ເກີດເຫດແຜ່ນດິນໄຫວ 6.5 ທີ່ເກາະຊວາ ປະເທດອິນໂດເນເຊຍ ແຮງສັ່ນຮັບຮູ້ເຖິງຈາກາຕາ - ອິດສະຫຼະ

ເກີດເຫດແຜ່ນດິນໄຫວ 6.5 ທີ່ເກາະຊວາ ປະເທດອິນໂດເນເຊຍ ແຮງສັ່ນຮັບຮູ້ເຖິງຈາກາຕາ



ສຳນັກຂ່າວຕ່າງປະເທດລາຍງານ 16 ທັນວາ 2017 ວ່າ: ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ອາເມຣິກາແຈ້ງເຫດແຜ່ນດິນໄຫວຮຸນແຮງວັດແທກໄດ້ 6.5 ເມື່ອຄືນວັນສຸກທີ 15 ທັນວາ 2017 ທີ່ຜ່ານມາ ໂດຍມີສູນກາງຢູ່ເລິກລົງໄປໃຕ້ດິນ 91 ກິໂລແມັດ ເທິງເກາະຊວາຂອງອິນໂດເນເຊຍ, ຂະນະທີ່ແຮງສັ່ນສະເທື່ອຍັງສາມາດຮັບຮູ້ໄດ້ເຖິງນະຄອນຫຼວງຈາກາຕາ ທີ່ຢູ່ຫ່າງອອກໄປ 300 ກິໂລແມັດ ລວມທັງອີກຫຼາຍເມືອງຢູ່ເກາະຊວາ ເບື້ອງຕົ້ນຍັງບໍ່ມີສັນຍານແຈ້ງເຕືອນຄື້ນຍັກສຶນາມິ.

ທ່ານ ຊູໂຕໂປ ເປີໂວ ນູໂກຼໂຮ ໂຄສົກນຳນັກງານບັນເທົາໄພພິບັດແຫ່ງຊາດອິນໂດເນເຊຍຖະແຫຼງວ່າ ແຜ່ນດິນໄຫວສັ່ນສະເທື່ອນຢູ່ປະມານ 20 ວິນາທີ ໄດ້ຮັບການລາຍງານວ່າ ມີບ້ານເຮືອນຂອງປະຊາຊົນຈຳນວນໜຶ່ງໄດ້ຮັບຄວາມເສຍຫາຍໃນເມືອງທາສິກມາລາຢາ ເຊິ່ງຢູ່ຫ່າງຈາກຈຸດສູນກາງຂອງແຜ່ນດິນໄຫວ 50 ກິໂລແມັດ ເຈົ້າໜ້າທີ່ພົບຜູ້ເສຍຊີວິດແລ້ວ 1 ຄົນ ໃນແຂວງຊວາຕາເວັນຕົກ, ນອກນັ້ນກໍ່ມີຜູ້ບາດເຈັບອີກ 5ຄົນ ເຈົ້າໜ້າທີ່ກຳລັງຕິດຕາມ ແລະ ປະເມີນຄວາມເສຍຫາຍຈາກແຜ່ນດິນໄຫວຮຸນແຮງຄັ້ງນີ້.

ຂະນະທີ່ປະຊາຊົນໃນເມືອງຊິລາແຄບໄດ້ຮັບຄຳສັ່ງໃຫ້ອົບພະຍົບຂຶ້ນບ່ອນສູງ ເພື່ອຄວາມປອດໄພຈາກຄື້ນຍັກສຶນາມິ ເຖິງແມ່ນວ່າຈະບໍ່ມີການປະກາດເຕືອນໄພເລື່ອງນີ້ກໍ່ຕາມ.

ອິນໂດເນເຊຍເກີດແຜ່ນດິນໄຫວ ແລະ ພູໄຟລະເບີດເປັນປະຈຳ ເພາະຕັ້ງຢູ່ໃນເຂດວົງແຫວນໄຟແຫ່ງປາຊີຟິກ ຈຸດທີ່ແຜ່ນເປືອກໂລກມາເຊື່ອມຕໍ່ກັນ, ເມື່ອເດືອນທັນວາ ປີທີ່ຜ່ານມາ ເຄີຍເກີດແຜ່ນດິນໄຫວຮຸນແຮງທີ່ແຂວງອາເຈາະ ທາງພາກຕາເວັນອອກຂອງອິນໂດເນເຊຍ ມີຜູ້ເສຍຊີວິດກວ່າ 100 ຄົນ ແລະ ບາດເຈັບອີກຈຳນວນຫຼາຍ ລວມທັງບໍ່ມີທີ່ຢູ່ອາໄສອີກຫຼາຍໝື່ນຄົນ.


No comments

Powered by Blogger.