ທ່ານນາຍົກກ່າວ ໂຮງຮຽນເດັກກຳພ້າ SOS ຕ້ອງບໍ່ປ່ອຍປະເດັກນ້ອຍທີ່ຖືກປະລະ ຫຼື ຖືກກະທຳທາງຈິດໃຈ ເພື່ອອະນາຄົດທີ່ດີຂອງເດັກເຫຼົ່ານັ້ນ - ອິດສະຫຼະ

ທ່ານນາຍົກກ່າວ ໂຮງຮຽນເດັກກຳພ້າ SOS ຕ້ອງບໍ່ປ່ອຍປະເດັກນ້ອຍທີ່ຖືກປະລະ ຫຼື ຖືກກະທຳທາງຈິດໃຈ ເພື່ອອະນາຄົດທີ່ດີຂອງເດັກເຫຼົ່ານັ້ນ



ໃນວັນທີ 24 ກຸມພາ 2018 ທີ່ຜ່ານມາ, ຢູ່ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງບ້ານຊ່ວຍເຫຼືອເດັກນ້ອຍ SOS ຄົບຮອບ 25 ປີ (26/2/1993-26/2/2018) ຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ປະທານກິດຕິມະສັກຄະນະກໍາມະການຄຸ້ມຄອງ ບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ, ມີ ທ່ານ ເຮວມຸດ ກູຕິນ (Helmut Kutin) ປະທານກິດຕິມະສັກອົງການ SOS ສາກົນ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກໍາມະການຄຸ້ມຄອງ ບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ, ມີບັນດາທ່ານລັດຖະມົນຕີ, ບັນດາທ່ານຮອງລັດຖະມົນຕີ, ແຂກຖືກເຊິນ ພ້ອມດ້ວຍຫຼານນ້ອຍ ທີ່ມາຈາກບ້ານຊ່ວຍເຫຼືອເດັກ SOS ລາວ ເຂົ້າຮ່ວມ.

ໃນໂອກາດດໍາເນີນພິທີ ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດພິທີສະເຫຼີມສະຫຼອງ ໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງປະຕິບັດຕາມແນວທາງ, ນະໂຍບາຍຂອງພັກ ແລະ ລັດຖະບານ ວາງອອກ ເພື່ອໃຫ້ການຊ່ວຍ ເຫຼືອຕໍ່ຜູ້ທີ່ດ້ອຍໂອກາດໃນສັງຄົມ ໂດຍສະເພາະແມ່ນ ເດັກກໍາພ້າ-ກໍາພອຍ ໃຫ້ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເດັກ, ຮັບປະກັນສິດທິພື້ນຖານ ດ້ວຍການສ້າງເງື່ອນໄຂໃຫ້ເດັກ ໃຫ້ໄດ້ຮັບການສຶກສາ, ມີຄວາມສົມບູນທາງດ້ານຮ່າງກາຍ ແລະ ຈິດໃຈ, ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ ແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ.

ບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ ເປັນຂອງຂວັນອັນລໍ້າຄ່າຈາກອົງການ SOS ສາກົນ ມອບໃຫ້ລັດຖະບານລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເຊິ່ງບ້ານດັ່ງກ່າວ ແມ່ນໄດ້ໃຫ້ການດູແລເບິ່ງແຍງ ດ້ວຍຄວາມຮັກ, ຄວາມເຄົາລົບ ແລະ ປອດໄພ ຕາມຫຼັກການ 4 ປະການ ຂອງອົງການ SOS ສາກົນ ແລະ ສອດຄ່ອງກບຮີດຄອງປະເພນີຂອງລາວເຮົາ.


ປັດຈຸບັນ ບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ ໄດ້ຮັບທຶນຊ່ວຍໃນການກໍ່ສ້າງ ແລະ ບໍລິຫານວຽກງານຈາກ ອົງການ SOS ສາກົນ, ມີຈໍານວນທັງໝົດ 06 ແຫ່ງ ຄື: ບ້ານຊ່ວຍເຫຼືອ SOS ວຽງຈັນ; ບ້ານຊ່ວຍເຫຼືອ SOS ປາກເຊ; ບ້ານຊ່ວຍເຫຼືອ SOS ຊຽງຂວາງ; ບ້ານຊ່ວຍເຫຼືອ SOS ຫຼວງພະບາງ; ບ້ານຊ່ວຍເຫຼືອ SOS ຊໍາເໜືອ ແລະ ບ້ານຊ່ວຍເຫຼືອ SOS ສະຫວັນນະເຂດ. ໃນພິທີດັ່ງກ່າວ, ຍັງໄດ້ມີການມອບຫຼຽນໄຊແຮງງານ ຊັ້ນ I, II, III, ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານ ໃຫ້ແກ່ບຸກຄົນ, ກົມກອງ ທີ່ມີຜົນງານດີເດັ່ນ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານ ບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ ອີກດ້ວຍ.


ໂອກາດເຂົ້າຮ່ວມໃນພິທີ ໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ຜົນງານທີ່ບ້ານຊ່ວຍເຫຼືອເດັກ SOS ລາວ ສາມາດຍາດມາໄດ້ ຕະຫຼອດໄລຍະ 25 ປີຜ່ານມາ ໂດຍສະເພາະແມ່ນ ຜູ້ກໍ່ຕັ້ງ, ຜູ້ບໍລິຫານ, ຜູ້ອໍານວຍການ, ແມ່-ນ້າສາວ, ຄູອາຈານ ແລະ ພະນັກງານ SOS ທັງໝົດ. ພ້ອມດຽກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ກ່າວມີຄໍາເຫັນວ່າ: ພວກເຮົາ ຈະບໍ່ປ່ອຍປະໃຫ້ເດັກນ້ອຍທີ່ຖືກປະລະ ຫຼື ຖືກກະທໍາທາງດ້ານຈິດໃຈອີກຕໍ່ໄປອີກ ແລະ ພວກເຮົາຈະຊ່ວຍເຫຼືອກັນ ເພື່ອໃຫ້ເຂົາເຈົ້າມີອະນາຄົດທີ່ດີຂຶ້ນ, ມີຄອບຄົວທີ່ອົບອຸ່ນ ແລະ ກາຍ ເປັນກໍາລັງແຮງສໍາຄັນ ໃນການພັດທະນາປະເທດຊາດຂອງພວກເຮົາ ໃນອານາຄົດ. ນອກຈາກນັ້ນ ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງ ຜູ້ບໍລິຫານ, ຜູ້ອໍານວຍການ, ແມ່-ນ້າສາວ, ຄູອາຈານ ແລະ ພະນັກງານ SOS ທັງໝົດ ລວມທັງ ຜູ້ທີ່ໃຫ້ການສະໜັບສະໜູນທຸກພາກສ່ວນ ຈົ່ງສືບໃຫ້ການຊຸກຍູ້, ຊ່ວຍເຫຼືອ ແລະ ໃຫ້ຄວາມອົບອຸ່ນໃຫ້ແກ່ເດັກນ້ອຍ SOS ຂອງລາວຕໍ່ໄປ.



No comments

Powered by Blogger.