(ວິດີໂອ) ນາທີທີ່ກອງກຳລັງອິດສະຣາແອນ ຍິງຜູ້ປະທ້ວງປາເລສໄຕ ຕາຍຕໍ່ໜ້າຕໍ່ຕາສື່ມວນຊົນ - ອິດສະຫຼະ

(ວິດີໂອ) ນາທີທີ່ກອງກຳລັງອິດສະຣາແອນ ຍິງຜູ້ປະທ້ວງປາເລສໄຕ ຕາຍຕໍ່ໜ້າຕໍ່ຕາສື່ມວນຊົນ



ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 15 ທັນວາ 2017 ທີ່ຜ່ານມາວ່າ: ຂະບວນການລຸກຮືຂຶ້ນຂອງປະຊາຊົນປາເລສໄຕ ເພື່ອປົກປ້ອງນະຄອນເຢຣູຊາເລມ ທີ່ສະຫະລັດ ອາເມຣິກາ ໄດ້ຮັບຮອງໃຫ້ເປັນນະຄອນຫຼວງຂອງອິດສະຣາແອນ ທະວີຄວາມຮຸນແຮງຂຶ້ນອີກຄັ້ງເມື່ອວັນສຸກທີ່ຜ່ານມາ, ໂດຍໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ບາດເຈັບກວ່າ 150 ຄົນ.

ໂດຍໜຶ່ງໃນຜູ້ເສຍຊີວິດແມ່ນຢູ່ເມືອງຣາມັນເລາະ ທີ່ຖືກຍິງໂດຍກອງກຳລັງປ້ອງກັນຕົນເອງຂອງອິດສະຣາແອນ (IDF) ທີ່ກ່າວອ້າງວ່າ: ບຸກຄົນດັ່ງກ່າວໄດ້ໃຊ້ມີດແທງເຈົ້າໜ້າທີ່ຂອງອິດສະຣາແອນກອ່ນ ຈຶ່ງຖືກຍິງສວນກັບ ແລະ ຍັງກ່າວອີກວ່າ ບຸກຄົນດັ່ງກ່າວແມ່ນໄດ້ຮັດລະເບີດຕິດຢູ່ຮອບຕົວ ແຕ່ຍັງບໍ່ຊັດເຈນວ່າລະເບີດນັ້ນໃຊ້ການໄດ້ຫຼືບໍ່.

ນອກຈາກນີ້ ສະຖານະການຄວາມຮຸນແຮງທີ່ເກີດຂຶ້ນໃນມື້ວັນສຸກທີ່ຜ່ານມາ ໄດ້ເພີ່ມຈຳນວນຜູ້ເສຍຊີວິດຈາກຄວາມຮຸນແຮງຢ່າງຕໍ່ເນື່ອງທີ່ເກີດຂຶ້ນນັບຕັ້ງແຕ່ວັນທີ 6 ທັນວາ 2017 ເປັນຕົ້ນມາ ທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດຮັບຮອງເອົານະຄອນເຢຣູຊາເລມ ເປັນນະຄອນຫຼວງຂອງອິດສະຣາແອນ ເພີ່ມເປັນຈຳນວນ 8 ຄົນແລ້ວ ແລະ ມີຜູ້ໄດ້ຮັດບາດເຈັບລວມຫຼາຍກວ່າ 3,500 ຄົນ.



No comments

Powered by Blogger.