ທ່ານ ປູຕິນ ສັ່ງໃຫ້ຢຸດຍິງພຽງມື້ລະ 5 ຊົ່ວໂມງ ໃນສະໜາມຮົບເຂດກູຕາ ຕາເວັນອອກ ຂອງຊີຣີ - ອິດສະຫຼະ

ທ່ານ ປູຕິນ ສັ່ງໃຫ້ຢຸດຍິງພຽງມື້ລະ 5 ຊົ່ວໂມງ ໃນສະໜາມຮົບເຂດກູຕາ ຕາເວັນອອກ ຂອງຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 27 ກຸມພາ 2018 ວ່າ: ກະຊວງປ້ອງກັນປະເທດລັດເຊຍ ອອກຖະແຫຼງການເມື່ອວັນຈັນ (26 ກຸມພາ) ທີ່ຜ່ານມາ ວ່າທ່ານ ປູຕິນ ປະທານປະເທດລັດເຊຍ ມີຄຳສັ່ງໃຫ້ຢຸດຍິງໃນເຂດກູຕາ ຕາເວັນອອກ ຮອບນອກຂອງນະຄອນຫຼວງດາມັດສະກັດ ປະເທດຊີຣີ ມື້ລະ 5 ຊົ່ວໂມງ ລະຫວ່າງ 09:00-14:00 ຕາມເວລາທ້ອງຖິ່ນ ເລີ່ມຕັ້ງແຕ່ວັນອັງຄານ 27 ກຸມພາ 2018 ນີ້ເປັນຕົ້ນໄປ, ຂະນະດຽວກັນ ຜູ້ນຳລັດເຊຍຂໍໃຫ້ມີການສ້າງຕັ້ງເສັ້ນທາງມະນຸດສະທຳ ສຳລັບການອົບພະຍົບປະຊາຊົນທີ່ໄດ້ຮັບບາດເຈັບ ແລະ ບໍ່ສະບາຍ ເພື່ອໃຫ້ໜ່ວຍງານຫຼຸດຜ່ອນຄວາມທຸກຍາກສາກົນລຳລຽງຄວາມຊ່ວຍເຫຼືອເຂົ້າສູ່ເຂດສູ້ຮົບ.
ໃນດ້ານຂອງທ່ານ ພົນຕີ ຢູຣິ ເຢບຕູເຊນໂກ ຜູ້ບັນຊາການສູນປະສານງານເພື່ອການປະນີປະນອມໃນຊີຣີ ຂອງກອງທັບລັດເຊຍ ກ່າວວ່າກອງທັບຊີຣີເລີ່ມດຳເນີນການຕາມຄຳສັ່ງຂອງທ່ານ ປູຕິນ ແລ້ວ ແລະ ຍົນຮົບຂອງກອງທັບຊີຣີໄດ້ບິນວ່ານໃບປິວ ເພື່ອແຈ້ງໃຫ້ປະຊາຊົນຮັບຊາບການປ່ຽນແປງທີ່ຈະເກີດຂຶ້ນແລ້ວ, ຂະນະທີ່ທ່ານ ໂມຮຳເໝັດ ອັນລຸສ ຜູ້ນຳຝ່າຍການເມືອງຂອງກອງທັບອິດສະລາມ ເຊິ່ງເປັນກຸ່ມກະບົດຂະໜາດໃຫຍ່ທີ່ສຸດໃນເຂດກູຕາ ຕາເວັນອອກ ວິຈານທ່າທີດັ່ງກ່າວຂອງລັດຖະບານລັດເຊຍວ່າ ເປັນສິ່ງທີ່ໜ້າຜິດຫວັງ ແລະ ມີເຈດຕະນາຫຼີກລ້ຽງມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ທີ່ສັ່ງໃຫ້ມີການຢຸດຍິງທົ່ວປະເທດເປັນເວລາ 30 ວັນ ເລີ່ມຕັ້ງແຕ່ວັນເສົາ 25 ກຸມພາ 2018 ທີ່ຜ່ານມາ.

ເຖິງຢ່າງໃດກໍ່ຕາມ, ອົງກອນສັງເກດການດ້ານສິດທິມະນຸດຊີຣີ ລາຍງານວ່າການສູ້ຮົບຍັງເກີດຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດຈະມີຄຳສັ່ງໃຫ້ຢຸດຍິງຕໍ່ຕາມ ແລະ ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ຂອງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ຄູ່ກໍລະນີທຸກຝ່າຍໃນສົງຄາມຊີຣີ ໃຫ້ຄວາມສຳຄັນ ແລະ ປະຕິບັດຕາມມະຕິການຢຸດຍິງຄັ້ງນີ້ຢ່າງເຄັ່ງຄັດດ້ວຍ ໂດຍສະເພາະໃນເຂດກູຕາ ຕາເວັນອອກ ທີ່ມີຜູ້ເສຍຊີວິດແລ້ວງຢ່າງໜ້ອຍ 34 ຄົນ ຈາກການສູ້ຮົບເມື່ອວັນຈັນ (26 ກຸມພາ) ທີ່ຜ່ານມາ ເພີ່ມຈຳນວນຜູ້ເສຍຊີວິດຈາກການສູ້ຮົບພາຍໃນໄລຍະເວລາ 8 ວັນທີ່ຜ່ານມາເປັນ 556 ຄົນແລ້ວ.










No comments

Powered by Blogger.