ສ.ອາເມຣິກາ ວິຈານລັດເຊຍ ການປະກາດຢຸດຍິງຢູ່ເຂດກູຕາ ຕາເວັນອອກຂອງຊີຣີ ຄືຍຸດທະສາດສອງໜ້າ - ອິດສະຫຼະ

ສ.ອາເມຣິກາ ວິຈານລັດເຊຍ ການປະກາດຢຸດຍິງຢູ່ເຂດກູຕາ ຕາເວັນອອກຂອງຊີຣີ ຄືຍຸດທະສາດສອງໜ້າ



ສຳນັກຂ່າວຕ່າງປະເທດລາຍງານ 28 ກຸມພາ 2018 ວ່າ: ທ່ານ ພົນເອກ ໂຈເຊບ ໂວເທວ ຜູ້ບັນຊາການສູນບັນຊາການກາງກອງທັບສະຫະລັດ ອາເມຣິກາ ກ່າວເມື່ອວັນອັງຄານ (27 ກຸມພາ) ທີ່ຜ່ານມາ ກ່ຽວກັບເລື່ອງທີ່ລັດເຊຍປະກາດຢຸດຍິງ ເພື່ອມະນຸດສະທຳ ມື້ລະ 5 ຊົ່ວໂມງ ໃນເຂດກູຕາ ຕາເວັນອອກ ຮອບນອກຂອງນະຄອນຫຼວງດາມັດສະກັດ ປະເທດຊີຣີ ລະຫວ່າງເວລາ 09:00-14:00 ຕາມເວລາທ້ອງຖິ່ນ ແລະ ມີຜົນເລີ່ມປະຕິບັດເມື່ອວັນອັງຄານ 27 ກຸມພາ 2018 ເປັນຕົ້ນມາ ວ່າເປັນຍຸດທະສາດສອງໜ້າຂອງລັດຖະບານລັດເຊຍ ທັງໃນດ້ານການທູດ ແລະ ການທະຫານ ເພື່ອເພີ່ມທະວີຄວາມຂັດແຍ່ງໃນສົງຄາມຄັ້ງນີ້ໃຫ້ລຸກລາມຂຶ້ນຕື່ມ.
ຂະນະທີ່ອົງກອນສັງເກດການດ້ານສິດທິມະນຸດຊີຣີລາຍງານວ່າ ເຖິງແມ່ນວ່າສະຖານະການການສູ້ຮົບໃນເຂດກູຕາ ຕາເວັນອອກຈະເບົາບາງລົງແນ່ແລ້ວ ໃນຊ່ວງເວລາທີ່ລັດເຊຍເຊິ່ງເປັນຝ່າຍສະໜັບສະໜູນລັດຖະບາຍຊີຣີປະກາດຢຸດຍິງເປັນເວລາ 5 ຊົ່ວໂມງ, ແຕ່ການສູ້ຮົບຜັດທະວີຄວາມຮຸນແຮງຂຶ້ນທັນທີ ເມື່ອຄົບກຳນົດເວລາດັ່ງກ່າວ, ສົ່ງຜົນໃຫ້ໜ່ວຍງານຫຼຸດຜ່ອນຄວາມທຸກຍາກສາກົນບໍ່ສາມາດອົບພະຍົບປະຊາຊົນ ແລະ ສົ່ງມອບການຊ່ວຍເຫຼືອເຂົ້າສູ່ເຂດສູ້ຮົບທີ່ປະສົບໄພໄດ້ ໂດຍຈຳນວນຜູ້ເສຍຊີວິດສະເພາະໃນສະໜາມຮົບກູຕາ ຕາເວັນອອກ ເຊິ່ງຢູ່ທ່າມກາງວົງລ້ອມຂອງກອງທັບລັດຖະບານຊີຣີ ເພີ່ມເປັນ 582 ຄົນ ນັບຕັ້ງແຕ່ວັນທີ 18 ກຸມພາ 2018 ທີ່ຜ່ານມາ.

ເຊິ່ງການປະກາດຢຸດຍິງຝ່າຍດຽວຂອງລັດເຊຍ ແລະ ການສ້າງຕັ້ງເສັ້ນທາງມະນຸດສະທຳ ເພື່ອອົບພະຍົບປະຊາຊົນລວມໄປເຖິງຜູ້ໄດ້ຮັບບາດເຈັບອອກຈາກເຂດກູຕາ ຕາເວັນອອກ ເກີດຂຶ້ນພາຍຫຼັງທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ປະກາດໃຫ້ຢຸດຍິງເປັນເວລາ 30 ວັນ ເມື່ອວັນເສົາ (24 ກຸມພາ) ທີ່ຜ່ານມາ ແຕ່ບໍ່ໄດ້ຮັບການຕອບສະໜອງຈາກຝ່າຍໃດ.






No comments

Powered by Blogger.