ລາວ-ໄທ ຕົກລົງກັນຫຼາຍບັນຫາ ເພື່ອແກ້ໄຂການຂຶ້ນທະບຽນແຮງງານລາວ ຢູ່ໄທໃຫ້ທັນກຳນົດເວລາ - ອິດສະຫຼະ

ລາວ-ໄທ ຕົກລົງກັນຫຼາຍບັນຫາ ເພື່ອແກ້ໄຂການຂຶ້ນທະບຽນແຮງງານລາວ ຢູ່ໄທໃຫ້ທັນກຳນົດເວລາ



ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາຍງານວ່າ:​ ເມື່ອວັນທີ 26 ກຸມພາ 2018 ທີ່ຜ່ານມາ, ທີໂຮງແຮມລາວພາຊ້າ ນະຄອນຫຼວງວຽງຈັນ, ໄດ້ມີພິທີພົບປະລະຫວ່າງ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ.ລາວ ກັບ ທ່ານ ພົນຕຳຫຼວດເອກ ອະດຸນ ແສງສິງແກ້ວ ລັດຖະມົນຕີວ່າການກະຊວງແຮງງານແຫ່ລາຊະອານາຈັກໄທ, ພ້ອມຄະນະທັງສອງຝ່າຍ, ໄດ້ປຶກສາຫາລືກຽ່ວກັບການຈັດຕັ້ງປະຕິບັດ ບົດທຶກຄວາມເຂົ້າໃຈ ແລະ ສັນຍາຮ່ວມມືວ່າດ້ວຍ ການຮ່ວມມືດ້ານການຈ້າງງານ.


ໃນການປຶກສາຫາລືດັ່ງກ່າວ ຝ່າຍໄທໄດ້ມີການສະເໜີ ຂໍຄວາມຮ່ວມມືໃຫ້ຝ່າຍລາວສືບຕໍ່ການປັບສະຖານະພາບແຮງງານລາວກຸ່ມໃໝ່ ດັ່ງນີ້:
1. ຝ່າຍລາວ ຈະສືບຕໍ່ປັບສະຖານະພາບ ຕາມການເຫັນດີຂອງລັດຖະບານລາວ ຮອດວັນທີ 30 ມິຖຸນາ 2018;

2. ໜ່ວຍງານປັບສະຖານະພາບແຮງງານລາວ ຈະປັບສະຖານະພາບແຮງງານ ທີ່ໄດ້ຜ່ານການຂື້ນທະບຽນຂອງຝ່າຍໄທ, ໃນກໍລະນີ ທີ່ແຮງງານອອກມາປັບສະຖານະພາບຫຼາຍເກີນຄວາມສາມາດຮັບໄດ້ຂອງໜ່ວຍງານ, ຝ່າຍລາວ ຈະພິຈາລະນາ ເພີ່ມໜ່ວຍງານເຄື່ອນທີ່ ຫຼື ເພີ່ມສູນຕາມຄວາມເໝາະສົມ;

3. ຝ່າຍລາວ ພິຈາລະນາເປີດຈຸດບໍລິການດ້ານເອກະສານຢູ່ເບື້ອງລາວ ເພື່ອຮອງຮັບແຮງງານລາວ ທີ່ມີຄວາມຕ້ອງການກັບມາດຳເນີນເອກະສານຕາມລະບົບ MOU. 

ພ້ອມທັງສືບຕໍ່ໃນການປັບສະຖານະພາບແຮງງານລາວທີ່ເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍຢູ່ປະເທດໄທໃນວັນທີ 30 ມິຖຸນາ 2018, ຖ້າຫາກຍັງມີແຮງງານລາວທີ່ຍັງບໍ່ທັນໄດ້ປັບສະຖານະພາບ ແມ່ນໃຫ້ເດີນທາງກັບປະເທດ ເພື່ອດຳເນີນເອກະສານໃຫ້ຖືກຕ້ອງ ໂດຍຜ່ານລະບົບ MOU.


