ປະຊາຊົນຂຸດຂຸມຕັ້ງເສົາເຮືອນ ພົບພະພຸດທະຮູບ 30 ອົງ ທີ່ເມືອງທົ່ງມີໄຊ ແຂວງໄຊຍະບູລີ - ອິດສະຫຼະ

ປະຊາຊົນຂຸດຂຸມຕັ້ງເສົາເຮືອນ ພົບພະພຸດທະຮູບ 30 ອົງ ທີ່ເມືອງທົ່ງມີໄຊ ແຂວງໄຊຍະບູລີ



ເມື່ອວັນທີ 26 ກຸມພາ 2018 ທີ່ຜ່ານມາ, ມີການເຜີຍແຜ່ພາບ ພ້ອມຂໍ້ຄວາມໃນໂລກອອນລາຍໂດຍ Page: ທົ່ງມີໄຊ ວັນໃໝ່ ລະບຸວ່າ: ຕອນແລງຂອງວັນທີ 26 ກຸມພາ ທີ່ຜ່ານມາ ປະຊາຊົນບ້ານໃຫຍ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຂຸດຂຸມຕັ້ງເສົາ ເພື່ອຈະປຸກເຮືອນ ແຕ່ປາກົດວ່າເມື່ອຂຸດດິນລົງໄປ ຕ້ອງພົບກັບພະພຸດທະຮູບຈຳນວນ 30 ອົງ ທີ່ຝັງຢູ່ໃນດິນ, ເຊິ່ງປັດຈຸບັນນີ້ມີກວດງານທີ່ກ່ຽວຂ້ອງເຂົ້າໄປກວດສອບແລ້ວ ພ້ອມທັງໄດ້ຈົດຂຶ້ນບັນຊີລະອຽດ ແລະ ໄດ້ຍັງເຊີນໄປປະດິດສະຖານໄວ້ ທີ່ວັດສີມຸງຄຸນ ບ້ານໃຫຍ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີແລ້ວ.






No comments

Powered by Blogger.