ທ່ານ ປູຕິນກ່າວ ຈະບໍ່ຍອມໃຫ້ໃຜມາທຳລາຍສະຖຽນລະພາບຂອງລັດເຊຍ - ອິດສະຫຼະ

ທ່ານ ປູຕິນກ່າວ ຈະບໍ່ຍອມໃຫ້ໃຜມາທຳລາຍສະຖຽນລະພາບຂອງລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 15 ທັນວາ 2017 ວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍຖະແຫຼງຂ່າວ ແລະ ການຖາມ-ຕອບປະຈຳປີ ເຊິ່ງເປັນທຳນຽບປະຕິບັດທີ່ຜູ້ນຳລັດເຊຍປະຕິບັດເປັນປະຈຳກ່ອນເຖິງວັນຄຼິສມາສ ທີ່ນະຄອນຫຼວງມົດສະກູ ເມື່ອວັນພະຫັດທີ່ຜ່ານມາ ໂດຍມີຜູ້ສື່ຂ່າວຈາກທົ່ວໂລກປະມານ 1,600 ຄົນ ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມຟັງ ແລະ ຕັ້ງຄຳຖາມທີ່ເປັນບັນຫາ ເຊິ່ງສ່ວນໃຫຍ່ກ່ຽວຂ້ອງກັບສາຍພົວພັນລະຫວ່າງລັດເຊຍ ກັບ ສະຫະລັດ ອາເມຣິກາ, ບັນຫາແຫຼມເກົາຫຼີ, ບັນຫາໂອລິມປິກລະດູໜາວ ແລະ ສະຖານະການພາຍໃນຂອງລັດເຊຍ ທີ່ຈະມີການເລືອກຕັ້ງປະທານປະເທດໃນເດືອນມີນາ ປີໜ້າ.


ເຊິ່ງທ່ານ ປູຕິນ ອາຍຸ 65 ປີ ຢູ່ໃນຕຳແໜ່ງສູງສຸດທາງການເມືອງຂອງລັດເຊຍມາຕັ້ງແຕ່ປີ 1999 ແຕ່ເວັ້ນວັກໄປໄລຍະໜຶ່ງລະຫວ່າງປີ 2009-2012 ດ້ວນຂໍ້ຈຳກັດທາງກົດໝາຍທີ່ຫ້າມຜູ້ດຳລົງຕຳແໜ່ງປະທານປະເທດຢູ່ເກີນ 2 ສະໄໝຕິດຕໍ່ກັນກ່າວວ່າ: ສຳລັບການເລືອກຕັ້ງທີ່ກຳລັງຈະເກີດຂຶ້ນ ທ່ານຈະລົງສະໝັກໃນນາມອິດສະຫຼະ ພາຍຫຼັງຕະຫຼອດໄລຍະເວລາທີ່ຜ່ານມາເປັນການຊິງໄຊໃນນາມຕົວແທນຂອງພັກ United Russia ເນື່ອງຈາກຕ້ອງການເຂົ້າເຖິງປະຊາຊົນທຸກຝ່າຍ ແລະ ທຸກລະດັບ.

ທ່ານ ນາງ ກະເຊເນຍ ຊອບຊາກ ຜູ້ປະກາດທ້າຊີງຕຳແໜ່ງປະທານປະເທດລັດເຊຍ ເຂົ້າຮ່ວມງານຄັ້ງນີ້ດ້ວຍ

