ກຸ່ມປະເທດມຸດສະລິມຮັບຮອງເອົາເຢຣູຊາເລມເປັນຂອງປາເລສໄຕ ຢັນຕ້ານນະໂຍບາຍສ.ອາເມຣິກາ - ອິດສະຫຼະ

ກຸ່ມປະເທດມຸດສະລິມຮັບຮອງເອົາເຢຣູຊາເລມເປັນຂອງປາເລສໄຕ ຢັນຕ້ານນະໂຍບາຍສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 16 ທັນວາ 2017 ວ່າ: ອົງການການຮ່ວມມືອິດສະລາມ (OIC) ເຊິ່ງປະກອບດ້ວຍ 57 ລັດສະມາຊິກ ຈັດກອງປະຊຸມສຸກເສີນທີ່ນະຄອນອິດສະຕັນບູ ຂອງຕັວກກີ ເມື່ອວັນທີ 13 ທັນວາ 2017 ທີ່ຜ່ານມາ ເພື່ອປຶກສາຫາລືກັບສະຖານະການຄວາມຂັດແຍ່ງຄັ້ງຫຼ້າສຸດລະຫວ່າງອິດສະຣາແອນກັບປາເລສໄຕ ຈາກກໍລະນີທີ່ສະຫະລັດ ອາເມຣິກາ ປະກາດຮັບຮອງເອົານະຄອນເຢຣູຊາເລມໃນຖານະນະຄອນຫຼວງຂອງອິດສະຣາແອນ, ໂດຍໃນກອງປະຊຸມໄດ້ມີການຖະແຫຼງຮ່ວມກັນໃນຊື່ "ປະຕິຍານອິດສະຕັນບູ" ປະກາດໃຫ້ "ຝັ່ງຕາເວັນອອກຂອງນະຄອນເຢຣູຊາເລມເປັນນະຄອນຫຼວງຂອງປາເລສໄຕ" ແລະ ຮຽກຮ້ອງໃຫ້ປະຊາຄົມໂລກຮ່ວມກັນຮັບຮອງສະຖານະຂອງລັດປາເລສໄຕ ແລະ ນະຄອນເຢຣູຊາເລມຕາເວັນອອກໃນຖານະເປັນນະຄອນຫຼວງທີ່ຖືກຕ້ອງຊອບທຳຂອງຊາວປາເລສໄຕ.

ຂະນະດຽວກັນຖະແຫຼງການຮ່ວມຂອງ OIC ທີ່ມີປະເທດຕວັກກີ, ອາຣັບບີ ຊາອູດິດ, ອີຣານ, ເອຢິບ, ຊອກດານີ ແລະ ອິນໂດເນເຊຍ ທີ່ເປັນປະເທດມຸດສະລິມຂະໜາດໃຫຍ່ທີ່ສຸດໃນໂລກ ຍັງໄດ້ປະນາມການປະກາດຮັບຮອງຂອງສະຫະລັດ ອາເມຣິກາ ທີ່ຍົກນະຄອນເຢຣູຊາເລມໃຫ້ເປັນນະຄອນຫຼວງຂອງອິດສະຣາແອນວ່າ "ບໍ່ມີຜົນຜູກພັນທາງກົດໝາຍ", ເປັນການທຳລາຍຄວາມພະຍາຍາມໃນການສ້າງສັນຕິພາບໃນຕາເວັນອອກກາງ ແລະ ເປັນການສະໜັບສະໜູນກຸ່ມກໍ່ການຮ້າຍ, ແຕ່ເປັນທີ່ໜ້າສັງເກດວ່າລັດຖະບານອາຣັບບີ ຊາອູດິດ ສົ່ງພຽງເຈົ້າໜ້າທີ່ລະດັບລ່າງໃນກະຊວງການຕ່າງປະເທດເຂົ້າຮ່ວມປະຊຸມ.

ໃນດ້ານຂອງທ່ານ ເຣເຊັບ ເທຢິບ ເອີໂດກັນ ປະທານປະເທດຕວັກກີກ່າວວ່າ ອິດສະຣາແອນຄື "ລັດກໍ່ການຮ້າຍ" ແລະ ລັດຖະບານສະຫະລັດ ອາເມຣິກາບໍ່ຢູ່ໃນຖານະຜູ້ໄກ່ເກ່ຍລະຫວ່າງອິດສະຣາແອນກັບປາເລສໄຕອີກຕໍ່ໄປ, ສ່ວນທ່ານ ຮັສຊັນ ໂຣຮານີ ປະທານປະເທດອີຣານ ກ່າວວ່ານະໂຍບາຍຮັບຮອງສະຖານະນະຄອນເຢຣູຊາເລມຂອງສະຫະລັດ ອາເມຣິກາຄື "ການຮັກສາຜົນປະໂຫຍດ ໃຫ້ກັບຂະບວນການໄຊອໍນິສ​ (Zionism) ເທົ່ານັ້ນ", ສ່ວນທ່ານ ມາໝູດ ອັບບາສ ຜູ້ນຳປາເລສໄຕປະນາມການຕັດສິນໃຈຂອງທ່ານ ທຣຳ ວ່າ ຢູ່ບົນພື້ນຖານຂອງ "ອະຄະຕີ" ຖືເປັນ "ອາຊະຍາກຳ" ແລະ ລະເມີດບັນທັດຖານຂອງກົດໝາຍລະຫວ່າງປະເທດຢ່າງຮ້າຍແຮງ ແລະ ກ່າວຢ້ຳກວ່ານະຄອນເຢຣູຊາເລມຄືນະຄອນຫຼວງຂອງປາເລສໄຕ.

ໃນຂະນະທີ່ທ່ານ ນາງ ຮິດເທີ ເນົາເອິດ ໂຄສົກກະຊວງການຕ່າງປະເທດສະຫະລັດ ອາເມຣິກາກ່າວເຖິງການປະຊຸມຂອງ OIC ພຽງວ່າ: ລັດຖະບານສະຫະລັດ ອາເມຣິກາ ຍັງຢຶດໝັ້ນຕໍ່ຂະບວນການສັນຕິພາບປາເລສໄຕ, ແຕ່ຕໍ່ມາທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ກ່າວວ່າ: ອິດສະຣາແອນບໍ່ພໍໃຈຕໍ່ການຖະແຫຼງຂອງ OIC ແລະ ສະແດງຄວາມເຊື່ອໝັ້ນວ່າປະຊາຄົມໂລກຈະເດີນຕາມແນວທາງນະໂຍບາຍຂອງສະຫະລັດ ອາເມຣິກາ ໃນການຍອມຮັບນະຄອນເຢຣູຊາເລມເປັນນະຄອນຫຼວງຂອງອິດສະຣາແອນ.


No comments

Powered by Blogger.