ສ.ອາເມຣິກາ ອອກຖະແຫຼງການຢຸດຕິຊ່ວຍເຫຼືອດ້ານງົບປະມານແກ່ກຳປູເຈຍ ເພາະປະຊາທິປະໄຕເສື່ອມຖອຍ - ອິດສະຫຼະ

ສ.ອາເມຣິກາ ອອກຖະແຫຼງການຢຸດຕິຊ່ວຍເຫຼືອດ້ານງົບປະມານແກ່ກຳປູເຈຍ ເພາະປະຊາທິປະໄຕເສື່ອມຖອຍ



ສຳນັກຂ່າວຕ່າງປະເທດລາຍງານ 28 ກຸມພາ 2018 ວ່າ: ທຳນຽບຂາວອອກຖະແຫຼງການ ເມື່ອວັນອັງຄານ (27 ກຸມພາ) ທີ່ຜ່ານມາ ເລື່ອງການຢຸດຕິໂຄງການສະໜັບສະໜູນແກ້ກົມພາສີ, ລັດຖະບານທ້ອງຖິ່ນ ແລະ ກອງທັບກຳປູເຈຍ ມູນຄ່າລວມ 8.3 ລ້ານໂດລາສະຫະລັດ ເນື່ອງຈາກການເສື່ອມຖອຍທາງດ້ານປະຊາທິປະໄຕໃນກຳປູເຈຍ ທີ່ສ້າງຄວາມເປັນຫ່ວງເປັນໃຍໃຫ້ກັບລັດຖະບານສະຫະລັດ ອາເມຣິກາ ບໍ່ວ່າຈະເປັນການສັ່ງຍຸບພັກກູ້ຊາດກຳປູເຈຍ ທີ່ເປັນພັກຝ່າຍຄ້ານຫຼັກ ແລະ ຜົນການເລືອກຕັ້ງສະມາຊິກສະພາສູງ ເມື່ອວັນທີ 25 ກຸມພາ ທີ່ຜ່ານມາ ລ້ວນແຕ່ບໍ່ໄດ້ສະທ້ອນເຖິງຄວາມຕ້ອງການທີ່ແທ້ຈິງຂອງປະຊາຊົນກຳປູເຈຍ.
ເຊິ່ງຜູ້ສະໜັກຈາກພັກປະຊາຊົນກຳປູເຈຍ ພາຍໃຕ້ການນຳພາຂອງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍຄົນປັດຈຸບັນ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສູງທັງໝົດ 58 ສຽງທີ່ມີການເລືອກຕັ້ງ ໂດຍເປັນພັກການເມືອງໃຫຍ່ພຽງພັກດຽວທີ່ສົ່ງຜູ້ສະໝັກລົງເລືອກຕັ້ງ ເນື່ອງຈາກພັກກູ້ຊາດກຳປູເຈຍ ຖືກສານສັ່ງໃຫ້ຍຸບໄປຕັ້ງແຕ່ເດືອນພະຈິກ 2017 ທີ່ຜ່ານມາ ສົ່ງຜົນໃຫ້ສະມາຊິກສະພາທ້ອງຖິ່ນໃນສັງກັດພັກກູ້ຊາດກຳປູເຈຍບໍ່ສາມາດເຮັດໜ້າທີ່ລົງຄະແນນເລືອກຕັ້ງສະມາຊິກສະພາສູງໄດ້.

ທ່ານ ນາງ ຊາຣາ ແຊນເດີ ໂຄສົກທຳນຽບຂາວກ່າວວ່າ ລັດຖະບານສະຫະລັດ ອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອຫຼາຍຮູບແບບແກ້ກຳປູເຈຍຫຼາຍກວ່າ 1,000 ລ້ານໂດລາສະຫະລັດ ຕະຫຼອດໄລຍະເວລາ 25 ທີ່ຜ່ານມາ, ແຕ່ໃນໄລຍະຫຼັງມານີ້ລັດຖະບານກຳປູເຈຍຜັດນຳງົບປະມານການຊ່ວຍເຫຼືອດັ່ງກ່າວໄປໃຊ້ໃນການສ້າງກິດຈະກຳຕໍ່ຕ້ານປະຊາທິປະໄຕ, ອີກຢ່າງໜຶ່ງ ກ່ອນໜ້ານີ້ກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ໄດ້ປະກາດຢຸດຕິການອອກວີຊາໃຫ້ແກ່ປະຊາຊົນກຳປູເຈຍ ທີ່ມີພຶດຕິກຳທຳລາຍປະຊາທິປະໄຕ ເຖິງຈະບໍ່ໄດ້ລະບຸລາຍຊື່ລະອຽດ ແຕ່ທຸກຝ່າຍເຂົ້າໃຈວ່າໝາຍເຖິງສົມເດັດ ຮຸນ ເຊນ ແລະ ບຸກຄົນໃນຄະນະລັດຖະບານຂອງກຳປູເຈຍ.


ຂະນະທີ່ລັດຖະບານກຳປູເຈຍ ຍັງບໍ່ສະແດງທ່າທີຕໍ່ການເຄື່ອນໄຫວດັ່ງກ່າວຂອງສະຫະລັດ ອາເມຣິກາ ແຕ່ໃນຂະນະດຽວກັນສານນະຄອນຫຼວງພະນົມເປັນ ໄດ້ມີຄຳຕັດສິນຕາມຄຳຮ້ອງຂອງສົມເດັດ ຮຸນ ເຊນ ແລະ ສົມເດັດ ເຮງ ສຳຣິນ ປະທານສະພາແຫ່ງຊາດ ໃຫ້ຢຶດສຳນັກຫງານພັກກູ້ຊາດກຳປູເຈຍ ແລະ ຊັບສິນທັງໝົດທີ່ຢູ່ພາຍໃນຕຶກ ເປັນການຊົ່ວຄາວ ໂດຍລະບຸວ່າຄຳສັ່ງສາມາດຖອດຖອນໄດ້ ຫາກທ່ານ ສົມ ຣັງສີ ອະດີດຜູ້ນຳພັກຝ່າຍຄ້ານ ຄູ່ແຂ່ງຕະຫຼອດການທາງການເມືອງຂອງສົມເດັດ ຮຸນ ເຊນ ທີ່ລີ້ໄພຢູ່ຕ່າງປະເທດ ຊຳລະເງິນ 1 ລ້ານໂດລາສະຫະລັດ ເປັນຄ່າຍອມຄວາມໃນຄະດີໝິ່ນປະໝາດຜູ້ນຳກຳປູເຈຍ.


No comments

Powered by Blogger.