ສປປ.ລາວ ແລະ ສະຫະພາບເອີຣົບ ປຶກສາຫາລືແນວທາງປ້ອງກັນ ແລະ ຄຸ້ມຄອງສິນຄ້າຍຸດທະສາດສອງດ້ານ ທີ່ສາມາດດັດແປງເປັນອາວຸດຮ້າຍແຮງໄດ້ - ອິດສະຫຼະ

ສປປ.ລາວ ແລະ ສະຫະພາບເອີຣົບ ປຶກສາຫາລືແນວທາງປ້ອງກັນ ແລະ ຄຸ້ມຄອງສິນຄ້າຍຸດທະສາດສອງດ້ານ ທີ່ສາມາດດັດແປງເປັນອາວຸດຮ້າຍແຮງໄດ້



ໃນລະຫວ່າງວັນທີ 07-09 ກຸມພາ 2018 ທີ່ຜ່ານມາ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ໂຄງການ EU P2P Export Control Outreach Program for Dual-Use Goods (ໂຄງການ 47) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ “ການຮ່າງລະບຽບການຄຸ້ມຄອງສິນຄ້າຍຸດທະສາດທີ່ສາມາດນຳໃຊ້ໄດ້ສອງດ້ານ” ທີ່ ໂຮງແຮມ ແລນມາກ ແມ່ຂອງຣີເວີໄຊ.

ໂດຍມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການທີ່ກ່ຽວຂ້ອງໄດ້ແກ່: ກົມອຸດສາຫະກຳ ແລະ ຫັດຖະກຳ (ກະຊວງອຸດສາຫະກຳ ແລະ ການຄ້າ), ກົມອົງການຈັດຕັ້ງສາກົນ (ກະຊວງການຕ່າງປະເທດ), ກົມພາສີ (ກະຊວງການເງິນ), ກົມອາຫານ ແລະ ຢາ (ກະຊວງສາທາລະນະສຸກ), ກົມແຜນການ ແລະ ການຮ່ວມມື (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ), ອົງການດັດສົມໂທລະຄົມ (ກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ), ກົມປູກຝັງ (ກະຊວງກະສິກຳ ແລະ ປ່າໄມ້), ກົມອຸດສາຫະກຳປ້ອງກັນຊາດ (ກະຊວງປ້ອງກັນປະເທດ), ກົມໃຫຍ່ສັນຕິບານ (ກະຊວງປ້ອງກັນຄວາມສະຫງົບ), ກົມການບິນພົນລະເຮືອນ (ກະຊວງໂຍທາທິການ ແລະ ຂົນສົ່ງ) ແລະ ຜູ້ຕາງໜ້າຈາກຫ້ອງການສະຫະພາບເອຣົບປະຈຳ ສປປ. ລາວ ເຊິ່ງຄະນະມົນຕີຄວາມໝັ້ນຄົງຂອງສະຫະປະຊາຊາດ (United Nations Security Council: UNSC) ໄດ້ອອກມະຕິກອງປະຊຸມ 1540 ມາເພື່ອເປັນບ່ອນອີງໃຫ້ບັນດາປະເທດສະມາຊິກຜັນຂະຫຍາຍ ແລະ ສ້າງກົນໄກຄຸ້ມຄອງ, ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ແລະ ສົນທະນາແລກປ່ຽນຄຳຄິດຄຳເຫັນຕໍ່ກັບລະບຽບການທີ່ມີຢູ່ ຂອງ ສປປ.ລາວ ທີ່ນຳໃຊ້ເພື່ອຄຸ້ມຄອງການນຳເຂົ້າ ຫຼື ສົ່ງອອກສິນຄ້າທີ່ຖືວ່າເປັນສິນຄ້າຍຸດທະສາດທີ່ສາມາດນຳໃຊ້ໄດ້ສອງດ້ານ.

