ທາງການອົດສະຕຼາລີຈັບນາຍໜ້າຂາຍອາວຸດ ແລະ ຖ່ານຫິນໃຫ້ເກົາຫຼີເໜືອ - ອິດສະຫຼະ

ທາງການອົດສະຕຼາລີຈັບນາຍໜ້າຂາຍອາວຸດ ແລະ ຖ່ານຫິນໃຫ້ເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 17 ທັນວາ 2017 ວ່າ: ສຳນັກງານຕຳຫຼວດແຫ່ງຊາດຂອງອົດສະຕຼາລີອອກຖະແຫຼງການ ເລື່ອງການຈັບຕົວຊາຍເຊື່ອສາຍເກົາຫຼີຄົນໜຶ່ງ ເຊິ່ງເປັນເຈົ້າໜ້າທີ່ດ້ານເສດຖະກິດຂອງເກົາຫຼີເໜືອ ທີ່ມີພຶດຕິກຳໃນການຂາຍຊິ້ນສ່ວນຂີປະນາວຸດ ແລະ ຖ່ານຫິນໃນຕະຫຼາດມືດໃນນາມຂອງຕົວແທນລັດຖະບານເກົາຫຼີເໜືອ ເບື້ອງຕົ້ນເຈົ້າໜ້າທີ່ດຳເນີນຄະດີຕໍ່ບຸກຄົນດັ່ງກ່າວແລ້ວ 2 ຂໍ້ຫາຕາມກົດໝາຍປ້ອງກັນການແຜ່ຂະຫຍາຍຂອງອາວຸດທີ່ມີອານຸພາບທຳລາຍລ້າງສູງ ແລະ ອີກ 4 ຂໍ້ຫາຕາມກົດໝາຍທີ່ກ່ຽວຂ້ອງກັບການໃຊ້ມາດຕະການຂວໍ້າບາດຕໍ່ເກົາຫຼີເໜືອຕາມມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC).

ເຊິ່ງລາຍງານຂອງເຈົ້າໜ້າທີ່ຍັງບໍ່ໄດ້ລະບຸຂໍ້ມູນກ່ຽວກັບຜູ້ຕ້ອງສົງໄສລະອຽດເທື່ອ ແຕ່ເປີດເຜີຍວ່າຜູ້ຕ້ອງຫາມີປະຫວັດຕິດຕໍ່ກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີເໜືອ ແລະ ມີການພະຍາຍາມຂາຍຖ່ານຫິນຈາກເກົາຫຼີເໜືອໃຫ້ກັບກຸ່ມບຸກຄົນໃນອິນໂດເນເຊຍ ແລະ ຫວຽດນາມ ເຊິ່ງຫາກການເຮັດທຸລະກິດກຳດັ່ງກ່າວປະສົບຄວາມສຳເລັດຈະສ້າງລາຍຮັບຈຳນວນຫຼາຍໃຫ້ແກ່ລັດຖະບານເກົາຫຼີເໜືອ.

ໃນດ້ານຂອງສື່ທ້ອງຖິ່ນຫຼາຍແຫ່ງລາຍງານປະຫວັດຂອງຜູ້ຕ້ອງຫາວ່າ ຊື່: ຊະເວ ຊັນ-ຮັນ ອາຍຸ 59 ປີ, ເຖິງຈະມີເຊື້ອສາຍເກົາຫຼີເໜືອແຕ່ຖືເປັນພົນລະເມືອງຂອງອົດສະຕຼາລີຕາມກົດໝາຍ ເນື່ອງຈາກອາໄສຢູ່ໃນປະເທດມາດົນກວ່າ 30​ປີແລ້ວ, ນອກຈາກນີ້ຍັງຖືເປັນຄັ້ງທຳອິດທີ່ມີຜູ້ຖືກດຳເນີນຄະດີພາຍໃຕ້ກົດໝາຍປ້ອງກັນການແຜ່ຂະຫຍາຍຂອງອາວຸດທີ່ມີອານຸພາບທຳລາຍລ້າງສູງ ເຊິ່ງມີຜົນບັງຄັບໃຊ້ເມື່ອປີ 1995 ແລະ ມີບົດລົງໂທດຕິດຄຸກສູງສຸດເປັນເວລາ 10 ປີ.


No comments

Powered by Blogger.