ສະຫະພາບເອີຣົບ ອອກຖະແຫຼງການ ກຳລັງພິຈາລະນາມາດຕະການລົງໂທດກຳປູເຈຍ ຕໍ່ກັບບັນຫາການເມືອງພາຍໃນ - ອິດສະຫຼະ

ສະຫະພາບເອີຣົບ ອອກຖະແຫຼງການ ກຳລັງພິຈາລະນາມາດຕະການລົງໂທດກຳປູເຈຍ ຕໍ່ກັບບັນຫາການເມືອງພາຍໃນ



ສຳນັກຂ່າວຕ່າງປະເທດລາຍງານ 27 ກຸມພາ 2018 ວ່າ: ສະຫະພາບເອີຣົບ ໄດ້ອອກຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທ 28 ປະເທດສະມາຊິກກຸ່ມ EU ເມື່ອວັນຈັນທີ່ຜ່ານມາ ໂດຍມີເນື້ອໃນວ່າ: ສະຫະພາບເອີຣົບ ກຳລັງພິຈາລະນາມາດຕະການເປົ້າໝາຍສະເພາະຕໍ່ກຳປູເຈຍ ເຊິ່ງນັກການທູດລະບຸວ່າເປັນການສົ່ງຄຳເຕືອນໄປຍັງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ວ່າລັດຖະບານກຳປູເຈຍອາດຖືກຂວໍ້າບາດຈາກສະຫະພາບເອີຣົບ.

ນອກຈາກນັ້ນ ສະຫະພາບເອີຣົບ ກຳລັງທົບທວນຄືນສິດທິພິເສດດ້ານການຄ້າກັບກຳປູເຈຍ ເນື່ອງຈາກກຸ່ມນັກການເມືອງຝ່າຍຄ້ານ ແລະ ກຸ່ມສິດທິມະນຸດໃນກຳປູເຈຍຖືກສົມເດັດ ຮຸນ ເຊນ ກວາດລ້າງ ກ່ອນເຖິງການເລືອກຕັ້ງໃຫຍ່ ທີ່ຈະຈັດຂຶ້ນໃນເດືອນກໍລະກົດ 2018 ນີ້.

ຖະແຫຼງການດັ່ງກ່າວຍັງຮຽກຮ້ອງໃຫ້ລັດຖະບານກຳປູເຈຍ ຟື້ນຟູປະຊາທິປະໄຕ ແລະ ຈາກພັດທະນາການຫຼ້າສຸດ ສະຫະພາບເອີຣົບ ອາດພິຈາລະນາກຳນົດມາດຕະການເປົ້າໝາຍສະເພາະ ຫາກສະຖານະການຍັງບໍ່ດີຂຶ້ນ, ນອກຈາກນັ້ນຍັງຈະເພີ່ມການຕິດຕາມດ້ານສິດທິພິເສດທາງການຄ້າກັບກຳປູເຈຍ ທີ່ສາມາດເວົ້າໄດ້ວ່າ ທຸກຢ່າງທີ່ບໍ່ແມ່ນອາວຸດ ກຳປູເຈຍສາມາດສົ່ງອອກ ລວມທັງເຄື່ອງນຸ່ງຫົ່ມ ໄປຍັງສະຫະພາບເອີຣົບ ໂດຍບໍ່ເສຍພາສີ ເຊິ່ງສະຫະພາບເອີຣົບເປັນຕະຫຼາດທີ່ມີປະຊາຊົນປະມານ 500 ລ້ານຄົນ.

ພັກກູ້ຊາດກຳປູເຈຍ ເປັນພັກຝ່າຍຄ້ານຫຼັກ ຖືກສານກຳປູເຈຍສັ່ງຍຸບໄປເມື່ອເດືອນພະຈິກ 2017 ທີ່ຜ່ານມາ ຕາມຄຳຮ້ອງຂໍຂອງລັດຖະບານ, ນອກຈາກນີ້ແກນນຳຂອງພັກກູ້ຊາດກຳປູເຈຍ ຍັງກວ່າວ່າ ສະມາຊິກສະພາທ້ອງຖິ່ນທີ່ສັງກັດພັກຕົນຈຳນວນ 5,063 ຄົນ ຖືກເຈົ້າໜ້າທີ່ລັດຕັດສິດໃນການລົງເລືອກຕັ້ງ.


No comments

Powered by Blogger.