປີ 2012 ໂດຍຈຳນວນສະມາຊິກສະພາສູງໃນທັງສອງສະໄໝນັ້ນມີຈຳນວນ 61 ຄົນ ແບ່ງມາຈາກການເລືອກຕັ້ງໂດຍສະມາຊິກສະພາທ້ອງຖິ່ນ 57 ສຽງ ສ່ວນອີກ 4 ສຽງ ມາຈາກການຄັດເລືອກຂອງເຈົ້າມະຫາຊີວິດ ບໍຣົມມະນາດ ນະໂຣດົມ ສີຫະມຸນີ 2 ສຽງ ແລະ ອີກ 2 ສຽງ ມາຈາກການລົງມະຕິຂອງລັດຖະສະພາ ແຕ່ສະມາຊິກສະພາສູງໃນຊຸດທີ 3 ນີ້ ມີການເພີ່ມຈຳນວນເປັນ 62 ສຽງ ແຕ່ສັດສ່ວນຂອງການແຕ່ງຕັ້ງອີກ 4 ສຽງ ຍັງຄືເກົ່າ.

No comments

Powered by Blogger.