ລັດເຊຍໃຊ້ສິດຢຸດຢັ້ງຮ່າງມະຕິຂອງ UN ໃນການປະນາມ ແລະ ລົງໂທດອີຣານ ທີ່ສະໜັບສະໜູນອາວຸດໃຫ້ກຸ່ມກະບົດຮູຕີ ໃນເຢເມນ - ອິດສະຫຼະ

ລັດເຊຍໃຊ້ສິດຢຸດຢັ້ງຮ່າງມະຕິຂອງ UN ໃນການປະນາມ ແລະ ລົງໂທດອີຣານ ທີ່ສະໜັບສະໜູນອາວຸດໃຫ້ກຸ່ມກະບົດຮູຕີ ໃນເຢເມນ



ສຳນັກຂ່າວຕ່າງປະເທດລາຍງານ 27 ກຸມພາ 2018 ວ່າ: ທ່ານ ວາສຊິລີ ເນເບນເຊຍ (Vasily Nebenzya ) ເອກອັກຄະລັດຖະທູດລັດເຊຍປະຈຳສະຫະປະຊາຊາດ ໃນອຳນາດຢຸດຢັ້ງໃນຖານະສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ປະຕິເສດການຮັບຮອງມະຕິທີ່ສະເໜີໂດຍອັງກິດ ໃນການປະນາມອີຣານ ທີ່ປ່ອຍໃຫ້ອາວຸດທີ່ຜະລິດໃນປະເທດໄປຕົກຢູ່ໃນມືຂອງກຸ່ມກະບົດຮູຕີ ໃນປະເທດເຢເມນ, ໃນດ້ານຂອງຈີນ ເຊິ່ງເປັນພັນທະມິດໃກ້ຊິດຂອງລັດເຊຍງົດອອກສຽງ, ຂະນະທີ່ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ ປະນາມລັດເຊຍວ່າ ກາງປີກປົກປ້ອງອີຣານ.

ເຊິ່ງຮ່າງມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຕ້ອງໄດ້ຮັບສຽງສະໜັບສະໜູນຢ່າງໜ້ອຍ 9 ສຽງ, ຈາກສະມາຊິກທັງໝົດ 15 ປະເທດ ແລະ ຕ້ອງບໍ່ມີການຢຸດຢັ້ງຈາກສະມາຊິກຖາວອນ ທີ່ປະກອບດ້ວຍ: ສະຫະລັດ ອາເມຣິກາ, ລັດເຊຍ, ອັງກິດ, ຝຣັ່ງ ແລະ ຈີນ. ຂະນະທີ່ມີລາຍງານວ່າອັງກິດ ຕ້ອງການໃຫ້ຮ່າງມະຕິດັ່ງກ່າວໄດ້ຮັບຄວາມເຫັນດີຈາກກອງປະຊຸມ ຈຶ່ງພະຍາຍາມແກ້ໄຂເນື້ອໃນຫຼາຍສ່ວນ ລວມທັງການປັບປຸງຄຳເວົ້າຕ່າງໆ ເພື່ອໃຫ້ໄດ້ຮັບຄວາມເຫັນດີຈາກລັດເຊຍ ແຕ່ກໍ່ບໍ່ປະສົບຄວາມສຳເລັດ.

ນັກວິເຄາະຕີລາຄາວ່າ ການທີ່ລັດເຊຍໃຊ້ສິດຢຸດຢັ້ງ ເປັນຜົນມາຈາກຄວາມລົ້ມເຫຼວໃນການເຈລະຈາບັນຫາດັ່ງກ່າວຂອງອັງກິດ ແລະ ຖືເປັນຄວາມປະລາໄຊຂອງອັງກິດ ທີ່ວິ່ງເຕັ້ນຢາກໃຫ້ມີການລົງໂທດອີຣານ ວ່າລະເມີດຂໍ້ຕົກລົງນິວເຄຼຍ ສະບັບປີ 2015 ຈາກການທີ່ຂີປະນາວຸດເຊິ່ງກອງກຳລັງຮູຕີ ຍິງຈາກເຢເມນ ໄປຕົກລົງໃນເຂດແດນຂອງອາຣັບບີ ຊາອູດິດ 2 ຄັ້ງ ເມື່ອປີທີ່ຜ່ານມາ ເປັນອາວຸດທີ່ຜະລິດໂດຍບໍລິສັດຂອງອີຣານ ແຕ່ໃນເວລາດຽວກັນລັດຖະບານສະຫະລັດ ອາເມຣິກາ ກໍ່ໄດ້ຂົ່ມຂູ່ຈະຖອນຕົວຈາກຂໍ້ຕົກລົງນິວເຄຼຍສະບັບນີ້ ຫາກບໍ່ມີການແກ້ໄຂຂໍ້ບົກຜ່ອງທີ່ເປັນໄພ.






No comments

Powered by Blogger.