ເຖິງຢ່າງໃດກໍ່ຕາມຍັງມີຄຳຖາມກ່ຽວກັບຄວາມໜ້າເປັນຫ່ວງຂອງລັດຖະບານທີ່ມີຕໍ່ຝ່າຍຄ້ານ ເຖິງແມ່ນວ່າທ່ານ ອະເລັກຊີ ນາວັນນີ ຜູ້ນຳຝ່າຍຄ້ານອາດລົງສະໝັກບໍ່ໄດ້ເນື່ອງຈາກມີຄະດີອາຍາຫຼາຍຄະດີ ແຕ່ທ່ານ ນາງ ກະເຊເນຍ ຊອບຊາກ ແມ່ຍິງໄວໜຸ່ມຜູ້ມີບົດບາດໃນສັງຄົມ ອາຍຸພຽງ 35 ປີ ປະກາດເມື່ອເດືອນຕຸລາ ທີ່ຜ່ານມາ ສະເໜີຕົວຂໍເປັນ "ຜູ້ທ້າຊິງ" ກັບທ່ານ ປູຕິນ, ທ່ານ ປູຕິນ ກ່າວພຽງວ່າຝ່າຍຕໍ່ຕ້ານລັດຖະບານຫວັງກໍ່ລັດຖະປະຫານ ແລະ ທ່ານຈະບໍ່ມີທາງປ່ອຍໃຫ້ເກີດເຫດການແບບນັ້ນຂຶ້ນ ໂດຍທ່ານ ປູຕິນ ຕອບຄຳຖາມຂອງຊອບຊາດ ດ້ວຍການປຽບທຽບເອົາທ່ານ ນາວັນນີ ກັບ ທ່ານ ມິຄາອິນ ຊາແຄສວິລີ ອະດີດປະທານປະເທດຊອກຊີທີ່ມີສັນຊາດອູແກຣນ ແລະ ຜັນຕົວມາເປັນຜູ້ນຳຝ່າຍຄ້ານຕໍ່ການລັດຖະບານຂອງອູແກຣນ ທີ່ນຳໂດຍທ່ານປະທານປະເທດ ເປໂຕຼ ໂປໂຣເຊນໂກ ແລະ ຖາມຊອບຊາກກັບໄປວ່າ "ຄົນແບບນັ້ນ" ສາມາດບໍລິຫານປະເທດໄດ້ຫຼືບໍ່.

ຂະນະດຽວກັນ ທ່ານ ປູຕິນ ກ່າວເຖິງສາຍພົວພັນກັບລັດຖະບານສະຫະລັດ ອາເມຣິກາ ທີ່ນຳໂດຍທ່ານ ໂດໂນ ທຣຳວ່າ: ສະຫະລັດ ອາເມຣິກາ ຍັງຈົມປັກຢູ່ກັບຂໍ້ມູນລັບທີ່ບໍ່ມີມູນຄວາມຈິງວ່າ ລັດເຊຍແຊກແຊງວຽກງານພາຍໃນຂອງສະຫະລັດ ອາເມຣິກາ ໃນລະຫວ່າງການເລືອກຕັ້ງປະທານປະເທດ ເພື່ອໃຫ້ທ່ານ ທຣຳ ຊະນະ ແຕ່ຫວັງວ່າບັນຍາກາດຂອງສາຍພົວພັນສອງຝ່າຍຈະດີຂຶ້ນໃນອະນາຄົດ ແລະ ທ່ານ ປູຕິນ ຍັງໄດ້ເຕືອນລັດຖະບານສະຫະລັດ ອາເມຣິກາ ໃຫ້ເຂົ້າໃຈເຖິງຄວາມເປັນຈິງເລື່ອງເກົາຫຼີເໜືອ.


ນອກຈາກນີ້ ທ່ານ ປູຕິນ ຍັງຢືນຢັນວ່າທ່ານ ຈະປົກປ້ອງຜົນປະໂຫຍດຂອງນັກກີລາລັດເຊຍ ທີ່ຜ່ານການຄັດເລືອກ ແລະ ຜ່ານການກວດສອບສານກະຕຸ້ນຕ້ອງໄດ້ແຂ່ງຂັນໃນນາມຕົວແທນຂອງລັດເຊຍ ຫຼື ພາຍໃຕ້ທຸງສັນຍາລັກຂອງໂອລິມປິກ ໃນການແຂ່ງຂັນໂອລິມປິກລະດູໜາວທີ່ເມືອງປຽງຊາງ ຂອງເກົາຫຼີໃຕ້ ໃນເດືອນກຸມພາ 2018 ເພາະເມື່ອວັນທີ 6 ທັນວາ 2017 ທີ່ຜ່ານມາ ຄະນະກຳມະການໂອລິມປິກສາກົນ ປະກາດຫ້າມທີມນັກກີລາຈາກລັດເຊຍເຂົ້າຮ່ວມການແຂ່ງຂັນໂອລິມປິກລະດູໜາວ 2018 ພາຍໃຕ້ຂໍ້ກ່າວຫາວ່າລັດຖະບານສະໜັບສະໜູນໃຫ້ນັກກີລາໃຊ້ສານກະຕຸ້ນ ແຕ່ນັກກີລາຈາກລັດເຊຍສາມາດເຂົ້າຮ່ວມການແຂ່ງຂັນກີລາໂອລິມປິກລະດູໜາວທີ່ເມືອງປຽງຊາງໄດ້ໃນຖານະນັກກີລາອິດສະຫຼະ ແລະ ຢູ່ພາຍໃຕ້ທຸງໂອລິມປິກທີ່ບໍ່ແມ່ນຕົວແທນຂອງປະເທດໃດ.


No comments

Powered by Blogger.