ຍອດຂາຍອາວຸດໃນທົ່ວໂລກ ເພີ່ມຂຶ້ນສູງໃນຮອບ 5 ປີ ເພາະບັນຫາຄວາມເຄັ່ງຕຶງໃນພູມມິພາກຕ່າງໆ - ອິດສະຫຼະ

ຍອດຂາຍອາວຸດໃນທົ່ວໂລກ ເພີ່ມຂຶ້ນສູງໃນຮອບ 5 ປີ ເພາະບັນຫາຄວາມເຄັ່ງຕຶງໃນພູມມິພາກຕ່າງໆ



ສຳນັກຂ່າວຕ່າງປະເທດລາຍງານ 15 ທັນວາ 2017 ວ່າ: ສະຖາບັນວິໄຈສັນຕິພາບລະຫວ່າງປະເທດສະຕັອກໂຮມ (The Stockholm International Peace Research Institute) ຫຼື SIPRI ລະບຸໃນລາຍງານສະບັບຫຼ້າສຸດ (ທັນວາ 2017) ວ່າ ຍອດຂາຍຂອງຜູ້ຜະລິດອາວຸດລາຍໃຫຍ່ສຸດຂອງໂລກ 100 ບໍລິສັດໃນປີ 2016 ເພີ່ມຂຶ້ນ 1.9% ຈາກປີ 2015 ມາຢູ່ທີ່ປະມານ 374,800 ລ້ານໂດລາສະຫະລັດ ຖືເປັນການເພີ່ມຂຶ້ນຄັ້ງທຳອິດໃນຮອບ 5 ປີ ເນື່ອງຈາກສະຖານະການຄວາມເຄັ່ງຕຶງທາງການເມືອງໃນພູມມິພາກຕ່າງໆຂອງໂລກ ຕະຫຼອດຮອດໂຄງການອາວຸດໃໝ່ໆລະດັບຊາດ ແລະ ປະຕິບັດການທາງການທະຫານທີ່ຍັງດຳເນີນການຢູ່ໃນຫຼາຍປະເທດ.


ບໍລິສັດອາເມຣິກາຍັງນຳໜ້າໃນດ້ານອຸດສາຫະກຳອາວຸດ ທີ່ມີມູນຄ່າມະຫາສານ ມີຍອດຂາຍເພີ່ມຂຶ້ນ 4% ຕົກເປັນກວ່າ 217,000 ລ້ານໂດລາສະຫະລັດ ຫຼື ເທົ່າກັບ 58% ຂອງຍອດຂາຍອາວຸດໃນທົ່ວໂລກ ໂດຍ ລັອກຮີດມາຕິນ ຜູ້ຜະລິດອາວຸດລາຍໃຫຍ່ສຸດຂອງໂລກ ຍອດຂາຍເພີ່ມຂຶ້ນ 11% ເນື່ອງຈາກການເພີ່ມການສົ່ງມອບຍົນຮົບຂັບໄລ່ F-35 ແລະ ການຊື່ກິດຈະການຜູ້ຜະລິດເຮລິຄັອບແຕ ຊີຄອສກີ ເມື່ອທ້າຍປີ 2015.


ຫຼາຍຝ່າຍຄາດການວ່າອຸດສາຫະກຳອາວຸດຂອງສະຫະລັດ ອາເມຣິກາ ຈະຫຍາຍຕົວຢ່າງຕໍ່ເນື່ອງ ເນື່ອງຈາກທ່ານ ໂດໂນ ທຣຳ ປະທານປະເທດ ສະຫະລັດ ອາເມຣິກາມີແຜນເພີ່ມງົບປະມານກະຊວງປ້ອງກັນປະເທດ ແລະ ປັບປຸງຄັງອາວຸດນິວເຄຼຍ.

ໃນດ້ານຂອງບໍລິສັດອາວຸດລັດເຊຍ ມີຍອດຂາຍເພີ່ມຂຶ້ນ 3.8% ຕົກເປັນມູນຄ່າ 26,600 ລ້ານໂດລາສະຫະລັດ ເຖິງແມ່ນວ່າລັດເຊຍຈະເພີ່ມງົບປະມານເພື່ອຍົກລະດັບປະສິດທິພາບຂອງກອງທັບຄັ້ງໃຫຍ່ ແຕ່ການຊື່ຍັງຊັກຊ້າ ເພາະຕິດບັນຫາການເງິນຂອງປະເທດ ລາຍໄດ້ຂອງລັດເຊຍຫຼຸດລົງຫຼາຍເນື່ອງຈາກລາຄານ້ຳມັນ ແລະ ແກັດຕົກຕ່ຳ., ລັດເຊຍມີບໍລິສັດອາວຸດຕິດຢູ່ໃນທັອບ 100 ຈຳນວນ 10 ບໍລິລັດ, ເຊິ່ງອັນດັບສູງສຸດແມ່ນບໍລິສັດ ຢູໄນເຕັດ ແອຄຼາບ ຄໍເພີເຣເຊິນ ຢູ່ໃນອັນດັບທີ 13.

