ເກົາຫຼີເໜືອກ່າວຕໍ່ UN ຈຳເປັນຕ້ອງມີອາວຸດນິວເຄຼຍ ເພື່ອປ້ອງກັນຕົນເອງຈາກການຖືກຮຸກຮານ - ອິດສະຫຼະ

ເກົາຫຼີເໜືອກ່າວຕໍ່ UN ຈຳເປັນຕ້ອງມີອາວຸດນິວເຄຼຍ ເພື່ອປ້ອງກັນຕົນເອງຈາກການຖືກຮຸກຮານ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 15 ທັນວາ 2017 ທີ່ຜ່ານມາວ່າ: ທ່ານ ຈາ ຊອງ-ນຳ ເອກອັກຄະລັດຖະທູດເກົາຫຼີເໜືອປະຈຳສະຫະປະຊາຊາດ ຖະແຫຼງຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ເມື່ອວັນສຸກທີ່ຜ່ານມາວ່າ ການຄອບຄອງອາວຸດນິວເຄຼຍຂອງລັດຖະບານເກົາຫຼີເໜືອຄື "ສິ່ງທີ່ຫຼີກລ້ຽງບໍ່ໄດ້" ເພື່ອປົກປ້ອງອະທິປະໄຕຂອງບ້ານເມືອງ "ໃຫ້ຫຼຸດພົ້ນຈາກການຖືກກົດຂີ່ຂົ່ມເຫງດ້ານນິວເຄຼຍຈາກສະຫະລັດ ອາເມຣິກາ".

ເຊິ່ງຜູ້ແທນລະດັບສູງດ້ານການທູດຂອງລັດຖະບານເກົາຫຼີເໜືອບໍ່ໄດ້ກ່າວຢ່າງຊັດເຈນເຖິງການເຈລະຈາກັບຝ່າຍໃດ ແຕ່ກ່າວຕຳໜິ UNSC ວ່າ ການຈັດຕັ້ງກອງປະຊຸມຄັ້ງນີ້ແມ່ນເປັນໄປຕາມແຜນການຂອງສະຫະລັດ ອາເມຣິກາ ທີ່ກຳລັງຕື່ນຢ້ານຄວາມກ້າວໜ້າຂອງເກົາຫຼີເໜືອ ທີ່ພັດທະນາຢ່າງບໍ່ຢຸດຢັ້ງສູ່ການເປັນລັດນິວເຄຼຍຢ່າງສົມບູນ, ເຖິງຢ່າງໃດກໍ່ຕາມ ເອກອັກຄະລັດຖະທູດເກົາຫຼີເໜືອຢືນຢັນວ່າ ໂຄງການພັດທະນາອາວຸດຂອງລັດຖະບານເກົາຫຼີເໜືອ ບໍ່ຖືເປັນໄພຮຸກຮານຕໍ່ຝ່າຍໃດໃນໂລກນີ້ ຕາບໃດທີ່ຜົນປະໂຫຍດຂອງເກົາຫຼີເໜືອບໍ່ຢູ່ໃນພາວະສ່ຽງຕໍ່ການຖືກຮຸກຮານກ່ອນ.

ຂະນະທີ່ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາກ່າວວ່າ ລັດຖະບານສະຫະລັດ ອາເມຣິກາບໍ່ມີທາງຍອມຮັບເກົາຫຼີເໜືອໃນຖານະ "ລັດນິວເຄຼຍ" ແລະ ມາດຕະການກົດດັນທາງການເມືອງ ແລະ ເສດຖະກິດຂອງປະຊາຄົມໂລກຈະຕ້ອງດຳເນີນຕໍ່ໄປຈົນກວ່າຈະບັນລຸເປົ້າໝາຍ ນັ້ນກໍ່ຄືການເຮັດໃຫ້ແຫຼມເກົາຫຼີເປັນເຂດປອດອາວຸດນິວເຄຼຍຢ່າງຖາວອນ ພ້ອມທັງຮຽກຮ້ອງໃຫ້ລັດຖະບານເກົາຫຼີເໜືອສະແດງຄວາມຈິງໃຈ ໃນການຍຸດຕິໂຄງການພັດທະນາອາວຸດນິວເຄຼຍ ເພື່ອປູທາງກັບຄືນສູ່ການເຈລະຈາ 6 ຝ່າຍ ທີ່ຖືກຍຸດຕິລົງໄປຕັ້ງແຕ່ປີ 2009, ນອກຈາກນີ້ເຈົ້າໜ້າທີ່ການທູດໝາຍເລກ 1 ຂອງສະຫະລັດ ອາເມຣິກາຍັງຮຽກຮ້ອງໃຫ້ຈີນ ແລະ ລັດເຊຍເຄື່ອນໄຫວໃຫ້ຫຼາຍຂຶ້ນກວ່ານີ້ ຕໍ່ສະຖານະການຢູ່ແຫຼມເກົາຫຼີອີກດ້ວຍ.



ຄຳຖະແຫຼງຂອງທ່ານ ທິວເລີສັນ ຕໍ່ກອງປະຊຸມ UNSC ເມື່ອວັນສຸກທີ່ຜ່ານມາ ຮຽກໄດ້ວ່າເປັນການກັບລຳຈາກຄຳກ່າວຂອງຕົນເອງເມື່ອກາງອາທິດທີ່ນີ້ວ່າ ສະຫະລັດ ອາເມຣິກາ ພ້ອມເຈລະຈາກັບເກົາຫຼີເໜືອ "ໂດຍປາສະຈາການກຳນົດເງື່ອນໄຂລ່ວງໜ້າ" ແຕ່ອີກຝ່າຍຕ້ອງມີທ່າທີຈິງໃຈດ້ວຍການຍຸດຕິໂຄງການອາວຸດນິວເຄຼຍຕະຫຼອດໄລຍະຂອງການປຶກສາຫາລື.


No comments

Powered by Blogger.