ພະສົງຫົວຮຸນແຮງ ຊາວມຽນມາທີ່ຕໍ່ຕ້ານຊາວມຸດສະລິມ ຖືກ facebook ປິດບັນຊີ ເພື່ອບໍ່ໃຫ້ເຄື່ອນໄຫວ - ອິດສະຫຼະ

ພະສົງຫົວຮຸນແຮງ ຊາວມຽນມາທີ່ຕໍ່ຕ້ານຊາວມຸດສະລິມ ຖືກ facebook ປິດບັນຊີ ເພື່ອບໍ່ໃຫ້ເຄື່ອນໄຫວ



ສຳນັກຂ່າວຕ່າງປະເທດລາຍງານ 28 ກຸມພາ 2018 ວ່າ: Facebook ອອກຖະແຫຼງການເມື່ອວັນອັງຄານ (27 ກຸມພາ) ທີ່ຜ່ານມາວ່າ: ໜຶ່ງໃນມາດຕະຖານສຳຄັນຂອງ facebook ຄືການບໍ່ອະນຸຍາດໃຫ້ອົງກອນ ຫຼື ບຸກຄົນໃດກໍ່ຕາມ ປຸກລະດົມເພື່ອສ້າງຄວາມກຽດຊັງ ແລະ ກະຕຸ້ນການໃຊ້ຄວາມຮຸນແຮງລະຫວ່າງບຸກຄົນ ຫຼື ກຸ່ມຄົນຜ່ານທາງ facebook ໂດຍຫາກພົບວ່າມີການຝ່າຝືນ facebook ກໍ່ມີສິດອຳນາດໃນການປິດກັ້ນການເຂົ້າເຖິງບັນຊີທີ່ສ້າງຄວາມແຕກແຍກ ຫຼື ປິດບັນຊີນັ້ນຢ່າງຖາວອນ.

ຂະນະທີ່ແຫຼ່ງຂ່າວໃນ facebook ເປີດເຜີຍວ່າ ບັນຊີຂອງ ພະວີຣະທຸ ພະສົງຊື່ດັ່ງຊາວມຽນມາ ເຊິ່ງເຄີຍຖືກຂະໜານນາມວ່າເປັນ “ບິນ ລາເດນ ແຫ່ງມຽນມາ” ຈາກການເຄີຍລົງຂໍ້ຄວາມໃນ facebook ທີ່ເປັນການຕໍ່ຕ້ານຊາວມຸດສະລິມຢູ່ແຟນເພຈຂອງຕົນເອງຫຼາຍຄັ້ງ ລວມທັງການຮຽກຮ້ອງໃຫ້ລັດຖະບານມຽນມາ ຈຳກັດຈຳນວນປະຊາກອນມຸດສະລິມໃນປະເທດ ຖືກປິດໄປຕັ້ງແຕ່ເດືອນມັງກອນ 2018 ທີ່ຜ່ານມາ, ໃນດ້ານຂອງພະວີຣະທຸ ຍັງບໍ່ສະແດງທ່າທີຕໍ່ລາຍງານດັ່ງກ່າວ ແຕ່ເຄີຍລົງຂໍ້ຄວາມໃນ facebook ເມື່ອທ້າຍປີທີ່ຜ່ານມາວ່າ ຖືກປິດການໃຊ້ງານເປັນເວລາ 30 ວັນ ເຊິ່ງເປັນຜົນມາຈາກການທີ່ facebook ຖືກຢຶດຄອງໂດຍຄົນມຸດສະລິມ.


ເຊິ່ງການເຄື່ອນໄຫວດັ່ງກ່າວຂອງ facebook ທີ່ມີຕໍ່ພະວີຣະທຸ ໃນຄັ້ງນີ້ ເກີດຂຶ້ນເກືອບ 1 ປີ ພາຍຫຼັງທີ່ສະພາສົງຂອງມຽນມາ ມີມະຕິເມື່ອເດືອນ ມີນາ 2017 ຫ້າມພະວີຣະທຸເທດສະໜາ ແລະ ປາໄສໃນຂອບເຂດທົ່ວປະເທດເປັນເວລາ 1 ປີ ແລະ ມີຄຳສັ່ງໃຫ້ອົງກອນພະສົງຊາດນິຍົມຫົວຮຸນແຮງ “ມະບະທະ“ ທີ່ພະວີຣະທຸ ເປັນສະມາຊິກ ຢຸດຕິການເຄື່ອນໄຫວກິດຈະກຳໃນເດືອນກໍລະກົດ ຂອງປີດຽວກັນ.

No comments

Powered by Blogger.