ດ້ານຍອດຂາຍອາວຸດຂອງບັນດາບໍລິສັດໃນເອີຣົບຕາເວັນຕົກຢູ່ໃນລະດັບຄົງທີ່ ໂດຍເພີ່ມຈາກປີ 2015 ພຽງ 0.2% ມູນຄ່າລວມ 91,600 ລ້ານໂດລາສະຫະລັດ ແຕ່ທິດທາງແຕກຕ່າງກັນໄປ, ຍອດຂາຍອາວຸດຂອງບໍລິສັດຝຣັ່ງ ແລະ ອິຕາລີ ໃນພາບລວມຫຼຸດລົງ ແຕ່ບໍລິສັດໃນອັງກິດ ແລະ ເຢຍລະມັນເພີ່ມຂຶ້ນ ໂດຍເຢຍລະມັນເພີ່ມ 6.6% ເພາະການເຕີບໃຫຍ່ຂອງຜະລິດລົດຫຸ້ມເກາະ ບໍລິສັດ ເຄຣາ ມາບຟາຍ ເວກມານ ຍອດຂາຍເພີ່ມ 12.8% ແລະ ບໍລິສັດ ໄຣເມທານ ຜູ້ຜະລິດລະບົບພາກພື້ນດິນ ມີຍອດຂາຍເພີ່ມ 13.3% ທັງສອງບໍລິສັດໄດ້ຮັບຜົນມາຈາກຄວາມຕ້ອງການອາວຸດໃນເອີຣົບ, ຕາເວັນອອກກາງ ແລະ ອາຊີຕາເວັນອອກສຽງໃຕ້.

ຂະນະທີ່ການຕັດສິນໃຈຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ ບໍ່ໄດ້ສົ່ງຜົນກະທົບ ເມື່ອຍອດຂາຍອາວຸດເພີ່ມຂຶ້ນ 2% ໃນປີທີ່ຜ່ານມາ ໂດຍບໍລິສັດ ບີເອອີ ຊິສເຕັມ ຜູ້ຜະລິດອາວຸດເບີ 4 ຂອງໂລກ ມີຍອດຂາຍເຕີບໃຫຍ່ 4% ສ່ວນຈີເອັນເຄ ຜູ້ຜະລິດສ່ວນປະກອບດ້ານອາກາດສະຍານ ມີອັດຕາຂະຫຍາຍຕົວສູງເຖິ່ງ 43.2%.

ລາຍງານລະບຸຕື່ມອີກວ່າ ກໍລະນີຄວາມໃນແຍ່ງໃນພູມມິພາກຕ່າງໆເຊັ່ນ: ການອ້າງສິດທິໃນບັນດາໝູ່ເກາະຢູ່ທະເລຈີນໃຕ້ ເປັນທີ່ມາສຳຄັນຂອງຍອດຂາຍອາວຸດທີ່ເພີ່ມຂຶ້ນ ເພາະເຂດດັ່ງກ່າວເປັນເສັ້ນທາງເດີນເຮືອສຳຄັນ ແລະ ເປັນແຫຼ່ງສຳຮອງແກັດ ແລະ ນ້ຳມັນເຊັ່ນ: ຫວຽດນາມທີ່ສັ່ງຊື່ເຮືອດຳນ້ຳ ແລະ ຍົນກວດກາທາງທະເລ ເພື່ອຮັບມືກັບການອ້າງສິດໃນເຂດນ່ານນ້ຳທີ່ມີຄວາມຂັດແຍ່ງຂອງຈີນ.

ເຊິ່ງຍອດຂາຍອາວຸດຕາມນິຍາມຂອງລາຍງານຂອງ SIPRI ຄືການຂາຍສິນຄ້າ ແລະ ບໍລິການທາງການທະຫານແກ່ລູກຄ້າໃນແວດວົງກອງທັບ ລວມທັງການຂາຍສຳລັບການຈັດຊື້ພາຍໃນປະເທດ ແລະ ສົ່ງອອກ.

ສ່ວນບໍລິສັດຈີນບໍ່ໄດ້ລວມຢູ່ໃນການຈັດອັນດັບ ເນື່ອງຈາກບໍ່ມີຂໍ້ມູນ ແຕ່ສະຖາບັນ SIPRI ລະບຸວ່າຈີນເພີ່ມງົບການທະຫານໃນໄລຍະປີ 2002-2016 ເກືອບ 3 ເທົ່າ ໝາຍຄວາມວ່າໜ້າຈະຕ້ອງມີບໍລິສັດຢ່າງໜ້ອຍ 9 ຫຼື 10 ແຫ່ງທີ່ຕິດຢູ່ໃນ 100 ບໍລິສັດຢ່າງແນ່ນອນຫາກມີຂໍ້ມູນນຳມາໃຊ້ໃນການຈັດອັນດັບໄດ້.


No comments

Powered by Blogger.