ເຈົ້າໜ້າທີ່ທຳລາຍສ່ວນຝິ່ນ ຂອງປະຊາຊົນທີ່ລັກລອບປູກຢູ່ເມືອງນາແລ ແຂວງຫຼວງນ້ຳທາ 1.5 ເຮັກຕາ - ອິດສະຫຼະ

ເຈົ້າໜ້າທີ່ທຳລາຍສ່ວນຝິ່ນ ຂອງປະຊາຊົນທີ່ລັກລອບປູກຢູ່ເມືອງນາແລ ແຂວງຫຼວງນ້ຳທາ 1.5 ເຮັກຕາ



ໜັງສືພິມຄວາມສະຫງົບລາຍງານ 27 ກຸມພາ 2018 ວ່າ: ໃນອາທິດທີ່ຜ່ານມາ, ກອງບັນຊາການ ປກສ.ເມືອງນາແລ ແຂວງຫຼວງນ້ຳທາ ໄດ້ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ທຳລາຍສວນຝິ່ນຂອງປະຊາຊົນທີ່ລັກລອບປູກ ຢູ່ຂອບເຂດກຸ່ມບ້ານຕະເຄີງ ເມືອງນາແລ ຈຳນວນ 1.5 ເຮັກຕາ, ນຳໂດຍ ທ່ານ ພັນໂທ ຕີບ ແກ້ວໄຊປະເສດ ຮັກສາການຫົວໜ້າກອງບັນຊາການ ປກສ.ເມືອງນາແລ.


ທ່ານ ພັນຕຳຫຼວດຕີ ດາວທອງ ມະນີເພັດ ຮອງຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປສກ.ແຂວງຫຼວງນ້ຳທາ ໄດ້ກ່າວວ່າ: ພາຍຫຼັງໄດ້ຕິດຕາມກວດກາ ແລະ ສືບຮູ້ວ່າຢູ່ເຂດກຸ່ມບ້ານຕະເຄີງ ມີປະຊາຊົນລັກລອບປູກຝິ່ນ ຈາກນັ້ນ, ໃນວັນທີ 16 ກຸມພາ 2018 ຈຶ່ງໄດ້ປະສານສົມທົບກັບອຳນາດການປົກຄອງບ້ານໄປທຳລາຍສວນຝິ່ນດັ່ງກ່າວ ເຊິ່ງມີ 1 ຈຸດຢູ່ເຂດບ້ານຕະກຸ ລວມເນື້ອທີ່ 1.5 ເຮັກຕາ ກ່ອນຕົ້ນຝິ່ນຈະອອກໝາກ.

ພາຍຫຼັງທຳລາຍແລ້ວ ກໍ່ໄດ້ຮ້ອງເຈົ້າຂອງສວນມາເຊັນບົດບັນທຶກ ພ້ອມທັງສຶກສາອົບຮົມກ່າວເຕືອນ ແລ້ວມອບໃຫ້ອຳນາດການປົກຄອງບ້ານ ນຳໄປສຶກສາອົບຮົມຂັ້ນຕໍ່ໄປ ເພື່ອບໍ່ໃຫ້ເຂົາເຈົ້າກັບຄືນໄປປູກຝິ່ນອີກ.

No comments

Powered by Blogger.