ຄຸກ 8 ປີ ອະດີດລັດຖະມົນຕີລັດເຊຍ ຮັບສິນບົນ 2.2 ລ້ານໂດລາສະຫະລັດ - ອິດສະຫຼະ

ຄຸກ 8 ປີ ອະດີດລັດຖະມົນຕີລັດເຊຍ ຮັບສິນບົນ 2.2 ລ້ານໂດລາສະຫະລັດ



ສຳນັກຂ່າວຕ່າງປະເທດລາຍງານຕັ້ງແຕ່ວັນທີ 15 ທັນວາ 2017 ວ່າ: ທ່ານ ອາເລັກຊີ ອູຢູກາເຢບ (Alexei Ulyukayev) ອະດີດລັດຖະມົນຕີກະຊວງພັດທະນາເສດຖະກິດ ເຊິ່ງຖືເປັນເຈົ້າໜ້າທີ່ລັດລະດັບສູງສຸດຂອງລັດເຊຍທີ່ຖືກຈັບກຸມ ນັບຕັ້ງແຕ່ປີ 1993 ເປັນຕົ້ນມາ, ຖືກຈັບກຸມໃນເດືອນພະຈິກ ປີ 2016 ທີ່ສຳນັກງານໃຫຍ່ຂອງບໍລິສັດ ຣອສເນບ (Rosneft ) ບໍລິສັດຜະລິດນ້ຳມັນລາຍໃຫຍ່ຂອງລັດເຊຍ ດ້ວຍປະຕິບັດການລັບເພື່ອຈັບກຸມຕົວຂອງໜ່ວຍງານຂ່າວກອງທີ່ສຳຄັນຂອງລັດເຊຍ ໃນຂໍ້ຫາຮັບສິນບົນມູນຄ່າ 2.2 ລ້ານໂດລາສະຫະລັດ ຈາກບໍລິສັດ ຣອສເນບ ໃນການໃຫ້ການສະໜັບສະໜູນການປະເມີນຜົນຂອງບໍລິສັດທີ່ເກີນຈິງ ເພື່ອໃຫ້ບັນລຸຂໍ້ຕົກລົງໃນການຊື່ຮຸ້ນຂອງລັດຖະບານໃນບໍລິສັດນ້ຳມັນອື່ນໆຂອງລັດເຊຍ.


ແຕ່ທ່ານ ອູຢູກາເຢບ ໄດ້ກ່າວປະຕິເສດທຸກຂໍ້ຂ່າວຫາເລື່ອງຮັບສິນບົນ ແລະ ຍັງກ່າວວ່າທ່ານ ອິກໍ ເຊຊິນ ຜູ້ໃກ້ຊິດທ່ານ ປູຕິນ ປະທານປະເທດລັດເຊຍຄົນປັດຈຸບັນ ເປັນຜູ້ຈັດສາກເລື່ອງການຮັບສິນບົນດັ່ງກ່າວ, ເຊິ່ງສານໃນນະຄອນຫຼວງມົດສະກູໄດ້ຕັດສິນໃຫ້ຕິດຄຸກ 8 ປີ, ໃນຄະດີສໍ້ລາດບັງຫຼວງ ແລະ ສັ່ງປັບໃໝເປັນເງິນອີກ 2.2 ລ້ານໂດລາສະຫະລັດ ແຕ່ກ່ອນໜ້າທີ່ທາງສຳນັກງານໄອຍະການໄດ້ສະເໜີສັ່ງຟ້ອງ ແລະ ລົງໂທດຕິດຄຸກ 10 ປີໃນຄຸກທີ່ມີຄວາມໝັ້ນຄົງສູງ.


No comments

Powered by Blogger.