ລັດຖະມົນຕີກະຊວງແຮງງານຂອງໄທ ຢ້ຽມຢາມລາວ ເພື່ອປຶກສາຫາລືແນວທາງພິສູດສັນຊາດແຮງງານລາວ ທີ່ຍັງຕົກຄ້າງ - ອິດສະຫຼະ

ລັດຖະມົນຕີກະຊວງແຮງງານຂອງໄທ ຢ້ຽມຢາມລາວ ເພື່ອປຶກສາຫາລືແນວທາງພິສູດສັນຊາດແຮງງານລາວ ທີ່ຍັງຕົກຄ້າງ



ໃນຕອນບ່າຍ ຂອງວັນທີ 26 ກຸມພາ 2018 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ທ່ານ ພົນຕຳຫຼວດເອກ ອະດຸນ ແສງສິງແກ້ວ ລັດຖະມົນຕີກະຊວງແຮງງານຂອງໄທ ພ້ອມດ້ວຍຄະນະ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ.ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ ແລະ ໄທ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນຂະແໜງແຮງງານ ຂອງ ສປປ.ລາວ ແລະ ຂະແໜງແຮງງານຂອງໄທ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນເປັນກ້າວໆ ໂດຍສະເພາະແມ່ນວຽກງານການຄຸ້ມຄອງແຮງງານ ໃຫ້ສອດຄ່ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ, ລວມທັງການພັດທະນາສີມືແຮງງານ, ການປະຕິບັດວຽກງານ ສະຫວັດດີການສັງຄົມ, ຕະຫຼອດຮອດການອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ແຮງງານລາວ ທີ່ໄປເຄື່ອນໄຫວອອກແຮງງານ ຢູ່ປະເທດໄທ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງແຮງງານຂອງໄທ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ຂອງທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້. ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ.ລາວ ໃນຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີ ໄດ້ຮັບຊາບ.

ໃນດ້ານຂອງທ່ານ ນາງ ເພັດຊະຣັດ ສິນອວຍ ໂຄສົກກະຊວງແຮງງານຂອງໄທ ເປີດເຜີຍວ່າ ທ່ານ ພົນຕຳຫຼວດເອກ ອະດຸນ ແສງສິງແກ້ວ ລັດຖະມົນຕີກະຊວງແຮງງານຂອງໄທ ພ້ອມດ້ວຍຄະນະ ທີ່ເດີນທາງຢ້ຽມຢາມ ສປປ.ລາວ ໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກັບລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ໃນເລື່ອງການພິສູດສັນຊາດແຮງງານລາວ, ການປະເມີນຄວາມສຳເລັດໃນການດຳເນີນການພິສູດສັນຊາດພາຍໃຕ້ສູນປະຕິບັດງານການຈັດຫາງານຂອງຄົນຕ່າງດ້າວ ແລະ ການຂໍຄວາມຮ່ວມມືໃນການປະຕິບັດງານຮ່ວມກັນຂອງ 2 ຝ່າຍເຊັ່ນ: ຂໍ້ສະເໜີໃຫ້ມີການຈັດຕັ້ງຈຸດຕິດຕໍ່ປະສານງານແຮງງານຕ່າງດ້າວສັນຊາດລາວ ທີ່ກະຊວງແຮງງານຂອງໄທ ໂດຍມີເຈົ້າໜ້າຕິດຕໍ່ປະສານງານ/ສື່ສານຂອງລາວໄປປະຈຳການຢູ່ກະຊວງແຮງງານຂອງໄທ 1 ທີມ ຫຼື ຫຼາຍກວ່າ ເພື່ອເພີ່ມຄວາມສາມາດຂອງສູນພິສູດສັນຊາດແຮງງານລາວ ໃຫ້ສາມາດດຳເນີນການໄດ້ 500 ຄົນຕໍ່ວັນ ແລະ ຂະຫຍາຍເວລາດຳເນີນການໄປເຖິງ 30 ມິຖຸນາ 2018, ເພີ່ມລົດພິສູດສັນຊາດແຮງງານລາວແບບເຄື່ອນທີ່ 2 ແຫ່ງ ແລະ ແຮງງານລາວທີ່ມີຄວາມຕ້ອງການເຮັດວຽກຢູ່ໃນພາກເໜືອ ແລະ ພາກຕາເວັນອອກສຽງເໜືອຂອງໄທ ທີ່ໄດ້ໃຫ້ເດີນທາງກັບປະເທດຕົ້ນທາງ ແລະ ເດີນທາງເຂົ້າມາເຮັດວຽກໃນປະເທດໄທໃນຮູບແບບ MOU ໃຫ້ມີຄວາມສະດວກ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງໄປພິສູດສັນຊາດຢູ່ນະຄອນຫຼວງບາງກອກ.

ເຊິ່ງທັງໝົດນັ້ນແມ່ນ ເພື່ອສິດຜົນປະໂຫຍດຂອງແຮງງານລາວ ທີ່ຈະໄດ້ຮັບການຄຸ້ມຄອງຕາມມາດຕະຖານສາກົນ ແລະ ສ້າງລາຍຮັບສົ່ງກັບປະເທດຢ່າງຖືກຕ້ອງ, ປັດຈຸບັນມີແຮງງານລາວທີ່ຖືບັດສີບົວ ທີ່ຕ້ອງໄດ້ມີການພິສູດສັນຊາດຢູ່ 68,030 ຄົນ, ຜ່ານການພິສູດສັນຊາດແລ້ວ 35,410 ຄົນ, ເຫຼືອແຮງງານທີ່ຕ້ອງໄດ້ດຳເນີນການພິສູດສັນຊາດ 32,620 ຄົນ ເຊິ່ງການປຶກສາຫາລືຂອງທັງສອງປະເທດໃນຄັ້ງນີ້ຈະສາມາດເຮັດໃຫ້ເກີດການຮ່ວມມືທີ່ແໜ້ນແຟ້ນຍິ່ງຂຶ້ນ ໃນການຄວາມມືສະໜັບສະໜູນດ້ານເຄື່ອງມື ແລະ ເຈົ້າໜ້າທີ່ຕາມຈຳນວນທີ່ເໝາະສົມ ເພື່ອໃຫ້ຂະບວນການພິສູດສັນຊາດແຮງງານລາວ ທັງໝົດສາມາດດຳເນີນການໄດ້ຕາມແຜນກຳນົດເວລາ ແລະ ສຳເລັດພາຍໃນວັນທີ 30 ມິຖຸນາ 2018 ເຊິ່ງຈະເປັນປະໂຫຍດຕໍ່ປະຊາຊົນລາວ ທີ່ເຂົ້າໄປເຮັດວຽກຢູ່ໃນປະເທດໄທ ທີ່ຈະໄດ້ຮັບການຄຸ້ມຄອງຕາມກົດໝາຍຂອງໄທ, ສາມາດເດີນທາງເຂົ້າອອກປະເທດໄທໄດ້ຢ່າງຖືກຕ້ອງ ລວມທັງຫຼຸດຜ່ອນຄວາມສ່ຽງຕໍ່ການຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ການຖືກເອົາລັດເອົາປຽບອີກດ້ວຍ.

No comments

Powered by Blogger.