ສ.ອາເມຣິກາ ປະກາດຈະຍ້າຍສະຖານທູດຈາກເທວອາວີບໄປນະຄອນເຢຣູຊາເລມ ໃນເດືອນພຶດສະພານີ້ - ອິດສະຫຼະ

ສ.ອາເມຣິກາ ປະກາດຈະຍ້າຍສະຖານທູດຈາກເທວອາວີບໄປນະຄອນເຢຣູຊາເລມ ໃນເດືອນພຶດສະພານີ້



ສຳນັກຂ່າວຕ່າງປະເທດລາຍງານ 24 ກຸມພາ 2018 ວ່າ: ກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາ ເລື່ອງການກຽມຍ້າຍສະຖານທູດຈາກນະຄອນຫຼວງເທວອາວີບ ໄປຍັງນະຄອນຫຼວງເຢຣູຊາເລມ ໃນຖານະນະຄອນຫຼວງຂອງອິດສະຣາແອນ ໃນເດືອນພຶດສະພາ 2018 ນີ້ ເຊິ່ງຈະກົງກັບໄລຍະການສະເຫຼີມສະຫຼອງວັນຊາດຂອງອິດສະຣາແອນພໍດີ ແລະ ປີນີ້ຖືເປັນວາລະສຳຄັນເນື່ອງໃນໂອກາດຄົບຮອບ 70 ປີ, ເຖິງຢ່າງໃດກໍ່ຕາມຖະແຫຼງການບໍ່ໄດ້ລະບຸເວລາຢ່າງຊັດເຈນ ແຕ່ວັນຊາດຂອງອິດສະຣາແອນແມ່ນວັນທີ 14 ພຶດສະພາ.
ປັດຈຸບັນສະຖານທູດສະຫະລັດ ອາເມຣິກາປະຈຳປະເທດອິດສະຣາແອນ ແມ່ນຕັ້ງຢູ່ນະຄອນຫຼວງເທວອາວີບ ເຊັ່ນດຽວກັນກັບອີກກວ່າ 80 ປະເທດ ແລະ ມີສະຖານກົງສຸນຕັ້ງຢູ່ທີ່ນະຄອນຫຼວງເຢຣູຊາເລມ ຂະນະທີ່ກຳນົດການຍ້າຍສະຖານທູດຄັ້ງນີ້ ຖືວ່າເກີດຂຶ້ນໄວກວ່າກຳນົດຫຼາຍ ເນື່ອງຈາກທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໄດ້ປະກາດເມື່ອເດືອນທັນວາ 2017 ວ່າລັດຖະບານສະຫະລັດ ອາເມຣິກາ ຮັບຮອງເອົາພື້ນທີ່ທັງໝົດຂອງນະຄອນເຢຣູຊາເລມ ເປັນນະຄອນຫຼວງຂອງອິດສະຣາແອນ ແລະ ກຳນົດໄລຍະເວລາຂອງການຍ້າຍສະຖານທູດອອກຈາກເທວອາວີບໄປຍັງນະຄອນເຢຣູຊາເລມພາຍໃນປີ 2019.

ໃນດ້ານຂອງອົງການປົດປ່ອຍປາເລສໄຕ ໄດ້ອອກຖະແຫຼງການປະນາມການເຄື່ອນໄຫວດັ່ງກ່າວວ່າ ເປັນການຄຸກຄາມປະຊາຄົມອາຣັບ ແລະ ມຸດສະລິມ ແລະ ຖືເປັນການທຳລາຍແນວທາງສອງລັດ ທີ່ເປັນພື້ນຖານຂອງຂະບວນການສັນຕິພາບລະຫວ່າງປາເລສໄຕ ກັບ ອິດສະຣາແອນ. ນອກຈາກນີ້, ການກຽມຍ້າຍສະຖານທູດປະຈຳອິດສະຣາແອນຂອງສະຫະລັດ ອາເມຣິກາ ຍັງເກີດຂຶ້ນພຽງບໍ່ພໍເທົ່າໃດວັນ ຫຼັງຈາກທ່ານ ມາໝຸດ ອັບບາສ ປະທານປະເທດປາເລສໄຕກ່າວຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສະເໜີຈັດຕັ້ງກອງປະຊຸມສັນຕິພາບລະດັບພະຫຸພາຄີໃນກາງປີນີ້ ເພື່ອເປີດທາງສູ່ການປຶກສາຫາລືຟື້ນຟູການເຈລະຈາສັນຕິພາບກັບອິດສະຣາແອນ ທີ່ຢຸດຕິລົງຕັ້ງແຕ່ປີ 2014.



No comments

Powered by Blogger.