ເກົາຫຼີໃຕ້ - ສ.ອາເມຣິກາ ຈະກັບມາເຝິກຊ້ອມຮົບປະຈຳປີ ໃນເດືອນເມສາ 2018 ນີ້ - ອິດສະຫຼະ

ເກົາຫຼີໃຕ້ - ສ.ອາເມຣິກາ ຈະກັບມາເຝິກຊ້ອມຮົບປະຈຳປີ ໃນເດືອນເມສາ 2018 ນີ້



ສຳນັກຂ່າວຕ່າງປະເທດລາຍງານ 28 ກຸມພາ 2018 ວ່າ: ທ່ານ ມຸນ ຊຸງ-ອິນ ທີ່ປຶກສາດ້ານຄວາມໝັ້ນຄົງຂອງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ກ່າວວ່າ: ເກົາຫຼີໃຕ້ ແລະ ສະຫະລັດ ອາເມຣິກາ ຈະກັບມາເຝິກຊ້ອມຮົບຮ່ວມກັນໃນອາທິດທຳອິດຂອງເດືອນເມສາ 2018 ນີ້, ເຖິງຢ່າງໃດກໍ່ຕາມ ກຳນົດການດັ່ງກ່າວສາມາດປ່ຽນແປງໄດ້ ຫາກກ່ອນໜ້ານັ້ນມີການເຈລະຈາລະຫວ່າງສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອເກີດຂຶ້ນ, ຂະນະທີ່ທ່ານ ນາງ ຄັງ ຄະຢອງ-ຮວາ ລັດຖະມົນຕີກະຊວງການຕ່າງປະເທດຂອງເກົາຫຼີໃຕ້ ກ່າວວ່າມາດຕະການຂວໍ້າບາດທາງເສດຖະກິດຕໍ່ເກົາຫຼີເໜືອ ບໍ່ແມ່ນການລົ້ມອຳນາດຕະກູນຄິມ ແຕ່ຄືຄວາມພະຍາຍາມທີ່ຈະນຳເກົາຫຼີເໜືອກັບຄືນສູ່ການເຈລະຈາ ແລະ ທຸກຢ່າງຂຶ້ນຢູ່ກັບລັດຖະບານເກົາຫຼີເໜືອເທົ່ານັ້ນວ່າຈະຕັດສິນໃຈແບບໃດ.

ເຊິ່ງການຊ້ອມຮົບຮ່ວມປະຈຳປີລະຫວ່າງເກົາຫຼີໃຕ້ ກັບ ສະຫະລັດ ອາເມຣິກາ ພາຍໃຕ້ລະຫັດປະຕິບັດການ Key Resolve ເກີດຂຶ້ນເປັນປະຈຳທຸກປີໃນລະຫວ່າງເດືອນມີນາ ເຖິງ ເດືອນເມສາ, ໂດຍມີທະຫານສະຫະລັດ ອາເມຣິກາເຂົ້າຮ່ວມປະມານ 17,000 ຄົນ ແລະ ທະຫານເກົາຫຼີໃຕ້ປະມານ 30,000 ຄົນ, ແຕ່ນຳກົດການໃນປີນີ້ຖືກເລື່ອນອອກໄປ ເນື່ອງຈາກຢູ່ໃນໄລຍະຂອງການແຂ່ງຂັນກີລາໂອລິມປິກລະດູໜາວ ແລະ ພາຣາລິມປິກລະດູໜາວ ທີ່ເມືອງປຽງຊາງ ຂອງເກົາຫຼີໃຕ້ ເຊິ່ງມະຫະກຳກີລາຄັ້ງນີ້ສ້າງບັນຍາກາດຜ່ອນຄາຍຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີໄດ້ຢ່າງຊັດເຈນ.

ເຖິງຢ່າງໃດກໍ່ຕາມ, ທ່ານ ຮັນ ແທ-ຊອງ ເອກອັກຄະລັດຖະທູດເກົາຫຼີເໜືອ ປະຈຳສະຫະປະຊາຊາດ ກ່າວຕໍ່ກອງປະຊຸມສາກົນວ່າດ້ວຍການປົດອາວຸດ ທີ່ນະຄອນຫຼວງເຈນີວາ ໃນວັນພຸດນີ້ (28 ກຸມພາ) ວ່າ ສະຫະລັດ ອາເມຣິກາ ກຳລັງກັບມາສະແດງທ່າທີຄຸກຄາມແຫຼມເກົາຫຼີີອີກຄັ້ງ ທັງໆທີ່ຄວາມສຳພັນລະຫວ່າງສອງເກົາຫຼີມີທິດທາງທີ່ດີຂຶ້ນເປັນລຳດັບ ເຊິ່ງເປັນຜົນມາຈາກການແຂ່ງຂັນໂອລິມປິກຄັ້ງນີ້ ແລະ ຮຽກຮ້ອງໃຫ້ລັດຖະບານສະຫະລັດ ອາເມຣິກາ ຢຸດຕິການລຳລຽງອາວຸດຍຸດໂທລະກອນໄປຕິດຕັ້ງຢູ່ເກົາຫຼີໃຕ້ດ້ວຍ.

(ພາບ: ການຊ້ອມຮົບຮ່ວມປະຈຳປີລະຫວ່າງເກົາຫຼີໃຕ້ ກັບ ສະຫະລັດ ອາເມຣິກາ ເມື່ອເດືອນເມສາ 2017 ທີ່ຜ່ານມາ)










No comments

Powered by Blogger.