ກະຊວງປ້ອງກັນປະເທດ ສ.ອາເມຣິກາ ມີໂຄງການລັບ ເພື່ອສຶກສາ UFO - ອິດສະຫຼະ

ກະຊວງປ້ອງກັນປະເທດ ສ.ອາເມຣິກາ ມີໂຄງການລັບ ເພື່ອສຶກສາ UFO



ສຳນັກຂ່າວຕ່າງປະເທດລາຍງານ 17 ທັນວາ 2017 ໂດຍອ້າງອີງຈາກລາຍງານຂອງໜັງສືພິມ The New York Time ວ່າ: ຈາກງົບປະມານດ້ານຄວາມໝັ້ນຄົງຕໍ່ປີຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາທີ່ສູງເຖິງ 600,000 ລ້ານໂດລາສະຫະລັດນັ້ນ ລັດຖະບານສະຫະລັດ ອາເມຣິກາໄດ້ແບ່ງອອກມາປະມານ 22 ລ້ານໂດລາສະຫະລັດ ສຳລັບດຳເນີນໂຄງການ "ພິສູດຮູບລັກສະນະຂອງໄພຮຸກຮານດ້ານອາກາດສະຍານຊັ້ນສູງ" ຫຼື "ການກວດສອບວັດຖຸທີ່ບໍ່ສາມາດລະບຸເອກະລັກໄດ້" ນັ້ນກໍ່ຄື "UFO".

ພາບຖ່າຍຈາກຜູ້ໂດຍສານຂອງສາຍການບິນແຫ່ງໜຶ່ງ ທີ່ອ້າງວ່າເປັນ UFO ເໜືອນ່ານຟ້ານະຄອນແມັກຊິໂກ ເມື່ອປີ 1950
ເຊິ່ງຫ້ອງປະຕິບັດການຂອງໂຄງການດັ່ງກ່າວຕັ້ງຢູ່ເທິງຊັ້ນ 5 ຂອງໂຊນ C ໃນຕຶກເພນຕາກອນ ເຊິ່ງເປັນສຳນັກງານໃຫຍ່ຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ໃນເມືອງອາລິງຕັນ ລັດເວີຈິເນຍ ມີເຈົ້າໜ້າທີ່ເຮັດວຽກພຽງບໍ່ພໍເທົ່າໃດຄົນ ແລະ ຢູ່ພາຍໃຕ້ການນຳຂອງທ່ານ ຫຼຸຍ ເອລິຊອນໂດ ນັກວິເຄາະຂອງສຳນັກຂ່າວກອງກາງ (CIA) ໂດຍໂຄງການດັ່ງກ່າວໄດ້ດຳເນີນງານມາຕັ້ງແຕ່ປີ 2007 ຕາມການສະເໜີຂອງທ່ານ ແຮຣີ ຣີດ ປະທານກຸ່ມສຽງສ່ວນໃຫຍ່ຂອງສະພາສະຫະລັດຄົນປັດຈຸບັນ ເຊິ່ງເອກະສານຫຼາຍສະບັບຂອງໂຄງການລະບຸເຖິງການຄົ້ນພົບ "ວັດຖຸເຄື່ອນທີ່ດ້ວຍຄວາມໄວສູງຜິດປົກກະຕິ" ແລະ "ວັດຖຸທີ່ບິນວົນວຽນຢູ່ໃນອາກາດ".

ເຖິງແມ່ນວ່າແຫຼ່ງຂ່າວໃນເພນຕາກອນຢືນຢັນກັບ The New York Time ວ່າ: ໂຄງການດັ່ງກ່າວໄດ້ສິ້ນສຸດແລ້ວເມື່ອປີ 2012 ພາຍຫຼັງທີ່ມີການປະເມີນວ່າການກວດສອບເລື່ອງ UFO ບໍ່ແມ່ນປັດໄຈທີ່ສຳຄັນ ແລະ ຈຳເປັນ ສຳລັບການສຶກສາເລື່ອງສິ່ງທີ່ມີຊີວິດຈາກນອກລະບົບສຸລິຍະ ຫຼື "ເອລຽນ" ແລະ ລັດຖະບານສະຫະລັດ ອາເມຣິກາໃນຍຸກນັ້ນເຊິ່ງກົງກັບສະໄໝຂອງທ່ານ ບາຣັກ ໂອບາມາ ຕ້ອງການຄວບຄຸມຄ່າໃຊ້ຈ່າຍຂອງລັດຖະບານກາງ ແຕ່ The New York Time ເຊື່່ອວ່າໃນຄວາມເປັນຈິງແລ້ວ ໂຄງການນີ້ຍັງມີຢູ່ຈົນເຖິງປັດຈຸບັນ ແລະ ມີເຈົ້າໜ້າທີ່ໃນເພນຕາກອນພຽງບໍ່ພໍເທົ່າໃດຄົນເທົ່ານັ້ນທີ່ຮູ້ເລື່ອງນີ້.



No comments

Powered by Blogger.