ຄຽງຄູ່ກັບຜົນສຳເລັດ ທີ່ໄດ້ພະຍາຍາມຮ່ວມກັນນັ້ນ, ທ່ານລັດຖະມົນຕີແຮງງານຂອງລາວ ຂໍສະເໜີຕໍ່ທ່ານລັດຖະມົນຕີວ່າການແຮງງານຂອງໄທ ເພື່ອສືບຕໍ່ຊຸກຍູ້ບາງດ້ານດັ່ງນີ້:
1. ສະເໜີໃຫ້ຝ່າຍໄທ ສະໜອງຂໍ້ມູນແຮງງານລາວ ທີ່ຂື້ນທະບຽນໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ຝ່າຍລາວໃນການວາງແຜນຈັດຕັ້ງປະຕິບັດໃຫ້ທັນກັບກຳນົດເວລາ ແລະ ໃຫ້ມີການເຊື່ອມຕໍ່ຂໍ້ມູນແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທ;

2. ສະເໜີໃຫ້ຊຸກຍູ້ແຮງງານຈັງຫວັດ ເພື່ອໂຄສະນາ, ປະຊາສຳພັນ ໃຫ້ກຸ່ມເປົ້າໝາຍຮັບຮູ້ ແລະ ມີມາດຕະການ ລະດົມໃຫ້ແຮງງານລາວອອກມາປັບສະຖານະພາບໃຫ້ມີຈຳນວນຫຼາຍຂື້ນ ລວມທັງອຳນວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືກັບແກ່ເຈົ້າໜ້າທີ່ຝ່າຍລາວໃນການດຳເນີນພາລະກິດຄັ້ງນີ້.

3. ຄວາມຄືບໜ້າການເພີ່ມສູນຕ້ອນຮັບເຂົ້າເຮັດວຽກ ແລະ ສີ້ນສຸດການຈ້າງງານ ຈັງຫວັດມຸກດາຫານ ປະເທດໄທ ກົງກັນຂ້າມກັບແຂວງສະຫວັນນະເຂດ ສປປ.ລາວ ທີ່ຕົກລົງໃນບົດບັນທຶກກອງປະຊຸມລະດັບວິຊາການລາວ-ໄທ ວັນທີ 09-10 ກັນຍາ 2017;

4. ຄວາມຄືບໜ້າ ສະຖານກົງສຸນໃຫຍ່ ຢູ່ ແຂວງ ສະຫວັນນະເຂດ ໃນການຂໍວີຊ່າ (VISA) ປະເພດ Non-Immigrant L-A ໃຫ້ໄດ້ຄືກັບສະຖານກົງສຸນໄທ ປະຈຳນະຄອນຫຼວງວຽງຈັນ ທີ່ແຮງງານລາວບໍ່ຈຳເປັນຕ້ອງເດີນທາງໄປຮັບເອົາວີຊ່າດ້ວຍຕົນເອງ;

5. ໃນການສືບຕໍ່ຂະຫຍາຍເວວລາປັບສະຖານະພາບ ຮອດເດືອນ ມິຖຸນາ 2018, ສະເໜີຝ່າຍໄທ ພິຈາລະນາຄ່າເຊົ່າສະຖານຂອງໜ່ວຍງານປັບສະຖານະພາບ;

6. ໃນການຈັດຕັ້ງປະຕິບັດວຽກງານປັບສະຖານະພາບແຮງງານລາວຢູ່ໄທ, ຖ້າຫາກມີບັນຫາຫຍຸ້ງຍາກໃດໜຶ່ງ ສະເໜີໃຫ້ມີການຈັດກອງປະຊຸມລະດັບວິຊາການສອງຝ່າຍ ເພື່ອປຶກສາຫາລືລະອຽດຕື່ມ.

ທັງໝົດນີ້, ກໍ່ແມ່ນເພື່ອການຈັດຕັ້ງປະຕິບັດ ຕາມບົດທຶກຄວາມເຂົ້າໃຈ ແລະ ສັນຍາຮ່ວມມືືວ່າດ້ວຍ ການຮ່ວມມືດ້ານການຈ້າງງານ ໄລຍະຜ່ານມາຂອງສອງຂະແໜງການແຮງງານລາວ-ໄທ, ເຊິ່ງລ້ວນແຕ່ພົວພັນກັບບັນຫາການເຄື່ອນຍ້າຍແຮງງານເປັນສ່ວນໃຫຍ່, ເພື່ອກຽມຮັບມື ແລະ ມີມາດຕະການທີດີ, ທ່ານ ປອ. ຄຳແພງ ໄຊສົມແພງ ກ່າວວ່າ: ການຮ່ວມມືຂອງສອງກະຊວງແຮງງານ ລາວ ແລະ ໄທ ຈະສືບຕໍ່ແກ້ໄຂບັນຫາແຮງງານ ເພື່ອໃຫ້ມີການເຄື່ອນຍ້າຍແບບປອດໄພ, ມີວຽກເຮັດທີ່ໝັ້ນຄົງ, ມີສະຫວັດດີການດີ ແລະ ໄດ້ຮັບຄວາມຍຸຕິທຳ.





No comments

Powered by Blogger.