ມະຕິຂອງພັກລັດຖະບານອິນໂດເນເຊຍ ເຫັນດີໃຫ້ທ່ານ ໂຈໂກ ວິໂດໂດ ລົງເລືອກຕັ້ງປະທານປະເທດອີກໜຶ່ງສະໄໝ - ອິດສະຫຼະ

ມະຕິຂອງພັກລັດຖະບານອິນໂດເນເຊຍ ເຫັນດີໃຫ້ທ່ານ ໂຈໂກ ວິໂດໂດ ລົງເລືອກຕັ້ງປະທານປະເທດອີກໜຶ່ງສະໄໝ



ສຳນັກຂ່າວຕ່າງປະເທດລາຍງານ 24 ກຸມພາ 2018 ວ່າ: ທ່ານ ນາງ ເມກາວາຕີ ຊູກາໂນບຸດຕຼີ ປະທານພັກປະຊາທິປະໄຕອິນໂດເນເຊຍ-ການຕໍ່ສູ້ ເຊິ່ງເປັນພັກລັດຖະບານ ແລະ ພັກການເມືອງຂະໜາດໃຫຍ່ທີ່ສຸດຂອງອິນໂດເນເຊຍ ກ່າວເມື່ອວັນສຸກທີ່ຜ່ານມາວ່າ: ກອງປະຊຸມໃຫຍ່ຂອງພັກ ທີ່ໄດ້ຈັດຂຶ້ນຢູ່ເກາະບາຫຼີ ມີມະຕິເຫັນດີໃນການສະເໜີຊື່ທ່ານ ໂຈໂກ ວິໂດໂດ ປະທານປະເທດອິນໂດເນເຊຍຄົນປັດຈຸບັນ ທີ່ສັງກັດພັກດັ່ງກ່າວ ເປັນຕົວແທນພັກໃນການລົງສະໝັກເລືອກຕັ້ງປະທານປະເທດຄັ້ງຕໍ່ໄປ ທີ່ຈະຈັດຂຶ້ນໃນເດືອນເມສາ ປີ 2019.

ເຊິ່ງລັດຖະທຳມະນູນຂອງອິນໂດເນເຊຍລະບຸວ່າ: ຜູ້ສະໜັກເລືອກຕັ້ງຊິງຕຳແໜ່ງປະທານປະເທດ ຕ້ອງໄດ້ຮັບການສະໜັບສະໜູນຈາກພັກການເມືອງ ທີ່ມີອັດຕາສ່ວນກວມເອົາສຽງໃນສະພາບໍ່ຕ່ຳກວ່າ 20% ຫຼື ຈາກພັກການເມືອງທີ່ຕ້ອງໄດ້ຮັບຄະແນນສຽງສະໜັບສະໜູນລວມກັນຢ່າງໜ້ອຍ 25% ໃນການເລືອກຕັ້ງແຫ່ງຊາດ, ໂດຍກ່ອນການປະກາດຂອງພັກປະຊາທິປະໄຕອິນໂດເນເຊຍ-ການຕໍ່ສູ້ ພັກການເມືອງອີກ 4 ພັກລວມເຖິງພັກໂກຄາ ເຊິ່ງເປັນພັກຂະໜາດໃຫຍ່ອັບດັບ 2 ປະກາດສະໜັບສະໜູນໃຫ້ທ່ານ ໂຈໂກ ວິໂດໂດ ລົງສະໜັກເລືອກຕັ້ງອີກຄັ້ງເຊັ່ນກັນ.

ໃນດ້ານຂອງນັກວິເຄາະສ່ວນໃຫຍ່ເຊື່ອວ່າ ການເລືອກຕັ້ງປະທານປະເທດອິນໂດເນເຊຍໃນປີໜ້າ ຈະຍັງເປັນການແຂ່ງຂັນກັນລະຫວ່າງທ່ານ ໂຈໂກ ວິໂດໂດ ກັບ ທ່ານ ພົນໂທ ປຼາໂບໂວ ຊູບຽນໂຕ ຈາກພັກຂະບວນການອິນໂດເນເຊຍຍິ່ງໃຫຍ່ ເຊິ່ງເປັນພັກເກົ່າແກນນຳຝ່ານຄ້ານ ໂດຍໃນການເລືອກຕັ້ງເມື່ອປີ 2014 ທ່ານ ໂຈໂກ ວິໂດໂດ ຊະນະໄປດ້ວຍຄະແນນສຽງສະໜັບສະໜູນ 53.15% ຕໍ່ 46.85% ຂະນະທີ່ຜົນສຳຫຼວດຄວາມຄິດເຫັນຂອງປະຊາຊົນອິນໂດເນເຊຍໂດຍສຳນັກງານວິໄຈໄຊຟຸນ ມູຈານີ ເມື່ອເດືອນທັນວາ 2017 ປາກົດວ່າ 53% ຂອງກຸ່ມຕົວຢ່າງສະໜັບສະໜູນທ່ານ ໂຈໂກ ວິໂດໂດ ສ່ວນທ່ານ ພົນໂທ ປຼາໂບໂວ ຊູບຽນໂຕ ໄດ້ຮັບການສະໜັບສະໜູນພຽງ 18.5%

No comments

Powered by Blogger.