ຂະບວນການລຸກຮືຂຶ້ນຂອງປະຊາຊົນປາເລສໄຕ ປະທະກອງກຳລັງອິດສະຣາແອນ ນັບມື້ທະວີຄວາມຮຸນແຮງ - ອິດສະຫຼະ

ຂະບວນການລຸກຮືຂຶ້ນຂອງປະຊາຊົນປາເລສໄຕ ປະທະກອງກຳລັງອິດສະຣາແອນ ນັບມື້ທະວີຄວາມຮຸນແຮງ



ສຳນັກຂ່າວຕ່າງປະເທດລາຍງານ 16 ທັນວາ 2017 ວ່າ:​ ເກີດການປະທະຢ່າງຮຸນແຮງຮອບໃໝ່ລະຫວ່າງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງອິດສະຣາແອນ ກັບກຸ່ມຜູ້ປະທ້ວງຊາວປາເສລໄຕ ທັງໃນເຂດກາຊາ ແລະ ເຂດເວດແບັງ ເມື່ອວັນສຸກທີ່ຜ່ານມາ, ໂດຍກະຊວງສາທາລະນະສຸກຂອງປາເລສໄຕລາຍງານມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ, ແບ່ງເປັນ 2 ຄົນໃນເຂດກາຊາ, ແລະ ບ່ອນລະ 1 ຄົນ ໃນເຂດເໜືອຂອງນະຄອນເຢຣູຊາເລມ ກັບ ເມືອງຣາມັນເລາະ, ແລະ ຍັງໄດ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 150 ຄົນ.

ນອກຈາກນີ້ ສະຖານະການຄວາມຮຸນແຮງທີ່ເກີດຂຶ້ນໃນມື້ວັນສຸກທີ່ຜ່ານມາ ໄດ້ເພີ່ມຈຳນວນຜູ້ເສຍຊີວິດຈາກຄວາມຮຸນແຮງ ແລະ ຄວາມວຸ້ນວາຍທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ນັບຕັ້ງແຕ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດເມື່ອວັນທີ 6 ທັນວາ 2017 ທີ່ຜ່ານມາຮັບຮອງເອົານະຄອນເຢຣູຊາເລມເປັນນະຄອນຫຼວງຂອງອິດສະຣາແອນ ເພີ່ມເປັນຈຳນວນຢ່າງໜ້ອຍ 8 ຄົນແລ້ວ ແລະ ມີຜູ້ໄດ້ຮັບບາດເຈັບລວມຫຼາຍກວ່າ 3,500 ຄົນ.

ດ້ານຂໍ້ມູນຈາກກອງກຳລັງປ້ອງກັນຕົນເອງຂອງອິດສະຣາແອນ (IDF) ລະບຸວ່າ ຜູ້ເສຍຊີວິດຊາວປາເລສໄຕທີ່ເມືອງຣາມັນເລາະ ເກີດຂຶ້ນເນື່ອງຈາກທີ່ອີກຝ່າຍກໍ່ເຫດໃຊ້ມີດແທງເຈົ້າໜ້າທີ່ຂອງອິດສະຣາແອນກ່ອນ ຈຶ່ງຖືກຍິງສວນກັບ ແລະ ກ່າວອ້າງວ່າ ຊາຍຊາວປາເລສໄຕບຸກຄົນດັ່ງກ່າວຮັດລະເບີດຕິດຢູ່ຮອບຕົວ ແຕ່ຍັງບໍ່ຊັດເຈນວ່າລະເບີດນັ້ນໃຊ້ການໄດ້ແທ້ຫຼືບໍ່.


ຂະນະດຽວກັນການເດີນຂະບວນ ແລະ ໂຮມຊຸມນຸມປະທ້ວງຕໍ່ຕ້ານສະຫະລັດ ອາເມຣິກາ ແລະ ອິດສະຣາແອນຍັງຄົງເກີດຂຶ້ນໄປໃນທົ່ວຕາເວັນອອກກາງ ແລະ ປະເທດມຸດສະລິມອີກຫຼາຍແຫ່ງໃນໂລກ ລວມທັງຊອກດານີ ເຊິ່ງເປັນປະເທດທີ່ຢູ່ໃນຖານະຜູ້ຮັກສາສາສະນະສະຖານຂອງສາສະໜາອິດສະລາມ ໃນເຂດຕາເວັນອອກຂອງນະຄອນເຢຣູຊາເລມ ທີ່ລວມທັງມັດສະຢິດອັນ-ອັກຊໍ ຕາມຂໍ້ຕົກລົງສັນຕິພາບລະຫວ່າງຊອກດານີກັບອິດສະຣາແອນ ເມື່ອປີ 1994 ທ່າມກາງກະແສກົດດັນຂອງຊາວຊອກດານີຕໍ່ລັດຖະບານທີ່ເພີ່ມຂຶ້ນເລື້ອຍໆ ໃນການຍົກເລີກຂໍ້ຕົກລົງສະບັບດັ່ງກ່າວ ແລະ ຕໍ່ມາສຳນັກງານເລຂາທິການລັດວາຕິກັນປະກາດວ່າ ສົມເດັດພະລາຊາທິບໍດີອັບດຸນເລາະທີ 2 ແຫ່ງຊອກດານີ ຈະເດີນທາງຢ້ຽມຢາມນະຄອນວາຕິກັນໃນອາທິດໜ້າ ເພື່ອພົບປະກັບສົມເດັດພະສັນຕະປາປາຟຼານຊິສ, ໃນເວລາດຽວກັນກັບທີ່ຮອງປະທານປະເທດສະຫະລັດ ອາເມຣິກາ ທ່ານ ໄມ ເພນ ຈະຢ້ຽມຢາມເອຢິບ ແລະ ອິດສະຣາແອນ.


No comments

Powered by Blogger.