ສິນຄ້າຍຸດທະສາດທີ່ສາມາດນຳໃຊ້ໄດ້ສອງດ້ານແມ່ນສິນຄ້າທີ່ມີການຊື້-ຂາຍທົ່ວໄປ ສາມາດນຳໃຊ້ໃນການອອກແບບ, ການພັດທະນາ, ການຜະລິດ, ການດັດແປງເປັນອາວຸດທີ່ທຳລາຍສູງ ທີ່ສາມາດກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງຕໍ່ສິ່ງທີ່ມີຊີວິດ ແລະ ສະພາບແວດລ້ອມໃນວົງກວ້າງເຊັ່ນ: ອາວຸດນິວເຄຼຍ, ອາວຸດກຳມັນຕະລັງສີ, ອາວຸດເຄມີ ແລະ ອາວຸດຊີວະພາບ. ເຊິ່ງພວກນີ້ມັກເອີ້ນວ່າ ອາວຸດທີ່ມີອຳນາດທຳລາຍລ້າງສູງ (Weapons of Mass Destruction: WMD). ຕົວຢ່າງ:

- ເສັ້ນໃຍຄາບອນໄຟເບີ: ເປັນວັດສະດຸນຳໄປໃຊຊິ້ນສ່ວນການຜະລິດອຸປະກອນການກິລາ ແລະ ກໍ່ສາມາດນຳໄປໃຊ້ຜະລິດເປັນຊິ້ນສ່ວນທາດລະເບີດ


- ເຄື່ອງວັດຄວາມແຮງ: ທີ່ນຳໃຊ້ເຂົ້າໃນການຜະລິດເຄື່ອງຄວບຄຸມຖົງລົມນິລະໄພຂອງລົດຍົນ ແລະ ກໍ່ສາມາດນຳໄປໃຊ້ຜະລິດເປັນຊິ້ນສ່ວນມາດລະເບີດ.


- ເຄື່ອງໝັກເຊື້ອ ຫຼື ສານໝັກເຊື້ອ: ສາມາດຫຼຸດຜ່ອນໃຊ້ເຂົ້າໃນດ້ານອຸດສາຫະກຳກ່ຽວກັບອາຫານ ແລະ ກໍ່ສາມາດຫຼຸດຜ່ອນການນຳໃຊ້ເຂົ້າໃນການຜະລິດເຊື້ອໂລກ ແລະ ສານພິດອື່ນໆໄດ້.

ດັ່ງນັ້ນ, ຄະນະທີມງານຊ່ຽວຊານຂອງໂຄງການ EU P2P ໄດ້ສຶກສາບາງນິຕິກຳຂອງ ສປປ ລາວ, ໂດຍສະເພາະແມ່ນກົດໝາຍເຄມີ ຊຶ່ງຫາກໍຖືກຮັບຮອງຈາກສະພາແຫ່ງຊາດ ແລະ ເພື່ອເປັນແນວທາງໃນການຜັນຂະຫຍາຍ ແລະ ປັບປຸງໃຫ້ນິຕິກຳຂອງ ສປປ.ລາວ ເຮົາທີ່ນຳໃຊ້ຢູ່ມີຄວາມຮັດກຸມ ແລະ ຮັບປະກັນທາງໃນການຄຸ້ມຄອງການຄ້າ,ການນຳເຂົ້າ ແລະ ສົ່ງອອກ, ຈຶ່ງໄດ້ມີການຮ່າງລະບຽບການຄຸ້ມຄອງສິນຄ້າຍຸດທະສາດທີ່ສາມາດນຳໃຊ້ສອງດ້ານໂດຍຊ່ຽວຊານຂອງໂຄງການ EU P2P ແລະ ມີການກຳນົດພາລະບົດບາດເບື້ອງຕົ້ນຂອງໜ່ວຍງານຄຸ້ມຄອງສິນຄ້າທີ່ສາມາດນຳໃຊ້ໄດ້ສອງດ້ານ (Working Group on Strategic Trade and Export Control: WG-STEC) ທີ່ຈະສ້າງຂຶ້ນພາຍໃຕ້ການຊີ້ນຳຂອງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ.

No comments

Powered by Blogger.