ເກົາຫຼີເໜືອສະແດງທ່າທີຕ້ອງການຟື້ນຟູຄວາມສຳພັນກັບ ສ.ອາເມຣິກາ ໃນລະຫວ່າງພົບປະຜູ້ນຳເກົາຫຼີໃຕ້ - ອິດສະຫຼະ

ເກົາຫຼີເໜືອສະແດງທ່າທີຕ້ອງການຟື້ນຟູຄວາມສຳພັນກັບ ສ.ອາເມຣິກາ ໃນລະຫວ່າງພົບປະຜູ້ນຳເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 26 ກຸມພາ 2018 ວ່າ: ທຳນຽບປະທານປະເທດເກົາຫຼີໃຕ້ ອອກຖະແຫຼງການເມື່ອວັນອາທິດ (25 ກຸມພາ) ທີ່ຜ່ານມາ ວ່າທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ໄດ້ພົບປະຫາລືນອກຮອບກັບຄະນະຜູ້ແທນລະດັບສູງຂອງລັດຖະບານເກົາຫຼີເໜືອ ທີ່ນຳໂດຍທ່ານ ນາຍພົນ ຄິມ ຢອງ-ຊອນ ຮອງປະທານພັກແຮງງານເກົາຫຼີ ແລະ ຜູ້ອຳນວຍການສຳນັກງານຂ່າວກອງແຫ່ງຊາດເກົາຫຼີເໜືອ ລະຫວ່າງການຮ່ວມພິທີປິດການແຂ່ງຂັນໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ແລະ ເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອມໄດ້ກ່າວເຖິງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອວ່າ ມີຄວາມຕັ້ງໃຈທີ່ຈະປັບປຸງສາຍພົວພັນກັບສະຫະລັດ ອາເມຣິກາ ໃຫ້ເປັນໄປໃນທາງທີ່ດີຂຶ້ນ.

ທ່າທີ່ດັ່ງກ່າວຂອງເກົາຫຼີເໜືອຖືວ່າເປັນໄປຕາມເຈດຕະນາຂອງຜູ້ນຳເກົາຫຼີໃຕ້ຄົນປັດຈຸບັນ ເຊິ່ງສະແດງອອກຢ່າງຊັດເຈນວ່າ ຕ້ອງການຟື້ນຟູຄວາມສຳພັນກັບເກົາຫຼີເໜືອ ເພື່ອໃຫ້ບັນຍາກາດຢູ່ແຫຼມເກົາຫຼີຜ່ອນຄາຍຈາກຄວາມເຄັ່ງຕຶງ ທີ່ແກ່ຍາວມາຫຼາຍປີ, ນອກນີ້ທ່ານ ມູນ ແຈ-ອິນ ຍັງໄດ້ຮັບສານເຊື້ອເຊີນໃຫ້ໄປຢ້ຽມຢາມນະຄອນຫຼວງປຽງຢາງຈາກທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ ເຊິ່ງຮ່ວມຄະນະຜູ້ແທນຂອງເກົາຫຼີເໜືອ ໃນພິທີເປີດປຽງຊາງເກມ ເມື່ອຕົ້ນເດືອນນີ້ ແລະ ທ່ານ ນາງ ຄິມ ໂຢ-ຈອງ ຍັງເປັນສະມາຊິກສາຍຕັ້ງໃນຄອບຄົວຕະກູນຄິມຂອງເກົາຫຼີເໜືອຄົນທຳອິດ ທີ່ເດີນທາງມາຢ້ຽມຢາມປະເທດເກົາຫຼີໃຕ້ຢ່າງເປັນທາງການ ນັບຕັ້ງແຕ່ສິ້ນສຸດສົງຄາມເກົາຫຼີ ເມື່ອປີ 1953 ສ່ວນການຢ້ຽມຢາມນະຄອນຫຼວງປຽງຢາງຂອງທ່ານ ມູນ ແຈ-ອິນ ຈະຖືເປັນຜູ້ນຳເກົາຫຼີໃຕ້ຄົນທີ 3 ໃນປະຫວັດສາດ.
ໃນດ້ານຂອງທຳນຽບຂາວໄດ້ອອກຖະແຫຼງການກ່ຽວກັບການເຄື່ອນໄຫວທີ່ເກີດຂຶ້ນພຽງວ່າ ມາດຕະການຂວໍ້າບາດຕໍ່ເກົາຫຼີເໜືອ ໂດຍສະຫະລັດ ອາເມຣິກາ ຍັງຈະດຳເນີນຕໍ່ໄປ ແລະ ໜ່ວຍງານທີ່ກ່ຽວຂ້ອງຈະຕິດຕາມຢ່າງໃກ້ຊິດວ່າທ່າທີຂອງລັດຖະບານເກົາຫຼີເໜືອໃນຄັ້ງນີ້ ມີຄວາມຈິງໃຈທີ່ຈະນຳໄປສູ່ການຢຸດຕິໂຄງການນິວເຄຼຍເປັນການຖາວອນຫຼືບໍ່, ນອກຈາກນີ້ ທ່ານ ນາງ ອີວັງກາ ທຣຳ ລູກສາວຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກໍ່ເຂົ້າຮ່ວມພິທີປິດປຽງຊາງເກມໃນຖານະຜູ້ແທນຂອງລັດຖະບານສະຫະລັດ ອາເມຣິກາ ແລະ ແນ່ນອນວ່າທ່ານ ນາງ ໄດ້ນັ່ງໃກ້ກັບທ່ານ ນາຍພົນ ຄິມ ຢອງ-ຊອນ ແຕ່ບໍ່ໄດ້ມີການປະຕິສຳພັນລະຫວ່າງກັນ.


ເຖິງຢ່າງໃດກໍ່ຕາມ, ການຢ້ຽມຢາມເກົາຫຼີໃຕ້ຂອງທ່ານ ນາຍພົນ ຄິມ ຢອງ-ຊອນ ກໍ່ຕ້ອງປະເຊີນໜ້າກັບການຕໍ່ຕ້ານຈາກຝ່າຍຄ້ານ ແລະ ກຸ່ມການເມືອງຝ່າຍຂວາ ວ່າທະຫານລະດັບສູງຂອງເກົາຫຼີເໜືອ ອາຍຸ 72 ປີທ່ານນີ້ ຢຸູ່ເບື້ອງຫຼັງເຫດການໂຈມຕີເຮືອຮົບໂຊນັນ ຂອງກອງທັບເກົາຫຼີໃຕ້ ເມື່ອປີ 2010 ສົ່ງຜົນໃຫ້ທະຫານປະຈຳເຮືອເສຍຊີວິດ 46 ຄົນ ແລະ ໄດ້ຮັບບາດເຈັບ 56 ຄົນ.





No comments

Powered by Blogger.