ເຖິງຈະມີມະຕິຂອງ UN ໃຫ້ຢຸດຍິງ ແຕ່ສະໜາມຮົບກູຕາ ຕາເວັນອອກຂອງຊີຣີ ຍັງດຳເນີນຕໍ່ໄປ - ອິດສະຫຼະ

ເຖິງຈະມີມະຕິຂອງ UN ໃຫ້ຢຸດຍິງ ແຕ່ສະໜາມຮົບກູຕາ ຕາເວັນອອກຂອງຊີຣີ ຍັງດຳເນີນຕໍ່ໄປ



ສຳນັກຂ່າວຕ່າງປະເທດລາຍງານ 26 ກຸມພາ 2018 ວ່າ: ອົງກອນສັງເກດການດ້ານສິດທິມະນຸດຊີຣີ ລາຍງານຈຳນວນຜູ້ເສຍຊີວິດຈາກການສູ້ຮົບໃນເຂດກູຕາ ຕາເວັນອອກ ທີ່ຢູ່ຮອບນອກຂອງນະຄອນຫຼວງດາມັດສະກັດ ເພີ່ມເປັນຢ່າງໜ້ອຍ 530 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 2,000 ຄົນ ນັບຕັ້ງແຕ່ອາທິດທີ່ຜ່ານມາ, ໂດຍໃນຈຳນວນນີ້ຢ່າງໜ້ອຍ 14 ຄົນເສຍຊີວິດຈາກການໂຈມຕີເມື່ອວັນອາທິດ (25 ກຸມພາ) ທີ່ຜ່ານມາ, ເຊິ່ງຜູ້ເສຍຊີວິດສ່ວນໃຫຍ່ມີອາການຫາຍໃຈຕິດຂັດຢ່າງຮຸນແຮງ ຈຶ່ງມີການຕັ້ງສົມມຸດຕິຖານວ່າອາດເປັນຜົນມາຈາກການໄດ້ຮັບສານເຄມີອອກລິດຮ້າຍແຮງຫຼືບໍ່?


ສະຖານະການດັ່ງກ່າວເກີດຂຶ້ນທັງໆ ທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ມີມະຕິເປັນເອກະພາບໃນວັນເສົາ (24 ກຸມພາ) ທີ່ຜ່ານມາ ໃຫ້ຢຸດຍິງທົ່ວປະເທດໃນທັນທີ ເປັນເວລາ 30 ວັນ ແລະ ໃນລະຫວ່າງນີ້ໜ່ວຍງານຫຼຸດຜ່ອນຄວາມທຸກຍາກສາກົນຈະເຂົ້າໄປໃນພື້ນທີ່ການສູ້ຮົບ ເພື່ອດຳເນີນການຊ່ວຍເຫຼືອປະຊາຊົນ, ຂະນະທີ່ລັດຖະບານອີຣານ ທີ່ໄດ້ໃຫ້ການສະໜັບສະໜູນລັດຖະບານຊີຣີຢືນຢັນວ່າ ໄດ້ປະຕິບັດຕາມມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດຢ່າງເຂັ້ມງວດ, ແຕ່ເຖິງຢ່າງໃດກໍ່ຕາມ ການທີ່ຄຳສັ່ງບໍ່ໄດ້ຄວບຄຸມກຸ່ມກໍ່ການຮ້າຍ ທີ່ລວມເຖິງກຸ່ມອັນ-ກໍອິດະ ແລະ ກຸ່ມຮາຢັດ ຕາຣີ ອັນ-ຊາມ ຫຼື ອະດີດກຸ່ມອັນ-ນຸສະຣາ ໝາຍຄວາມວ່າປະຕິບັດການທາງການທະຫານໃນສ່ວນນີ້ຍັງຄົງດຳເນີນຕໍ່ໄປ.

ເຊັ່ນດຽວກັນກັບທ່າທີຂອງລັດຖະບານຕວັກກີ ໂດຍທ່ານ ເບເຄຍ ບອສແດັກ ຮອງນາຍົກລັດຖະມົນຕີຕວັກກີ ກ່າວວ່າມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ບໍ່ມີຜົນກັບປະຕິບັດການທາງທະຫານຕໍ່ກອງທັບຕວັກກີໃນເມືອງອາຟຣິນ ພາກເໜືອຂອງຊີຣີ ແລະ ເຂດໃກ້ຄຽງ ເຊິ່ງຕວັກກີໄດ້ເປີດສາກບຸກເຂົ້າໂຈມຕີເມື່ອວັນທີ 20 ມັງກອນ 2018 ທີ່ຜ່ານມາ ເພື່ອປາບປາມກຸ່ມກໍ່ການຮ້າຍ ທີ່ໝາຍເຖິງກອງກຳລັງປ້ອງກັນຕົນເອງຊາວເຄິດ ທີ່ໄດ້ຮັບການສະໜັບສະໜູນຈາກສະຫະລັດ ອາເມຣິກາ.





No comments

Powered by Blogger.